Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ແຂວງ​ສະ​ຫວັນ​ນະ​ເຂດ ອາດ​ຈະ​ໄດ້​ເປັນ​ແຫຼ່ງ​ຜະ​ລິດ​ພະ​ລັງ​ງານ​ແສງ​ອາ​ທິດ​ໃຫຍ່​ທີ່​ສຸດ​ໃນ​ອາ​ຊຽນ

Posted on 02/11/202002/11/2020 By News No Comments on ແຂວງ​ສະ​ຫວັນ​ນະ​ເຂດ ອາດ​ຈະ​ໄດ້​ເປັນ​ແຫຼ່ງ​ຜະ​ລິດ​ພະ​ລັງ​ງານ​ແສງ​ອາ​ທິດ​ໃຫຍ່​ທີ່​ສຸດ​ໃນ​ອາ​ຊຽນ

ໃນຕອນບ່າຍຂອງວັນທີ 27 ຕຸລາ 2020 ນີ້, ທ່ານ ຄາຊຸມິເນາະຄິຄຸຕະ ຜູ້ຈັດການ ທົ່ວໄປ ຫ້ອງການຜູ້ຕາງໜ້າ ບໍລິສັດມາຣຸເບນີ ຄໍໂປເຣຊັນ ພ້ອມຄະນະໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ຢູ່ທີ່ຫ້ອງຮັບແຂກຂອງຫ້ອງວ່າການປົກຄອງແຂວງ, ມີບັນ ດາຄະນະຈາກເຂດເສດຖະ ກິດພິເສດສະຫວັນ-ເຊໂນເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ຄາ ຊຸມິເນາະຄິຄຸຕະ ກໍ່ໄດ້ກ່າວສະ ແດງຄວາມເປັນຫ່ວງເປັນໃຍ ຕໍ່ສະພາບການນໍ້າຖ້ວມພາຍ ໃນແຂວງສະຫວັນນະເຂດ ພ້ອມດຽວກັນນີ້ກໍ່ໄດ້ກ່າວຈຸດ ປະສົງຂອງການເດີນທາງມາເຮັດວຽກພາຍໃນແຂວງສະຫວັນ ນະເຂດຄັ້ງນີ້ ເຊິ່ງໃຫ້ຮູ້ວ່າ: ເພື່ອ ສໍາຫຼວດສະຖານທີ່ຄວາມເປັນໄປໄດ້ໃນການຜະລິດພະລັງງານແສງອາທິດທີ່ໃຫຍ່ທີ່ສຸດໃນອາຊຽນ ໂດຍການຮ່ວມມືກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.

ບໍລິສັດມາ ຣຸເບນີ ຄໍໂປເຣຊັນ ເປັນບໍລິສັດ ທີ່ຮ່ວມລົງທຶນກັບບັນດາປະ ເທດທົ່ວໂລກ ໂດຍເນັ້ນໃສ່ ການ ຜະລິດພະລັງງານຈາກທໍາ ມະຊາດເປັນຕົ້ນແມ່ນພະລັງ ງານແສງອາທິດ ນອກນັ້ນກໍ່ມີ, ດ້ານໄອທີ, ເຄື່ອງນຸ່ງຫົ່ມ ແລະ ອື່ນໆ, ມີ 136 ສາຂາທົ່ວປະເທດ.

ຈາກນັ້ນ, ທ່ານ ສັນຕິພາບ ພົມວິຫານ ກໍ່ໄດ້ກ່າວຕ້ອນຮັບ ທ່ານ ຄາຊຸມິເນາະຄິຄຸຕະ ພ້ອມທັງບອກໃຫ້ຮູ້ວ່າ: ແຂວງ ສະຫວັນນະເຂດມີທ່າແຮງ ໃນຫຼາຍດ້ານເປັນຕົ້ນແມ່ນ ການກະສິກໍາປູກ ຝັງ-ລ້ຽງສັດ, ອຸດສາຫະກໍາກໍ່ເຊັ່ນດຽວກັນ ເດັ່ນກວ່າໝູ່ແມ່ນເຂດເສດຖະ ກິດພິເສດສະຫວັນ-ເຊໂນ ທີ່ມີນັກລົງທຶນມາຮ່ວມລົງທຶນ ຈາກຫຼາຍປະເທດແຕ່ເຖິງ ຢ່າງໃດກໍ່ຕາມ ແຂວງສະຫວັນນະເຂດກໍ່ຍັງຂາດທາງດ້ານ ເຕັກໂນໂລຊີ-ວິຊາການ ດັ່ງນັ້ນ, ຫາກບໍລິສັດມາຣຸເບນີຄໍໂປເຣຊັນໄດ້ມາລົງທຶນພາຍໃນແຂວງສະຫວັນນະເຂດກໍ່ຈະເປັນການຊ່ວຍເສີມສ້າງໃຫ້ອຸດສາຫະກໍາດ້ານພະລັງງານທໍາມະຊາດຂອງລາວ ພັດທະນາສູງຂຶ້ນໄປອີກຢ່າງແນ່ນອນ.

ຂ່າວສານບ້ານເມືອງ

Post navigation

Previous Post: ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ເມືອງ​ທ່າ​ປາງ​ທອງ​ເກັບ​ກ່ຽວ​ເຂົ້າ​ນາ​ປີ​ຊ່ວຍ​ປະ​ຊາ​ຊົນ​ທີ່​ຖືກ​ນ້ຳ​ຖ້ວມ
Next Post: ປະຊາຊົນຜູ້ທຸກຍາກຢູ່ເມືອງໂພນທອງດີໃຈໄດ້ຮັບການຊ່ວຍເຫຼືອ

Related Posts

ກະບະປີ້ນລົງທົ່ງນາ ທີ່ເມືອງຈໍາພອນ ຂ່າວສານບ້ານເມືອງ
ມອບ-ຮັບໜ້າທີ່ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຜູ້ໃໝ່ ຂ່າວສານບ້ານເມືອງ
ຮ່ວມແຮງຮ່ວມໃຈກັນ ສ້າງທາງເບຕົງເຂົ້າບ້ານ ປະຊາຊົນບ້ານໂພນພິມ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມໃໝ່ 334ຄົນ ຂ່າວສານບ້ານເມືອງ
ຕໍາແລ້ວໜີເຂດບ້ານຫ້ວຍຫົງ ຈົ່ງແຕ່ລໍ້ແມັກໄວ້ ຂ່າວສານບ້ານເມືອງ
ເມືອງເງິນຍົກລະດັບ ມາດຕະການໃນການປ້ອງກັນຄວບຄຸມການແຜ່ລະບາດໂຄວິດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme