Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເມືອງພູຄູນທຳລາຍສິນຄ້າໝົດອາຍຸ ແລະ ແປ້ງນົວປອມ

Posted on 02/11/202002/11/2020 By News No Comments on ເມືອງພູຄູນທຳລາຍສິນຄ້າໝົດອາຍຸ ແລະ ແປ້ງນົວປອມ

ທ້າຍເດືອນຕຸລາ ຜ່ານມານີ້ ຢູ່ເດີນ 25 ປີ ຂອງເມືອງພູຄູນ ແຂວງຫຼວງພະບາງ ທິມງານວິຊາການທີ່ກ່ຽວຂ້ອງຂອງເມືອງ ໄດ້ຈັດພິທີທຳລາຍສິນຄ້າໝົດອາຍຸ ແລະແປ້ງປົວປອມ ມີ ທ່ານ ອົ່ງຊົ່ງ ໄຊຍະວົງ ປະທານແນວລາວສ້າງຊາດເມືອງ, ທ່ານ ນໍ່ຢ່າງ ວ່າງປໍ່ ຫົວໜ້າຫ້ອງການອຸດສາກະກຳ ແລະ ການຄ້າເມືອງ, ທ່ານ ບຸນຈັນ ພົງສະຫວັດ ຮອງຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີເມືອງ ພ້ອມດ້ວຍຕາງໜ້າຫ້ອງການອ້ອມຂ້າງເມືອງ, ການຈັດຕັ້ງບ້ານ ແລະພະນັກງານ ເຂົ້າຮ່ວມ.

ສິນຄ້າຫມົດອາຍຸ ແລະແປ້ງນົວກາຈອງ(ປອມ) ທີ່ນຳມາທຳລາຍຄັ້ງນີ້ ຄະນະສະເພາະກິດໄດ້ລົງກວດກາຕາມຮ້ານຂາຍຍ່ອຍຢູ່ ກຸ່ມບ້ານຈີມ, ກຸ່ມທ່າບໍ່ແກ້ວ, ກຸ່ມພູວຽງ ແລະ ກຸ່ມພູສູງລວມທັງໝົດ 15 ບ້ານ, ມີ 50 ຮ້ານ, ໃນນັ້ນ ໄດ້ກວດພົບສິນຄ້າໝົດອາຍຸ ປະເພດເຄື່ອງດື່ມນໍ້າອັດລົມຕຸກກາງ 28 ຕຸກ, ນໍ້າອັດລົມຕຸກນ້ອຍ 550 ຕຸກ, ນໍ້າອັດລົມກະປ໋ອງ 282 ກະປ່ອງ, ນົມ 30 ແພັກ, ໝີສຳເລັດຮູບ, ເຂົ້າໜົມ, ແກ່ນຕາເວັນ, ຢາສູບນຳເຂົ້າທີ່ບໍ່ຕິດຮູບ ແລະ ຄຳເຕືອນ, ພ້ອມດ້ວຍ ສິນຄ້າແປງນົວກາຈອງ (ປອມ) ຖົງ 250 ກຼາມ ຈໍານວນ 104 ຖົງ, ລວມມູນຄາທັງໝົດ 7 ລ້ານກວ່າກີບ.

ການທຳລາຍສິນຄ້າໝົດອາຍຸ ແລະສິນຄ້າຜິດກົດໝາຍຄັ້ງນີ້ ເພື່ອເຮັດໃຫ້ຜູ້ຂາຍ ແລະຜູ້ຊື້ ເຫັນໄດ້ຄວາມສຳຄັນໃນການຄັດເລືອກ ເອົາສິນຄ້າທີມີຄຸນນະພາບມາຈຳໜ່າຍ, ຊົມໃຊ້ ແລະບໍລິໂພກສິນຄ້າທີໄດ້ຕາມມາດຖານ, ທັງຮັບປະກັນທາງດ້ານສຸຂະພາບຂອງຕົນເອງ ແລະຄົນໃນຄອບຄົວ. ຂ່າວ ໄລວັນ ໄຕຍະມາດ ນັກຂ່າວເມືອງພູຄູນ

ຂ່າວ ໄລວັນ ໄຕຍະມາດ ນັກຂ່າວເມືອງພູຄູນ

ຂ່າວສານບ້ານເມືອງ

Post navigation

Previous Post: ປະທານສະພາແຫ່ງຊາດ ຢ້ຽມຢາມຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງສະຫວັນນະເຂດ
Next Post: ປະກາດການແຕ່ງຕັ້ງພະນັກງານນຳພາ – ບັນຊາຂັ້ນຕ່າງໆ ທີ່ຂຶ້ນກັບກົມໃຫຍ່ເສນາທິການກອງທັບ

Related Posts

ທ່ານນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ໂອ້ລົມ ກອງພົນທະຫານຮາບທີ 2 ຂ່າວສານບ້ານເມືອງ
ແຈ້ງການຂຶ້ນລາຄານໍ້າມັນທົ່ວປະເທດ ເລີ່ມ 25 ທັນວາ 2020 ຂ່າວສານບ້ານເມືອງ
ສະຫວັນນະເຂດ ສ້າງໂຮງໝໍພາກສະໜາມເພື່ອຮອງຮັບຜູ້ຕິດເຊື້ອພະຍາດໂ ຄ ວິ ດ ຂ່າວສານບ້ານເມືອງ
ຜູ້ນໍາເຂົ້າປະສົບບັນຫາລາຄານໍ້າມັນແພງເຮັດໃຫ້ນໍ້າ ມັນຂາດຕະຫຼາດໃນລາວ ຂ່າວສານບ້ານເມືອງ
ພົບແລ້ວໂຊເຟີລົດເຄນຕົກຂົວທາງລົດໄຟທີ່ຫຼວງພະບາງ ຫຼັງສູນຫາຍ 3 ມື້ ຂ່າວສານບ້ານເມືອງ
ງານຕະຫຼາດນັດ ສຸຂະພາບໜຶ່ງດຽວຈັດຂຶ້ນທີ່ໂຮງແຮມ Crowne Plaza ນະຄອນຫຼວງວຽງຈັນ ໃນວັນທີ 9,10 ແລະ 11 ກັນຍາ 2022 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme