Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ແຈ້ງຜົນເສຍຫາຍ! ຈາກອຸທົກກະໄພ ປີ 2020 ສົ່ງຜົນກະທົບທີ່ຢູ່ອາໄສ ຂອງປະຊາຊົນ ສະຫວັນນະເຂດ 168 ບ້ານ, ມີ 10.055 ຫລັງຄາ

Posted on 30/10/202030/10/2020 By News No Comments on ແຈ້ງຜົນເສຍຫາຍ! ຈາກອຸທົກກະໄພ ປີ 2020 ສົ່ງຜົນກະທົບທີ່ຢູ່ອາໄສ ຂອງປະຊາຊົນ ສະຫວັນນະເຂດ 168 ບ້ານ, ມີ 10.055 ຫລັງຄາ

ໃນວັນທີ 28 ຕຸລາ 2020ນີ້, ທ່ານ ບຸນລົບ ໂຄດຫລັກຄຳ ຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມ ແຂວງສະຫວັນນະເຂດ ໄດ້ເປີີດເຜີຍຂໍ້ມູນກ່ຽວກັບໄພ ພິບັດນ້ຳຖ້ວມ ຢູ່ຫລາຍເມືອງໃນໄລຍະປີ 2020 ເຊິ່ງໄດ້ສົ່ງຜົນກະທົບທີ່ຢູ່ອາໄສ ຂອງປະຊາຊົນ 168 ບ້ານ, ມີ 10.055 ຫລັງຄາ, ມີ 11.180 ຄອບຄົວ, ພົນລະເມືອງ 61.676 ຄົນ.

ສຳລັບບ້ານທີ່ໄດ້ມີການອົບພະຍົກຄົນໄປຢູ່ສະຖານ ທີ່ປອດໄພ ຢູ່ເຮືອນພີ່ນ້ອງ, ສູນພັກຊົ່ວຄາວ, ຕາມໂຮງຮຽນທີ່ທາງ ຄະນະກຳມະການຕ້ານໄພພິບັດຈັດໃຫ້ຊົ່ວຄາວ 56 ຈຸດ ໃນ 6 ເມືອງຄື: ເມືອງສອງຄອນ, ຈຳພອນ, ຊົນນະບູລີ, ທ່າປາງທອງ, ພີນ ແລະ ເມືອງເຊໂປນ ຈຳນວນ 79 ບ້ານ ມີຈຳນວນ 7.118 ຄອບຄົວ, ມີຈຳນວນພົນ 42.476 ຄົນ ຍິງ 19.972 ຄົນ. ໄພນ້ຳຖ້ວມປີນີ້ ມີເຮືອນເປ່ເພ 118 ຫລັງ (109 ຫຼັງຢູ່ບ້ານແກ້ງຫົວປາ ຄຸ້ມວັງຄົດ ຖືກນ້ຳໄຫລພັດເສຍຫາຍໝົດ), ເລົ້າເຂົ້າຖືກຖ້ວມເສຍຫາຍ 144 ຫລຫງ, ຖ້ວມວັດ 21 ແຫ່ງ, ຕະຫລາດ 1 ແຫ່ງ ແລະ ເຮືອເສຍ ຫາຍ 46 ລຳ, ເສຍຊີວິດ 2 ຄົນ. ພາຫະນະປະເພດລົດຈັກ 80 ຄັນ ແລະລົດໄຖນາ 5 ຄັນ, ມູນຄ່າການເສຍຫາຍທັງ ໝົດຍັງບໍ່ທັນສາມາດສະຫລຸບລວມໄດ້.

ຜົນກະທົບຕໍ່ການຜະລິດ, ເນື້ອທີ່ນາປີຂອງປະຊາຊົນມີຈຳນວນ 441 ບ້ານ, ມີ 43.246 ຄອບຄົວ, ຈຳ ນວນພົນລວມ 175.611 ຄົນ, ພື້ນທີ່ປັກດຳຕົວຈິງ 189.067 ເຮັກ ຕາ ຖືກນ້ຳຖ້ວມ 29.590 ເຮັກຕາ, ເທົ່າກັບ 15.65% ທຽບໃສ່ພື້ນທີ່ປັກດຳຕົວຈິງ, ຄາດຄະເນຜົນເສຍຫາຍ 23.852 ເຮັກຕາ, ເທົ່າກັບ 80,51%; ນອກຈາກນີ້ ຍັງມີໄມ້ອຸດສາຫະກຳ 6.799 ຕົ້ນ, ສວນ ແລະພືດຜັກຕ່າງໆເປັນຈຳນວນ 607 ເຮັກຕາ. ມີໜອງປາລວມໝູ່ ແລະ ຂອງປະຊາຊົນ 2.575 ໜອງ ຖືກຖ້ວມ ແລະຍັງມີສັດລ້ຽງຂອງປະຊາຊົນຕາຍ ແລະສູນຫາຍ ຈຳນວນ 3.476 ໂຕຄື: ຄວາຍ 95 ໂຕ, ງົວ 147 ໂຕ, ແບ້ 168 ໂຕ, ໝູ 502 ໂຕ ແລະ ສັດປີກເປັນຈຳນວນ 2.564 ໂຕ.

ສຳລັບ ລະບົບຊົນລະປະທານຖືກຖ້ວມຈຳນວນ 53 ໂຄງການ, ອ່າງເກັບນ້ຳ 15 ແຫ່ງ, ປະຕູນ້ຳ 5 ແຫ່ງ ແລະຖ້ວມສະຖານີຈັກສູບນ້ຳຄອງເໝືອງ 11 ແຫ່ງ ລວມມູນຄ່າເສຍຫາຍ 141.496 ລ້ານກີບ ໃນນັ້ນມີດ້ານປູກຝັງ 137.818 ລ້ານກີບ, ດ້ານການລ້ຽງສັດ 3.679 ລ້ານກີບ ສ່ວນດ້ານຊົນລະປະທານ ລໍຖ້າການປະເມີນ. ຜົນກະທົບດ້ານໂຍທາທິການ ແລະຂົນສົ່ງ ມີເສັ້ນທາງຖືກຜົນກະທົບເສຍຫາຍ 74 ເສັ້ນ, ຂົວ 13 ແຫ່ງໃນ 8 ເມືອງ ທີ່ສົ້ນຂົວມີການຍຸບຕົວລົງຢູ່ຕາມເສັ້ນທາງຫລວງ, ເສັ້ນທາງທ້ອງ ຖິ່ນ ເປ່ເພ ແລະຕັດຂາດ ເຮັດໃຫ້ການຄົມມະນາຄົມພົບຄວາມຫຍຸ້ງຍາກເສັ້ນທາງທີ່ຖືກນ້ຳຖ້ວມໜ້າທາງ 67 ຈຸດ, ນ້ຳເຊາະເຈື່ອນໜ້າທາງ 8 ຈຸດ, ມີດິນເຈື່ອນຕັນທາງ 24 ຈຸດ, ໜ້າທາງຊຸດຕົວລົງ 15 ຈຸດ, ຂົວເປ່ເພ 12 ແຫ່ງ.

ຂ່າວສານບ້ານເມືອງ

Post navigation

Previous Post: ເກີດເຫດ! ອັກຄີໄພ ເຮືອນປະຊາຊົນບ້ານ ນອງວິໄລ ເມືອງນອງ ແຂວງສະຫວັນນະເຂດ
Next Post: ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ເມືອງ​ທ່າ​ປາງ​ທອງ​ເກັບ​ກ່ຽວ​ເຂົ້າ​ນາ​ປີ​ຊ່ວຍ​ປະ​ຊາ​ຊົນ​ທີ່​ຖືກ​ນ້ຳ​ຖ້ວມ

Related Posts

ແຈ້ງເຕືອນ! ຍັງຜ່ານບໍ່ໄດ້ທາງ 13 ເໜືອ ເຂດກາສີທີ່ດິນເຈື່ອນຕັນທາງ ຂ່າວສານບ້ານເມືອງ
ຜົນກອງປະຊຸມສຸດຍອດ ແອັກແມັກ (ACMECS) ຄັ້ງທີ 9, ກອງປະຊຸມສຸດຍອດ CLMV ຄັ້ງທີ 10 ແລະ ກອງປະຊຸມສຸດຍອດ ເຂດສາມຫລ່ຽມພັດທະນາ CLV ຄັ້ງທີ 11 ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 218 ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເພີ່ມ 1042ຄົນ ຂ່າວສານບ້ານເມືອງ
ເປັນຫຍັງ ຕ້ອງມີຊິມເນັດ ແລະ ຊິມໂທ! ຢາກໃຫ້ໜ່ວຍງານປົກປ້ອງຜູ່ບໍລິໂພກ ແກ້ໄຂ ໃຫ້ເປັນຊິມດຽວ ໄດ້ບໍ່? ຂ່າວສານບ້ານເມືອງ
ຄະນະສະເພາະກິດ ອັບເດດ ຜົນການສືບສວນ ປະຫວັດສຸຂະພາບ ແມ່ຕູ້ບຸນຍັງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme