Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປະທານສະພາແຫ່ງຊາດ ຢ້ຽມຢາມຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງສະຫວັນນະເຂດ

Posted on 02/11/202002/11/2020 By News No Comments on ປະທານສະພາແຫ່ງຊາດ ຢ້ຽມຢາມຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງສະຫວັນນະເຂດ

ໃນວັນທີ 31 ຕຸລາ 2020 ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມ ແລະ ພົບປະປະຊາຊົນ ຜູ້ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ຢູ່ 2 ຈຸດ ຄື: ບ້ານທ່າຂາມລຽນ, ບ້ານລະຫານໍ້າ ເມືອງສອງຄອນ ແລະ ບ້ານກອງປະທຸມວັນ ເມືອງຊົນນະບູລີ ໂດຍການເຂົ້າຮ່ວມ ຂອງ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ມີບັນການນຳແຂວງ, ພະແນກການອ້ອມຂ້າງແຂວງ, ການນຳເມືອງ, ພ້ອມດ້ວຍພໍ່ແມ່ປະຊາຊົນ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ.

ຈຸດທີໜຶ່ງ, ທ່ານ ລຳຄູນ ວິລະວົງ ເຈົ້າເມືອງສອງຄອນ ໄດ້ລາຍງານສະພາບນ້ຳຖ້ວມຢູ່ເຂດເມືອງສອງຄອນໃຫ້ຮູ້ວ່າ: ເຮືອນຊານຂອງປະຊາຊົນ ໄດ້ຮັບຜົນເສຍຫາຍ 23 ບ້ານ, 2.628 ຄອບ ຄົວ 15.493 ຄົນ, ຜົນກະທົບຕໍ່ເນື້ອທີ່ທຳການຜະລິດຂອງປະຊາຊົນ ເນື້ອທີ່ນາປີຖືກນໍ້າຖ້ວມ 5.416 ກວ່າ ເຮັກຕາ, ໜອງປາ 340 ໜອງ, ເນື້ອທີ່ສວນປູກພືດ 96,58 ເຮັກຕາ, ອ່າງເກັບນ້ຳ 1 ແຫ່ງ, ລະບົບຊົນລະປະທານ 9 ແຫ່ງ, ສະຖານີຈັກສູບນ້ຳ 9 ແຫ່ງ, ສັດລ້ຽງຕາຍ ແລະ ສູນຫາຍ 17 ໂຕ. ນອກຈາກນັ້ນ, ກໍຍັງມີຜົນກະທົບຕໍ່ພື້ນຖານໂຄງລ່າງ ຄື: ເສັ້ນທາງເສຍຫາຍຫລາຍກວ່າ 10 ເສັ້ນ, ໂຮງຮຽນຢຸດການຮຽນການສອນຊົ່ວຄາວ 12 ແຫ່ງ, ສຸກສາລາ 2 ແຫ່ງ, ນໍ້າສ້າງນໍ້າບາດານ 401 ໜ່ວຍ ແລະ ນໍ້າສ້າງທໍ່ 18 ໜ່ວຍ, ວິດຖ່າຍ 1.544 ຫລັງ.

ຈຸດທີສອງ: ທ່ານ ສຸວິໄລ ຫລວງຊະລາດ ເຈົ້າເມືອງຊົນນະບູລີ ໄດ້ລາຍງານໃຫ້ຮູ້ວ່າ: ເມືອງຊົນນະບູລີ ໄດ້ຮັບຜົນເສຍຫາຍນໍ້າຖ້ວມ 15 ບ້ານ, 4.436 ຫລັງຄາເຮືອນ, ເນື້ອທີ່ຖືກຖ້ວມ 7.288 ເຮັກຕາ, ເນື້ອທີ່ສວນປູກພືດ 176 ເຮັກຕາ, ໜອງປາ 369 ໜອງ, ລະບົບຊົນລະປະທານ 9 ແຫ່ງ, ປະຕູນໍ້າ 3 ແຫ່ງ, ສັດລ້ຽງຕາຍ ແລະ ສູນຫາຍ 128 ໂຕ, ໂຮງຮຽນຖືກຖ້ວມ 27 ແຫ່ງ, ສຸກສາລາ 8 ເຂດ, 13 ວັດ, ນໍ້າສ້າງ-ນໍ້າບາດານ 402 ໜ່ວຍ, ວິດຖ່າຍ 1.228, ເສັ້ນທາງເສຍຫາຍ 12 ເສັ້ນ.

ໂອກາດດຽວກັນ, ທ່ານ ນາງ ປານີ ຢາທໍ່ຕູ້ ກໍໄດ້ສະແດງຄວາມຍໍຍ້ອງ ອຳນາດການປົກຄອງທຸກຂັ້ນ ທີ່ເອົາໃຈໃສ່ຊ່ວຍເຫລືອປະຊາຊົນ, ພ້ອມທັງສະແດງຄວາມເປັນຫວ່ງເປັນໃຍ ປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດນ້ຳຖ້ວມໃນຄັ້ງນີ້, ທ່ານໄດ້ເນັ້ນໃຫ້ປະຊາຊົນມີສະຕິລະວົງຕົວ ກະກຽມລ່ວງໜ້າແຕ່ຫົວປີ ໃນການຮັບມືກັບນໍ້າຖ້ວມ ເນື່ອງຈາກວ່າ ເຂດບ້ານດັ່ງກ່າວ, ແມ່ນນໍ້າຖ້ວມທຸກປີ, ພ້ອມທັງໃຫ້ປະຊາຊົນພ້ອມພຽງກັນກະກຽມເຮັດນາແຊງ, ກະກຽມແນວພັນຜົນລະປູກອື່ນໆ ເພື່ອສືບຕໍ່ປູກໃນເວລາທີ່ນໍ້າລົງແລ້ວ, ໃຫ້ປະຊາຊົນຮັກສາສຸຂະອະນາໄມ ເພື່ອປ້ອງກັນບໍ່ໃຫ້ຕິດເຊື້ອພະຍາດ, ພ້ອມກັນອະນາໄມໂຮງຮຽນ ເພື່ອໃຫ້ໄດ້ເປີດການຮຽນການສອນໃນໄວໆນີ້. ນອກຈາກນັ້ນ, ຍັງໄດ້ເນັ້ນໜັກໃຫ້ສືບຕໍ່ເອົາໃຈໃສ່ວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19, ບໍ່ໃຫ້ມີການເຜີຕົວ ຫລື ຖືເບົາເດັດຂາດ, ໃນສະພາບທີ່ຍັງມີການການບາດຂອງພະຍາດໂຄວິດ-19 ໃນບັນດາປະເທດຕ່າງໆ, ແຜນການພັດທະນາໃນຕໍ່ໜ້າ ໃຫ້ເອົາໃຈໃສ່ນຳໃຊ້ທ່າແຮງຂອງທ້ອງຖິ່ນໃຫ້ເກີດປະໂຫຍດສູງສຸດ ໂດຍສະເພາະສົ່ງເສີມປະຊາຊົນເພີ່ມພູນຜະລິດຜົນ ໃຫ້ເປັນຂະບວນການກວ້າງ ຂວາງ ເພື່ອຫລຸດຜ່ອນການນຳເຂົ້າສິນຄ້າ, ການໄປໃຊ້ແຮງງານໃນຕ່າງປະເທດ ສ້າງລາຍຮັບ ແລະ ປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ນັບມື້ດີຂຶ້ນ, ໃຫ້ສືບຊ່ວຍເຫລືອປະຊາຊົນໃນຫລາຍດ້ານ ເປັນ ຕົ້ນອາຫານການກິນ, ນ້ຳດື່ມ, ຢາປົວພະຍາດ, ສືບຕໍ່ໃນການປຸກລະດົມຂົນຂວາຍເອົາເຄື່ອງໃຊ້ເພື່ອມາຊ່ວຍເຫລືອຜູ້ທີ່ຖືກຜົນກະທົບຈາກໄພນ້ຳຖ້ວມ, ໃຫ້ເບິ່ງຄວາມຕ້ອງ ການຂອງປະຊາຊົນ ບໍ່ວ່າຈະເປັນແນວພັນພືດ, ແນວພັນເຂົ້າ, ດ້ານສຸກສາລາ, ວິດຖ່າຍ, ແລະ ໂຮງຮຽນ ພ້ອມທັງຈະນໍາເອົາຄໍາຄິດຄຳເຫັນຂອງພໍ່ແມ່ປະຊາຊົນ ໄປສະເໜີຕໍ່ພາກສ່ວນທີ່ກ່ຽວຂ້ອງຄົ້ນຄວ້າພິຈາລະນາ ເພື່ອຫາວິທີແກ້ໄຂ.

ໂອກາດທີ່ມາຢ້ຽມຢາມຄັ້ງນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ພ້ອມດ້ວຍຄະນະ ໄດ້ມອບເຄື່ອງອຸ ປະໂພກ ແລະ ບໍລິໂພກ ໃຫ້ປະຊາຊົນທີ່ຖືກຜົນກະທົບ ເມືອງສອງຄອນ, ຊົນນະບູລີ ປະກອບ ມີ: ເຂົ້າສານ, ອາຫານແຫ້ງ, ນ້ຳດື່ມ ລວມມູນຄ່າ 300 ກວ່າລ້ານກີບ.

ຂ່າວ: ສະພາແຫ່ງຊາດ

ຂ່າວສານບ້ານເມືອງ

Post navigation

Previous Post: ຕົວແບບການຜະລິດແນວພັນເຂົ້າເມືອງພຽງ
Next Post: ເມືອງພູຄູນທຳລາຍສິນຄ້າໝົດອາຍຸ ແລະ ແປ້ງນົວປອມ

Related Posts

ແຈ້ງການ ຂອງຫ້ອງວ່າການແຂວງອຸດົມໄຊ ສືບຕໍ່ປະຕິບັດມາດຕະການປ້ອງກັນໂຄວິດ ຂ່າວສານບ້ານເມືອງ
ແຈ້ງການ ໂຈະຊົ່ວຄາວການເຂົ້າເຂດເສດຖະກິດພິເສດສາມຫຼ່ຽມຄໍາ ຄັ້ງທີ 2 ຂ່າວສານບ້ານເມືອງ
ຫຼາຍພາກສ່ວນສົ່ງກໍາລັງໃຈ ແລະ ຮ່ວມມອບເຄື່ອງຊ່ວຍເຫຼືອຊາວເມືອງອູຮັ້ນ ຂ່າວສານບ້ານເມືອງ
ຈັບໄວລຸ້ນຂົນສົ່ງຄັນຊາ 105 ກິໂລກະຣາມ ຂ່າວສານບ້ານເມືອງ
ລັດຖະບານ ເພີ່ມຄວາມເຂັ້ມງວດສືບຕໍ່ປະຕິບັດມາດຕະການຕື່ມອີກ 15ວັນ ຂ່າວສານບ້ານເມືອງ
ພາຍຸຖະຫຼົ່ມເຂດ ເມືອງສີສັດຕະນາກ ຕົ້ນໄມ້ໃຫຍ່ ຫັກທັບລົດ ມີຄົນເຈັບ 1 ຄົນ! ເສັ້ນທາງສັນຈອນບໍ່ໄດ້ ໄຟດັບເປັນວົງກວ້າງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme