Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເກີດເຫດ! ອັກຄີໄພ ເຮືອນປະຊາຊົນບ້ານ ນອງວິໄລ ເມືອງນອງ ແຂວງສະຫວັນນະເຂດ

Posted on 30/10/202030/10/2020 By News No Comments on ເກີດເຫດ! ອັກຄີໄພ ເຮືອນປະຊາຊົນບ້ານ ນອງວິໄລ ເມືອງນອງ ແຂວງສະຫວັນນະເຂດ

ຕາມການລາຍງານຂອງເຈົ້າໜ້າທີ່ ໜ່ວຍງານ ສະກັດກັ້ນ ແລະ ຕ້ານອັກຄີໄພ ໃນວັນທີ 27 ຕຸລາ 2020ວ່າ:ໄດ້ຮັບແຈ້ງການຈາກພົນລະເມືອງດີໃນເວລາ 1 ໂມງ 35 ນາທີ ຂອງວັນທີ 24 ຕຸລາ 2020 ເກີດເຫດອັກຄີໄພ (ໄຟໄໝ້ເຮືອນ) ຢູ່ບ້ານ ນອງວິໄລ ເມືອງນອງ ແຂວງສະຫວັນນເຂດ, ປະເພດເຮືອນແມ່ນເປັນເຮືອນໄມ້ຊັ້ນດຽວ,ແອ້ມດ້ວຍແປ້ນ, ມຸງດ້ວຍສັງກະສີ, ລວງຍາວຂອງເຮືອນ 18ແມັດ, ກວ້າງ 6ແມັດ, ສູງ6,20ແມັດ,ເຊິ່ງເປັນເຮືອນຂອງ ທ້າວ ຈັນລະຄອນ ພິມມະເສນ ອາຍຸ 32 ປີ, ອາຊີບ ພະນັກງານ, ເຮືອນໜ່ວຍທີ 6, ບ້ານ ນອງວິໄລ ເມືອງນອງ ແຂວງສະຫວັນນະເຂດ.

This image has an empty alt attribute; its file name is 123136618_1297059180641305_7340663712681929202_o.jpg

ຈາກການບອກເຫຼົ່າຂອງປະຊາຊົນຜູ້ທີ່ເຫັນເຫດການກ່າວວ່າ: ໃນຂະນະທີ່ຄົນໃນເຮືອນໃກ້ຄຽງຕ່າງກໍ່ເຮັກວຽກກິດຈະກຳປະຈຳວັນຢູ່ເຮືອນຂອງໃຜລາວ ສ່ວນເຈົ້າຂອງເຮືອນແມ່ນໄດ້ອອກໄປກ່ຽວເຂົ້າຕັ້ງແຕ່ເຊົ້າ ເນື່ອງຈາກຳພພິບັດນ້ຳຖ້ວມໄດ້ຢຸດເຊົາລົງ, ທາງຄອບຄົວຈຶ່ງຍາດແຍ່ງເວລາອອກໄປກ່ຽວເຂົ້າ ແລະ ໃນເວລາຕໍ່ມາ ປະຊາຊົນໄດ້ກິ່ນຄວັນຈຶ່ງຍ່າງອອກມາເບິ່ງກໍ່ເລີຍໄດ້ເຫັນໄຟລຸກໄໝ້ ແລະ ລາມໄປທົ່ວເຮືອນ ເມື່ອເຫັນແນວນັ້ນປະຊາຊົນໃກ້ຄຽງໄດ້ຮ້ອງ ແລະ ພາກັນຊ່ວຍຂົນນ້ຳມອດໄຟແຕ່ກໍ່ບໍ່ໄດ້ຜົນຫຍັງ,ເນື່ອງຈາກໄຟໄດ້ລຸກລາມແຮງບວກກັບເຮືອນເປັນເຮືອນໄມ້ຈຶ່ງລຸກລາມໄໝ້ໄດ້ງ່າຍ

This image has an empty alt attribute; its file name is 122853114_1297059220641301_7868653690949964912_o.jpg

ແຕ່ທີ່ໜ້າເສົ້າສະຫຼົດໃຈໄປກວ່ານັ້ນໄດ້ຮູ້ວ່າມີເຈົ້າຂອງເຮືອນຄົນ1 ຊື່ນາງ ຜ່ອນ ອາຍຸ 90ປີ ຕິດຢູ່ໃນເຮືອນ, ເຮັດໃຫ້ໄຟເຜົາໄໝ້ ແລະເສຍຊີວິດຄາທີ່, ເຂົ້າຂອງເຄື່ອງໃຊ້ຕ່າງໆແມ່ນຖືກໄຟໄໝ້ເປັນເຖົ່າຖ່ານຈົນໝົດກ້ຽງ, ເຈົ້າຂອງເຮືອນເຫຼືອແຕ່ເຄື່ອງຂອງຄາຄີງ ເຊິ່ງຈຳນວນຄົນໃນເຮືອນທັງໝົດ 8 ຄົນ, ຍິງ 3. ສາເຫດທີ່ພາໃຫ້ເກີດອັກຄີໄພ, ໄຟໄໝ້ຄັ້ງນີ້ແມ່ນເກີດມາຈາກໄຟຟ້າລັດວົງຈອນ, ເຊິ່ງລວມມູນຄ່າຄວາມເສຍຫາຍຈາກໄຟໄໝ້ທັງໝົດ 91.837.000ກີບ.

This image has an empty alt attribute; its file name is 122968712_1297059247307965_6067909021122200969_o.jpg

ນັກຂ່າວເມືອງນອງ

ຂ່າວສານບ້ານເມືອງ

Post navigation

Previous Post: ທະຫານແຂວງສະຫວັນະເຂດ ສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນພາຍ ໃນຄັ້ງທີ VII ໄລຍະ 5 ປີ ຜ່ານມາ
Next Post: ແຈ້ງຜົນເສຍຫາຍ! ຈາກອຸທົກກະໄພ ປີ 2020 ສົ່ງຜົນກະທົບທີ່ຢູ່ອາໄສ ຂອງປະຊາຊົນ ສະຫວັນນະເຂດ 168 ບ້ານ, ມີ 10.055 ຫລັງຄາ

Related Posts

ລົດເກງຕໍາລົດຖີບສາຫັດ 1 ທາງເມືອງສີໂຄດຕະບອງ ຂ່າວສານບ້ານເມືອງ
ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອ +13ຄົນ ຂ່າວສານບ້ານເມືອງ
ເຜີຍແຜ່ກ່ຽວກັບຜົນຮ້າຍ-ໄພອັນຕະລາຍຂອງຢາເສບຕິດຢູ່ບ້ານແສນອຸດົມ ເມືອງໄຊທານີ ຂ່າວສານບ້ານເມືອງ
ແຜນການໃນຕໍ່ໜ້າທີ່ຄະນະບໍລິຫານງານສູນກາງພັກຊຸດໃໝ່ ຕ້ອງສືບຕໍ່ນໍາພາຈັດຕັ້ງປະຕິບັດໃນ 5 ປີຕໍ່ໜ້າຕື່ມອີກ ຂ່າວສານບ້ານເມືອງ
ສາລະວັນ ລະດົມແນວຄິດຈັດສັນແຫຼ່ງທ່ອງທ່ຽວອຸທິຍານພູຜາສຸກ ຂ່າວສານບ້ານເມືອງ
ໃຫ້ລາງວັນນໍາຈັບຄົນກໍ່ເຫດວາງເພີງຢູ່ບ້ານໂນນຂີ້ເຫຼັກ ເມືອງສີໂຄດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme