Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຫ້ອງເສນາທິການ ທະຫານແຂວງຫຼວງພະບາງ ເລື່ອນສະມາຊິກພັກສໍາຮອງຂື້ນສົມບູນ ແລະ ມອບບັດສະມາຊິກພັກ

Posted on 27/10/202027/10/2020 By News No Comments on ຫ້ອງເສນາທິການ ທະຫານແຂວງຫຼວງພະບາງ ເລື່ອນສະມາຊິກພັກສໍາຮອງຂື້ນສົມບູນ ແລະ ມອບບັດສະມາຊິກພັກ

ຕອນເຊົ້າຂອງວັນທີ 22 ຕຸລາ 2020 ນີ້ ຫ້ອງເສນາທິການທະຫານແຂວງຫຼວງພະບາງ ໄດ້ຈັດພິທີເລື່ອນສະມາຊິກພັກສໍາຮອງຂື້ນເປັນສະມາຊິກພັກສົມບູນ ແລະ ມອບບັດສະມາຊິກພັກສົມບູນໃຫ້ສະມາຊິກພັກຮອບທີ 5 ຊຸດທີ 5 ຢູ່ທີ່ສະໂມສອນກົມກອງຂອງຕົນ. ໂດຍການເປັນປະທານ ຂອງສະຫາຍ ພັນເອກ ອຸ່ນເຮືອນ ເຮືອງບົວສອນ ຮອງກອງບັນຊາການ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງເສນາທິການທະຫານແຂວງຫຼວງພະບາງ.

.

ມີຄະນະພັກ – ຄະນະບັນຊາເລຂາໜ່ວຍພັກ, ຫົວໜ້າພະແນກ, ຮອງພະແນກຕະຫຼອດຮອດພະນັກງານສະມາຊິກພັກສົມບູນພາຍໃນກົມກອງເຂົ້າຮ່ວມ.ສະຫາຍ ພັນໂທ ບຸນລຽງ ລໍວັນຄໍາ ຄະນະພັກກອງບັນຊາການ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າຫ້ອງເສນາທິການທະຫານແຂວງ ໄດ້ຜ່ານໃບອະນຸມັດວ່າດ້ວຍການເລື່ອນສະມາຊິກພັກສໍາຮອງຂື້ນເປັນສະມາຊິກພັກສົມບູນຂອງຄະນະປະຈໍາພັກກອງບັນຊາການທະຫານແຂວງຫຼວງພະບາງ ຈໍານວນ 4 ສະຫາຍ ແລະ ມະຕິຕົກລົງຂອງຄະນະປະຈໍາພັກແຂວງຫຼວງພະບາງ ວ່າດ້ວຍການມອບບັດສະມາຊິກພັກສົມບູນຂອງພັກປະຊາຊົນປະຕິວັດລາວທີ່ຄົບມາດຖານເງື່ອນໄຂໄດ້ຮັບບັດໃນຮອບທີ 5 ຊຸດທີ 5 ອີງຕາມມະຕິຕົກລົງຂອງກົມການເມືອງສູນກາງພັກສະບັບເລກທີ່ 020 ກົມການເມືອງສູນກາງພັກ, ລົງວັນທີ 22 ທັນວາ 2016. ວ່າດ້ວຍການອອກບັດ – ມອບບັດໃຫ້ສະມາຊິກພັກສົມບູນຢູ່ຫ້ອງເສນາທິການທະຫານແຂວງຈໍານວນ 35 ສະຫາຍ, ຍິງ 5 ສະຫາຍໄດ້ຕາມມາດຖານ ໂດຍແມ່ນ ສະຫາຍ ພັນເອກ ອຸ່ນເຮືອນ ເຮືອງບົວສອນ ຮອງກອງບັນຊາການ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງເສນາທິການທະຫານແຂວງຫຼວງພະບາງ ເປັນຜູ້ໃຫ້ກຽດຂື້ນມອບໃບອະນຸມັດ ແລະ ບັດສະມາຊິກພັກຈໍານວນດັ່ງກ່າວຢ່າງສົມກຽດ.

ພ້ອມທັງໂອ້ລົມຕໍ່ພິທີກ່ອນອື່ນສະຫາຍ ໄດ້ສະແດງຄວາມຊົມເຊີຍຕໍ່ພະນັກງານສະມາຊິກພັກທີ່ໄດ້ເລື່ອນສໍາຮອງຂື້ນເປັນສະມາຊິກພັກສົມບູນ ແລະ ພາກສ່ວນທີ່ໄດ້ຮັບບັດສະມາຊິກພັກສົມບູນທີ່ເປັນການສະແດງເຖິງຜົນງານຄວາມເອົາໃຈໃສ່ໃນການເຄື່ອນໄຫວເຮັດສໍາເລັດໜ້າທີ່ວຽກງານທີ່ການຈັດຕັ້ງພັກ – ລັດຂັ້ນເທິງມອບໝາຍໃຫ້ເປັນການຝຶກຝົນຫຼໍ່ຕົນເອງຢ່າງຮອບດ້ານ ແລະ ເປັນແບບຢ່າງທີ່ດີໃນການຊີ້ນໍາ – ນໍາພາໃນທຸກຂົງເຂດວຽກງານຕ່າງໆ ຂອງກົມກອງ ພ້ອມນີ້ສະຫາຍ ຫົວໜ້າຫ້ອງເສນາທິການທະຫານແຂວງຫຼວງພະບາງ ໄດ້ເນັ້ນໃຫ້ສືບຕໍ່ເຄື່ອນໄຫວປະຕິບັດໜ່າທີ່ວຽກງານວິຊາສະເພາະໃຫ້ປະສົບຜົນສໍາເລັດຕາມການມອບໝາຍຂອງຂັ້ນເທິງ,ເປັນເຈົ້າການຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ, ສືບຕໍ່ປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງກອງທັບວາງອອກໃຫ້ເຂັ້ມງວດ.

ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີການພັດທະນາປ່ຽນແປງດ້ວຍແນວຄິດທິດສະດີທີມີວິທະຍາສາດເຕັກໂນໂລຊີທີ່ທັນສະໄໝ. ໄປພ້ອມກັບເເນວຄິດຈິດໃຈຮັກເຊື້ອແພງຊາດ, ຮັກບ້ານເກີດເມືອງນອນຂອງຕົນ. ຕ້ານແນວຄິດຂີ້ຄ້ານມັກງາຍເຫັນແກ່ຜົນປະໂຫຍດສ່ວນຕົວທີ່ຈະສ້າງໃຫ້ເກີດປະກົດການຫໍ້ຍທໍ້ຕ່າງໆ ຢູ່ໃນກົມກອງກໍຄືຢູ່ໃນສັງຄົມ. ໄປພ້ອມກັນນັ້ນພະນັກງານສະມາຊິກພັກຕ້ອງມີແນວຄິດຊື່ສັດບໍລິສຸດປະຢັດມັດທະຍັດຫຼີກເວັ້ນບັນຫາການຫຼີ້ນກິນຟຸມເຟືອຍຕັ້ງໜ້າສ້າງສາພັດທະນາເສດຖະກິດແກ້ໄຂຊີວິດການກິນຢູ່ຂອງພະນັກງານສະມາຊິກພັກ – ນັກຮົບໃຫ້ດີຂຶ້ນເພື່ອລຸດພົ້ນອອກຈາກຄວາມທຸກຍາກໄດ້ເທື່ອລະກ້າວ.

ໂດຍ: ໄຊຍະສອນ ລັດຕະນະວົງ.

ຂ່າວສານບ້ານເມືອງ

Post navigation

Previous Post: ມອບງົວໃຫ້ປະຊາຊົນ ບ້ານປາກແຈກ ທີ່ໄດ້ຮັບຜົນກະທົບຈາກການກໍ່ສ້າງ ເຂື່ອນໄຟຟ້ານໍ້າອູ1
Next Post: ໝວດທະຫານຮາບທີ່ 3 ກອງຮ້ອຍ 161 ສໍາເລັດການອົບຮົມຫັດແອບຍິ່ງລູກປືນແທ້

Related Posts

ເມືອງໄຊອອກແຈ້ງ! ການປິດ 3 ບ້ານພາຍໃນເມືອງໄຊເປັນການຊົ່ວຄາວ ຂ່າວສານບ້ານເມືອງ
ປະຊາຊົນ 2ບ້ານ ໃນເມືອງພີນ ສາມັກຄີກໍ່ສ້າງຂົວ ດ້ວຍງົບຈາກ ທລຍ 250ລ້ານກີບ ຂ່າວສານບ້ານເມືອງ
ປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມລັດຖະກິດ ທີ່ ຣາຊະອານາຈັກ ກຳປູເຈຍ ຂ່າວສານບ້ານເມືອງ
ເຕືອນໄພການສັນຈອນ! ເສົາໄຟໄຟ້າລົ້ມຫຼາຍຈຸດ ທາງໄປທ່າເດື່ອ ນະຄອນຫຼວງວຽງຈັນ 7/5/2020 ຂ່າວສານບ້ານເມືອງ
ໄປບໍ່ຫຼອດ! ຍ້ ອ ນ ລັ ກ ຂ າ ຍ ຢ າ ເ ສ ບ ຕິ ດ ຂ່າວສານບ້ານເມືອງ
ກັກຕົວໄວລຸ້ນ 6ຄົນທັງຜູ້ຊື້ແລະຜູ້ຂາຍ ຢ າ ເ ສ ບ ຕ ິ ດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme