Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກອງຮ້ອຍປ້ອງກັນຊາຍແດນ161 ທະຫານແຂວງຫຼວງພະບາງສໍາເລັດການອົບຮົມ

Posted on 29/10/202029/10/2020 By News No Comments on ກອງຮ້ອຍປ້ອງກັນຊາຍແດນ161 ທະຫານແຂວງຫຼວງພະບາງສໍາເລັດການອົບຮົມ

ວັນທີ 27 ຕຸລາ 2020 ຜ່ານມານີ້ກອງຮ້ອຍປ້ອງກັນຊາຍແດນ 161 ທະຫານແຂວງຫຼວງພະບາງໄດ້ສໍາເລັດການອົບຮົມຍິງລູກປືນແທ້ ໂດຍເປັນການເປັນປະທານຂອງສະຫາຍ ຮ້ອຍເອກ ບຸນຄຳ ໄຊຍະສິດ ຫົວໜ້າການທະຫານກອງຮ້ອຍປ້ອງກັນຊາຍແດນ 161, ມີຄະນະພັກ – ຄະນະບັນຊາ, ແຂກຮັບເຊີນຈາກບ້ານອ້ອມຂ້າງ ແລະ ພະນັກງານ – ນັກຮົບເຂົ້າຮ່ວມ.

ການອົບຮົມຍິງເປົ້າໝາຍດ້ວຍລູກປືນແທ້ປີນີ້ ແມ່ນໄດ້ຍິງໃນ (ບົດບຸກຕີກາງເວັນ) ເຊິ່ງມີເງື່ອນໄຂໃນການຍິງຄື: ໄລຍະຍິງ 65 ແມັດ, 80 ແມັດ, 100 ແມັດ ແລະ 150 ແມັດ, ທ່າຍິງ ເປົ້າເລກ 5 – 6ຂ ແມ່ນນອນຍິງ, ເປົ້າເລກ 6ກ ນັ່ງຍິງ, ເປົ້າເລກ 10 – 7ງ ອາໄສຂຸມຄອງຍິງ, ເປົ້າເລກ 8ຄ ແມ່ນເປົ້າແລ່ນ ບໍ່ກຳນົດທ່າຍິງ, ຈຳນວນລູກປືນ ຕໍ່ກັບປືນກົນມື ແມ່ນມີ 14 ລູກ, ປະກອບດ້ວຍໝາກແຕກ 1 ໜ່ວຍ, ປືນເຫຼັກຍາວ ແມ່ນມີ 7 ລູກ ແລະ ໝາກແຕກ 1 ໜ່ວຍ, ກຳນົດເວລາເປີດ – ປິດເປົ້າ, ເປົ້າເລກ 5 ເລກ 6ຂ ແມ່ນເປົ້າປັກຄົງທີ່, ເປົາເລກ 6ກ ປະກົດຂື້ນ 1 ເທື່ອ ມີ 45 ວິນາທີ, ເປົາເລກ 10 ເລກ 7ງ ປະກົດຂື້ນ 1 ເທື່ອ ເປົ້າລະ 15 ວິນາທີ, ເປົ້າເລກ 8ຂ ປະກົດຂື້ນ 2 ເທື່ອໆລະ 5 – 6 ວິນາທີ. ຜ່ານການຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ໃນຄັ້ງນີ້ໄດ້ດໍາເນີນໄປເປັນເວລາ 1 ວັນຈິງສໍາເລັດ ແລະ ສາມາດສັ່ງລວມໄດ້ມີນັກຍິງຂັ້ນເກັງຈໍານວນ 33 ສະຫາຍສະເລ່ຍເທົ່າກັບ 45,83%, ຂັ້ນດີມີຈໍານວນ 24 ສະຫາຍສະເລ່ຍເທົ່າກັບ 33,33% ແລະ ຄາດໝາຍມີ 8 ສະຫາຍເທົ່າກັບ 11,11%.

ໂອກາດນີ້ ສະຫາຍ ຮ້ອຍເອກ ບຸນຄໍາ ໄຊຍະສິດ ຫົວໜ້າການທະຫານກອງຮ້ອຍທະຫານປ້ອງກັນຊາຍແດນ 161 ໄດ້ມີຄຳເຫັນປິດພິທີກ່າວວ່າ: ການອົບຮົມຍິງລູກປືນແທ້ແມ່ນມີຄວາມສໍາຄັນທີ່ສຸດຂອງກໍາລັງປະກອບອາວຸດ, ເປັນການຍົກລະດັບຄວາມຮູ້ຄວາມສາມາດຂອງນາຍ ແລະ ພົນທະຫານ ດ້ານສິນລະປະຍຸດ, ຍຸດທະວິທີ ແລະ ຊໍານິຊໍານານໃນການນໍາໃຊ້ອາວຸດຍຸດໂທປະກອນຂອງກອງທັບ, ນັກອົບຮົມແຕ່ລະສະຫາຍ ຈົງນໍາເອົາເນື້ອໃນການອົບຮົມຫັດແອບໃນຄັ້ງນີ້ ໄປຈັດຕັ້ງເຂົ້າສູ່ລົງເລິກໃນໜ້າທີ່ວຽກງານຕົວຈິງໃຫ້ໄດ້ຜົນສູງ, ສືບຕໍ່ຝຶກຝົນຫຼໍ່ຫຼອມຊອກຮູ້ຮໍ່າຮຽນແນວທາງເຕັກນິກວິທະຍາສາດ ເພື່ອພັດທະນາຕົນເອງ ແລະ ກົມກອງ ໃຫ້ມີໃບໜ້າອັນໃໝ່ ແລະ ທັງຮັບປະກັນເຮັດໃຫ້ກົມກອງຮັບຜິດຊອບມີຄວາມສະຫງົບປອດໄພ 100%.

ຂໍ້ມູນ: ເກດແກ້ວ ໄຊທະພອນ, ຮຽບຮຽງ: ສົມພອນ ສຸວັນທອນ.

ຂ່າວສານບ້ານເມືອງ

Post navigation

Previous Post: ຄະນະທີມງານ ຄອບຄົວການນຳແຂວງສະຫັວນນະເຂດ ຍັງຄົງລົງພື້ນທີ່ໃຫ້ການຊ່ວຍເຫຼືອຜູ້ປະສົບໄພ ນ້ຳຖ້ວມ
Next Post: ສຳເລັດກອງປະຊຸມໃຫຍ່ ຄັ້ງທີ VII ອົງຄະນະພັກ ນະຄອນຫລວງວຽງຈັນ

Related Posts

ທລຍ ເປັນສ່ວນໜຶ່ງໃນການສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ປະສານງານກຸ່ມບ້ານ ຂ່າວສານບ້ານເມືອງ
ໄຂງານບຸຸນສະເຫຼີມສະຫຼອງບັນຈຸອັດຖິ ອະດີດ ຍາທ່ານໃຫຍ່ ຄຳປານ ແສນອຳພາ ແລະ ງານບຸນປະຕິບັດທັມກັມມະຖານປະຈຳປີ 2020 ຂ່າວສານບ້ານເມືອງ
25-28 ມິຖຸນາ ກຽມຮັບມື ລົມມໍລະສຸມ ຝົນຕົກຟ້າລົມ ຂ່າວສານບ້ານເມືອງ
ທີມງານສະເພາະກິດດ້ານເຕັກນິກໄດ້ລົງແກ້ໄຂບັນຫາໝໍ້ນັບໄຟຕາມການສະເໜີຜູ້ຊົມໃຊ້ໄຟ ຂ່າວສານບ້ານເມືອງ
ຊາວກະຊິກອນເມືອງຜາອຸດົມສຳເລັດການ ເກັບກ່ຽວເຂົ້ານາແຊງ ແລະ ພືດລະດູແລ້ງ ຂ່າວສານບ້ານເມືອງ
ຈັບ 2 ເປົ້າໝາຍພ້ອມຂອງກາງ 159.800 ເມັດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme