Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ແຂວງຈຳປາສັກ ມອບເງິນ ແລະ ເຄື່ອງຊ່ວຍເຫລືອ ແກ່ຜູ້ປະສົບໄພນໍ້າຖ້ວມ

Posted on 28/10/202028/10/2020 By News No Comments on ແຂວງຈຳປາສັກ ມອບເງິນ ແລະ ເຄື່ອງຊ່ວຍເຫລືອ ແກ່ຜູ້ປະສົບໄພນໍ້າຖ້ວມ

ໃນວັນທີ 26 ຕຸລາ 2020 ທີ່ຫ້ອງວ່າການແຂວງສະຫວັນນະເຂດ, ຄະນະພັກອົງ ການປົກຄອງແຂວງຈໍາປາສັກ ໄດ້ນຳເອົາເງິນສົດ-ວັດຖຸປັດໄຈ, ເຄື່ອງອຸປະໂພກ-ບໍລິໂພກ ປະກອບ ມີ: ເງິນສົດ 120.000.000 ກີບ, ເຂົ້າສານໜຽວ 5 ໂຕນ, ນໍ້າດື່ມກາໂລມາຄຳ 5.000 ແພັກ, ເກີບ ແລະ ເຄື່ອງນຸ່ງຫົ່ມ ລວມມູນຄ່າ 268.000.000 ກີບ ມາມອບໃຫ້ຄະນະພັກ ອົງການປົກຄອງແຂວງສະຫວັນນະເຂດ ເພື່ອນໍາສົ່ງໄປຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໄພນໍ້າຖ້ວມ ຢູ່ ແຂວງສະຫວັນນະເຂດ.

ເປັນກຽດກ່າວມອບໂດຍ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ແລະ ເປັນກຽດ ກ່າວຮັບໂດຍ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ມີຫົວໜ້າພະແນກແຮງງານ ສະຫວັດດີການ ແລະ ສັງຄົມແຂວງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງສອງແຂວງ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ກ່າວວ່າ: ເພື່ອເປັນການແບ່ງເບົາ, ໃນນາມອົງຄະນະພັກ ອົງການປົກຄອງແຂວງຈຳປາສັກ ຂໍສະແດງຄວາມທຸກໂສກເສຍໃຈ ແລະເປັນການໃຫ້ກຳລັງໃຈຄະນະພັກ ອົງການປົກຄອງ ກໍຄື ປະຊາຊົນຊາວ ແຂວງສະຫວັນນະເຂດ ທີ່ໄດ້ຖືກຜົນກະທົບຢ່າງເປັນວົງກວ້າງ ຈາກໄພນໍ້າຖ້ວມໃນປີ 2020. ພ້ອມນີ້, ແຂວງຈຳປາສັກ ກໍພ້ອມທີ່ຈະໃຫ້ການຊ່ວຍເຫລືອ ແຂວງສະຫວັນນະເຂດ ໃນການຟື້ນຟູພັດທະນາ ໃນຕໍ່ໜ້າ ແລະ ເຄື່ອງທີ່ນໍາມາຊ່ວຍເຫລືອໃນຄັ້ງນີ້, ຄະນະພັກອົງການປົກຄອງແຂວງ ກໍຄື ພາກລັດ ໄດ້ຮ່ວມແຮງຮ່ວມໃຈ ສົມ ທົບທຶນ ຈາກການລະດົມ ບໍລິຈາກນຳພາກສ່ວນນັກທຸລະກິດ, ຜູ້ປະກອບການ ທີ່ຢູ່ນະຄອນຫຼວງວຽງຈັນ ແລະ ໃນແຂວງຈຳປາສັກ.

ຂ່າວ: ທັດຊະນະ

ຂ່າວສານບ້ານເມືອງ

Post navigation

Previous Post: ເຕືອນອີກເດີ້! ພາຍຸໄຕ້ຝຸ່ນ ໂມລາເວ ຈະເຄື່ອນເຂົ້າມາຮອດລາວ ເວລາ 15 ໂມງຂອງມື້ນີ້
Next Post: ການຂະຫຍາຍຕົວຂອງເສດຖະກິດລາວ ມີທ່າອ່ຽງຫລຸດລົງ ໃນແຕ່ລະປີ ຍ້ອນມີອຸປະສັກ ແລະ ສິ່ງທ້າທາຍ

Related Posts

ໜັກໜ່ວງ! ເສັ້ນທາງເສຍຫາຍໜັກ ຈາກໄພນ້ຳຖ້ວມ ເມືອງນອງ ຂ່າວສານບ້ານເມືອງ
ລັດຖະບານ ຈະບໍ່ອະນຸຍາດໃຫ້ເອົາລົດປະຈໍາຕໍາແໜ່ງໄປພ້ອມເມື່ອອອກຮັບບໍານານ ຂ່າວສານບ້ານເມືອງ
ເຈັບສິບກວ່າຄົນ ກະບະເສຍຫຼັກຕໍາເຂົ້າຮ້ານຂາຍພ້າ ທາງໄປປາກຊ່ອງ ຂ່າວສານບ້ານເມືອງ
ຈາກໄປຍ້ອນໂຄວິດມື້ນີ້ ຢູ່ແຂວງໄຊຍະບູລີ ຂ່າວສານບ້ານເມືອງ
ສານປະຊາຊົນ ແຂວງວຽງຈັນ ຕັດສີນອິດສະພາບ ຈໍ າ ເ ລີ ຍ 2 ຄົນ ຈໍ າ ຄຸ ກ ຕ ະ ຫຼ ອ ດຊີວິດ ຂ່າວສານບ້ານເມືອງ
ໜ່ວຍກູ້ຊີບອົງການກາແດງລາວໃນຈັດການເຝິກອົບຮົມ”ກູ້ຊີບ-ກູ້ໄພດ້ວຍເຊືອກສຸກເສີນ” ໃຫ້ແກ່ອາສາສະໝັກໜ່ວຍກູ້ຊີບອົງການກາແດງລາວ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme