Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຢຸດຕິ! ການກູ້ຢືມຈາກຕ່າງປະເທດ ແກ້ໄຂຫນີ້ສິນສາທາລະນະ

Posted on 27/10/202027/10/2020 By News No Comments on ຢຸດຕິ! ການກູ້ຢືມຈາກຕ່າງປະເທດ ແກ້ໄຂຫນີ້ສິນສາທາລະນະ

ອີງຕາມບົດລາຍງານ ຂອງທ່ານນຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາປີ 2020 ແລະ ທິດທາງແຜນການ ປີ 2021 ໃນກອງປະຊຸມສະໄຫມສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VII, ໃນຄັ້ງວັນທີ 27 ຕຸລາ 2020 ນີ້ ມີບາງຕອນໃນບົດລາຍງານໃຫ້ຮູ້ວ່າ: ການບໍລິຫານຫນີ້ສິນສາທາລະນະ ລັດຖະບານເຫັນໄດ້ສະພາບຫນີ້ສິນສາທາລະນະຂອງປະເທດໃນປັດຈຸບັນ ມີຄວາມຫນັກຫນ່ວງ ແລະ ກາຍເປັນຄວາມສ່ຽງສູງຕໍ່ຄວາມຫມັ້ນຄົງທາງດ້ານເສດຖະກິດ.

ສະນັ້ນ, ຈຶ່ງໄດ້ກໍານົດແຜນແກ້ໄຂເປັນສະເພາະຫນ້າ ໄລຍະກາງ ແລະ ໄລຍະຍາວ ຢ່າງຊັດເຈນໂດຍພະຍາຍາມຫຼຸດການຂາດດຸນງົບປະມານລົງແຕ່ລະປີ, ໄດ້ແຍກການຄຸ້ມຄອງຫນີ້ສິນອອກມາຄຸ້ມຄອງສະເພາະ ໂດຍຢຸດຕິການກູ້ຢືມຈາກຕ່າງປະເທດ ມາດຸນດ່ຽງລາຍຈ່າຍງົບປະມານປົກກະຕິ, ການກູ້ຢືມຕ່າງປະເທດສາມາດກູ້ໄດ້ສະເພາະເພື່ອມາຊໍາລະຕົ້ນທຶນເງິນກູ້ຕ່າງປະເທດທີ່ຄົບກໍານົດເທົ່ານັ້ນ, ມາຮອດປັດຈຸບັນ, ລັດຖະບານຍັງສາມາດຊໍາລະຢູ່ໃນເກນປົກກະຕິຂອງຫນີ້ຕ່າງປະເທດ.

ການແກ້ໄຂຫນີ້ສິນໂຄງການລົງທຶນຂອງລັດ: ໄດ້ເອົາໃຈໃສ່ການແກ້ໄຂຫນີ້ສິນໂຄງການລົງທຶນຂອງລັດໃນ ພາກປົກກະຕິປະຈໍາປີ 2020, ນອກຈາກນີ້ຍັງໄດ້ສໍາເລັດການຄົ້ນຄວ້າ ວິທີການແກ້ໄຂຫນີ້ສິນ ດ້ວຍຮູບແບບອ່ວາຍຫນີ້ 3 ແຈ ແລະ ການອອກພັນທະບັດ; ໄດ້ປະຕິບັດຜົນຂອງກວດກາຕາມຜົນການກວດສອບ ຊຶ່ງເຫັນໄດ້ວ່າ ມີໂຄງການຕ້ອງຫັກລົບມູນຄ່າຈໍານວນ 180 ໂຄງການ, ມູນຄ່າຫັກລົບ 1.861,59 ຕື້ກີບ ແລະ ຮອດທ້າຍປີ 2020 ຄາດວ່າຈະສາມາດຫັກລົບໄດ້ 578,35 ຕື້ກີບ.

FM90

ຂ່າວສານບ້ານເມືອງ

Post navigation

Previous Post: ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII
Next Post: ທີ​ມງານ​ໂຄສະນາ ​ແລະ ປູກ​ຈິດ​ສຳນຶກ​ດ້າ​ນການ​ອານຸລັກ​ຊັບພະຍາກອນ​ປ່າ​ໄມ້ ​ແລະ ສັດ​ນ້ຳ – ສັດປ່າ ລົງ​ໂຄສະນາ​ໃຫ້​ກຸ່ມ​ເປົ້າໝາຍຕາມ​ທ່ອງ​ຕະຫຼາດ ​ເມືອງ​ຍົມ​ມະ​ລາດ​ແຂວງ​ຄຳ​ມ່ວນ

Related Posts

ບໍ່ເຂັດບໍ່ຫຼາບ ພົ້ນ ໂ ທ ດ ມາກະ ທ ໍາ ຜິ ດ ແບບເກົ່າ ຂ່າວສານບ້ານເມືອງ
ເຈົ້າໜ້າທີ່ ຈັບກຸ່ມແກ້ງຄ້າ ຢ າ ເ ສ ບ ຕິ ດ ໃນນະຄອນຫຼວງວຽງຈັນ ຂ່າວສານບ້ານເມືອງ
ສ້າງຂະບວນການແກ້ໄຂຄວາມທຸກຍາກ ແລະ ໂພຊະນາການ ໂດຍໃຊ້ສີລະປະວັນນະຄະດີ ຢູ່ບ້ານສາມັກຄີໄຊ ຂ່າວສານບ້ານເມືອງ
ເສດຖະກິດ ຄ່ອຍຟື້ນຕົວດີຂຶ້ນຫຼັງລັດຖະບານຜ່ອນຜັນຫຼາຍມາດຕະການ ຂ່າວສານບ້ານເມືອງ
ເສຍຫາຍເປເພໜັກ ຂົວຂ້າມຫ້ວຍໝາກແງວ ເມືອງບາຈຽງຈະລີນສຸກ ຂ່າວສານບ້ານເມືອງ
ກັກໂຕໄດ້ແລ້ວຜູ້ກໍ່ເຫດ ຍິ ງ ລົດຢູ່ທາງດ່ວນ ທັງຫມົດ 7 ຄົນ    ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme