Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປະຊາຊົນຜູ້ທຸກຍາກຢູ່ເມືອງໂພນທອງດີໃຈໄດ້ຮັບການຊ່ວຍເຫຼືອ

Posted on 02/11/202002/11/2020 By News No Comments on ປະຊາຊົນຜູ້ທຸກຍາກຢູ່ເມືອງໂພນທອງດີໃຈໄດ້ຮັບການຊ່ວຍເຫຼືອ

ຕົົ້ນເດືອນຕຸລາ ຜ່ານມານີ້ ທີມງານໂຄງການສ້າງຄວາມເຂັ້ມແຂງ ຊ່ວຍເຫຼືອ ຄອບຄົວທຸກຍາກ ຫືຼ sos ປະຈຳເມືອງໂພນທອງ ສົມທົບກັບຫ້ອງ ສະຫວັດດີການ ແລະ ສັງຄົມເມືອງ ໄດ້ມອບລົດຖີບ ໃຫ້ຄອບຄົວທຸກຍາກ ໂດຍມີ ທ່ານ ບຸນຈັນ ປານຟອງເພັດ ເຈົ້າເມືອງໂພນທອງ ແລະຜູ້ຕາງໜ້າຂະແໜງການທີ່ກ້ຽວຂ້ອງຂອງເມືອງເຂົ້າຮ່ວມ.

ລົດຖີບທີ່ໄດ້ມອບຄັ້ງນີ້ມີຈຳນວນ 27 ຄັນ ໃຫ້ກັບປະຊາຊົນຜູ້ທຸກຍາກໃນ 3 ບ້ານເປົ້າໝາຍຂອງໂຄງການ ພາຍໃນເມືອງປະກອບມີ: ບ້ານກາງ, ບ້ານວັງປານ ແລະບ້ານດອນເງິນ

ນອກນັ້ນ ໄດ້ມອບວັດສະດຸກໍ່ສ້າງ ເພື່ອສ້ອມແປງເຮືອນ ແລະສະຖານທີ່ສັດລ້ຽງ ອີກຈຳນວນໜື່ງລວມມູນຄ່າທັງໝົດ 185,400,000 ກີບ, ໂດຍມອບໃຫ້ອົງການປົກຄອງເມືອງ ແລະມອບຕໍ່ໃຫ້ອົງການປົກຄອງບ້ານ ແລະປະຊາຊົນເປັນຜູ້ຊົມໃຊ້ໃຫ້ເກີດປະໂຫຍດ, ກ່າວມອບໂດຍແມ່ນ ທ່ານ ແສງລາວີ ແກ້ວອຳພອນ ຜູ້ປະສານງານໂຄງການ sos ປະຈຳເມືອງ ກ່າວຮັບໂດຍ ທ່ານ ບຸນຈັນ ປານຟອງເພັດ ເຈົ້າເມືອງໂພນທອງ ແລະອົງການປົກຄອງບ້ານ.

ໂອກາດນີ້ ທ່ານເຈົ້າເມືອງໂພນທອງ ໄດ້ຊີ້ນຳໃຫ້ອົງການປົກຄອງບ້ານ ແລະປະຊາຊົນ ພ້ອມກັນຊົມໃຊ້ອຸປະກອນທີ່ໄດ້ຮັບໃຫ້ເກີດຜົນປະໂຫຍດສູງສຸດ ທັງນຳໃຊ້ ແລະປົກປັກຮັກສາ ໃຫ້ໄດ້ຍາວນານ.

ຂ່າວ: ສົມເພັດ ມີໄຊກອນ ນັກຂ່າວເມືອງໂພນທອງ

ຂ່າວສານບ້ານເມືອງ

Post navigation

Previous Post: ແຂວງ​ສະ​ຫວັນ​ນະ​ເຂດ ອາດ​ຈະ​ໄດ້​ເປັນ​ແຫຼ່ງ​ຜະ​ລິດ​ພະ​ລັງ​ງານ​ແສງ​ອາ​ທິດ​ໃຫຍ່​ທີ່​ສຸດ​ໃນ​ອາ​ຊຽນ
Next Post: ຕົວແບບການຜະລິດແນວພັນເຂົ້າເມືອງພຽງ

Related Posts

ເຈົ້າຄອງນະຄອນຫຼວງວຽງຈັນເຄື່ອນໄຫວຢ້ຽມຢາມກອງພັນ 415 ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 304ຄົນ ຂ່າວສານບ້ານເມືອງ
ເລັ່ງຄົ້ນຫາ ຄົນຈົມນໍ້າສູນຫາຍທີ່ເມືອງທ່າແຂກ ຂ່າວສານບ້ານເມືອງ
ຊາຍສູງໄວໄປຫາປາຢູ່ບຶງແລ້ວຈົມນໍ້າເສຍຊີວິດ ຂ່າວສານບ້ານເມືອງ
ລະວັງເດີ້! ການຄ້ານະຄອນຫຼວງ ທຳລາຍປາໝຶກແຊ່ໂສດາໄຟ ແລະ ມີສານຟໍມາລີນປົນເປື້ອນນ້ຳໜັກ 560 ກິໂລ ຂ່າວສານບ້ານເມືອງ
ປະຊາຊົນທີ່ໄດ້ຮັບຜົນກະທົບຈາກພະຍຸລະດູຮ້ອນ ໄດ້ຮັບການຊ່ວຍເຫຼືອຢ່າງຕໍ່ເນື່ອງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme