ໃນວັນທີ 23 ຕຸລາ 2020 ທີ່ຜ່ານມານີ້ ກົມພິພິຕະພັນ ໄກສອນ ພົມວິຫານ ລົງມາເຄື່ອນໃຫວວຽກງານທີ່ເມືອງຍົມມະລາດແຂວງຄຳມ່ວນ ນຳໂດຍທ່ານ ປທ ທອງວັນ ທອງດີ ຮອງຫົວໜ້າກົມກົມພິພິຕະພັນ ໄກສອນ ພົມວິຫານ ພ້ອມຄະນະ ເປັນກຽດຕ້ອນຮັບໃນການລົງເຄື່ອນໄຫວໃນຄັ້ງນີ້ໂດຍທ່ານ ບຸນທັນ ສຸວັນນະລາດ ເຈົ້າເມືອງໆຍົມມະລາດ ເຊີ່ງມີບັນດາທ່ານຫ້ອງການທີ່ກ່ຽວຂ້ອງພາຍໃນເມືອງເຂົ້າຮ່ວມ.

.

.

ຈຸດປະສົງໃນການເຄື່ອໃຫວແມ່ນເພື່ອເກັບກຳຂໍ້ມູນກ່ຽວກັບການເຄື່ອໃຫວຂອງປະທານ ໄກສອນ ພົມວິຫານ ຢູ່ແຂວງຄຳມ່ວນ ເວົ້າສະເພາະແມ່ນຮ່ອງຮອຍການເຄື່ອໃຫວໃນການປະຕິວັດຊາດທີ່ເມືອງຍົມມະລາດໃນສະໄໝການຕໍ່ສູ້ປົດປ່ອຍປະເທດຊາດ ທັງນີ້ກໍ່ເພື່ອເປັນການສັນນະສູດຄືນເຖິງຄວາມແນ່ນອນໃນການລົງມາເຄື່ອນໃຫວຂອງປະທານ ໄກສອນ ພົມວິຫານ ເພື່ອທີ່ຈະນຳເອົາຂໍ້ມູນຕ່າງໆໄປປັບປຸງຍົກລະດັບໃນການວາງສະແດງກ່ຽວກັບຊີວິດ ແລະ ພາລະກິດການປະຕິວັດຂອງປະທານ ໄກສອນ ພົມວິຫານ ທີ່ຫໍພິພິຕະພັນ ໄກສອນ ພົມວິຫານ.

.

.

ເຊິ່ງການຈັດຕັ້ງບ້ານບຸ່ງເບົາໄດ້ໃຫ້ຮູ້ວ່າ: ໃນປີ 1973 ທ່ານປະທານ ໄກສອນ ພົມວິຫານ ໄດ້ລົງມາເຄື່ອນໃຫວ ແລະ ຊີ້ນຳກອງປະຊຸມໃຫຍ່ອົງຄະນະພັກແຂວງຄຳມ່ວນ ( ທີ່ເຂດຖ້ຳລົມ ຄຸ້ມປາກພຸງ ບ້ານບຸ່ງເບົາ ເມືອງຍົມມະລາດແຂວງຄຳມ່ວນ ) ເຊິ່ງເຂດດັ່ງກ່າວແມ່ນສຳນັກງານແຂວງໃນການປະຕິວັດຊາດໃນເມື່ອກ່ອນ. ຫຼັງຈາກນັ້ນການຈັດຕັ້ງບ້ານກໍ່ໄດ້ນຳພາທີມງານໄປເບິ່ງຈຸດທີ່ເປັນສະໂມສອນໃນການຈັດກອງປະຊຸມໃຫຍ່ອົງຄະນະພັກແຂວງຄຳມ່ວນໃນປີ 1973 ແລະ ຂອບເຂດຖ້ຳລົມອີກດ້ວຍ.

.

.
