Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເມືອງວຽງຄໍາ ແຂວງຫຼວງພະບາງ ປະກາດແຕ່ງຕັ້ງກອງຮ້ອຍກໍາລັງສໍາຮອງ

Posted on 26/10/202026/10/2020 By News No Comments on ເມືອງວຽງຄໍາ ແຂວງຫຼວງພະບາງ ປະກາດແຕ່ງຕັ້ງກອງຮ້ອຍກໍາລັງສໍາຮອງ

ພິທີປະກາດແຕ່ງຕັ້ງກອງຮ້ອຍກໍາລັງສໍາຮອງ ຂອງເມືອງວຽງຄໍາ ແຂວງຫຼວງພະບາງ ໄດ້ຈັດຂື້ນຢ່າງເປັນທາງການ, ໃນຕອນເຊົ້າຂອງວັນທີ 19 ຕຸລາ 2020 ນີ້, ໂດຍການເປັນປະທານຂອງ ທ່ານ ຊາຍພອນ ຈັນທຸມມາ ເຈົ້າເມືອງວຽງຄໍາ, ມີສະຫາຍ ພັນເອກ ອຸ່ນເຮືອນ ເຮືອງບົວສອນ ຮອງຫົວໜ້າການທະຫານກອງບັນຊາການທະຫານແຂວງ, ຫົວໜ້າຫ້ອງເສນາທິການທະຫານແຂວງຫຼວງພະບາງ, ມີຄະນະພັກ – ຄະນະບັນຊາຈາກກອງບັນຊາການທະຫານເມືອງ, ກອງບັນຊາການປ້ອງກັນຄວາມສະຫງົບເມືອງວຽງຄໍາ, ເມືອງງອຍ, ເມືອງໂພນທອງ, ແຂກຮັບເຊີນຈາກບ້ານອ້ອມຂ້າງ, ພະນັກງານ – ນັກຮົບ ແລະ ອ້າຍນ້ອງກອງຮ້ອຍກໍາລັງສໍາຮອງເຂົ້າຮ່ວມ.

ສະຫາຍ ພັນໂທ ໄພວັນ ເພັງສຸວັນ ຫົວໜ້າພະແນກກໍາລັງພົນ ຫ້ອງເສນາທິການທະຫານແຂວງໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການປະກາດແຕ່ງຕັ້ງກອງຮ້ອຍກໍາລັງສໍາຮອງ ຢູ່ເມືອງວຽງຄໍາ, ໂອກາດນີ້ ສະຫາຍ ພັນໂທ ອຸ່ນຄໍາ ສີເຮືອງໄຊ ຫົວໜ້າພະແນກເສນາທິການກອງບັນຊາການທະຫານເມືອງວຽງຄໍາໄດ້ຂື້ນຜ່ານບົດລາຍງານການກະກຽມ ແລະ ກໍ່ສ້າງກອງຮ້ອຍກໍາລັງສໍາຮອງ ເຊິ່ງໄດ້ໃຫ້ຮູ້ວ່າ: ໂດຍໄດ້ປະຕິບັດຕາມທິດນໍາຂອງກົມໃຫຍ່ເສນາທິການກອງທັບກໍ່ຄືທິດນໍາຂອງກອງບັນຊາການທະຫານແຂວງ ວ່າດ້ວຍການຫ້າງຫາກະກຽມ ແລະ ລົງກໍ່ສ້າງກອງຮ້ອຍກໍາລັງສໍາຮອງໄດ້ເລີມຈັດຕັ້ງປະຕິບັດມາແຕ່ຕົ້ນປີ 2019 ໃນນີ້ ແມ່ນໄດ້ລົງກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ ໂດຍຖືສໍາຄັນດ້ານການສຶກສາອົບຮົມການເມືອງ – ນໍາພາແນວຄິດ ໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ ມີຄວາມຮັບຮູ້ເຊື່ອມຊຶມ ແລະ ເຂົ້າໃຈແຈ້ງຕໍ່ແນວທາງແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມີຄວາມຕື່ນຕົວປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບຢ່າງຕັ້ງໜ້າ, ສະແດງອອກໃນການເຄື່ອນໄຫວພົວພັນຮ່ວມມືກັບພະນັກງານເຈົ້າໜ້າທີ່ ແລະ ສະໜອງຂໍ້ມູນຂ່າວສານສະພາບການຂອງກຸ່ມຄົນບໍ່ຫວັງດີ ແລະ ຍັງໃຫ້ການຮ່ວມມືໃນການເຄື່ອນໄຫວຕ້ານ ແລະ ສະກັດກັ້ນບັນດາໜໍ່ແໜ່ງທີ່ຈະກໍ່ໃຫ້ເກີດຄວາມບໍ່ສະຫງົບ ແລະ ອື່ນໆຕື່ມອີກຈໍານວນໜຶ່ງ.

ພິທີຍັງໄດ້ຜ່ານຂໍ້ຕົກລົງແຕ່ງຕັ້ງຄະນະກອງຮ້ອຍ, ໂຄງປະກອບການຈັດຕັ້ງຂອງກອງຮ້ອຍກໍາລັງສໍາຮອງ ເພື່ອເຮັດໃຫ້ການເຄື່ອນໄຫວປະສານງານທຸກຂັ້ນມີຄວາມສະດວກວອງໄວຂື້ນ.

ຕອນທ້າຍພິທີ ທ່ານ ຊາຍພອນ ຈັນທຸມມາ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ ທັງເປັນປະທານ ປກຊ – ປກສ ເມືອງວຽງຄໍາ ໄດ້ມີຄໍາເຫັນຊີ້ນໍາຄະນະກອງຮ້ອຍກໍາລັງສໍາຮອງ ໃຫ້ຖືເອົາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ – ນັກຮົບເປັນກົກ, ພ້ອມກັນນີ້ກໍ່ຕ້ອງພ້ອມກັນຝຶກຝົນຫຼໍ່ລອມຕົນເອງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຕິດພັນພັນກັບການຝຶກແອບຮໍ່າຮຽນສິນລະປະຍຸດ-ຍຸດທະວິທີ, ເປັນເສນາທິການໃຫ້ແກ່ກໍາລັງປກຊ – ປກສ ຂັ້ນເມືອງໃຫ້ດີ, ພອ້ມກັນນີ້ກໍ່ຕ້ອງເພີ່ມທະວີຫັດແໜ້ນຄວາມສາມັກຄີພາຍໃນໃຫ້ເປັນປຶກແຜນ ແລະ ພ້ອມກັນສຸມໃສ່ສ້າງເສດຖະກິດຄອບຄົວໃຫ້ຮັ່ງມີເຂັ້ມແຂງ ແລະ ຊຸກຍູ້ຂະບວນການຮັກຊາດ ແລະ ພັດທະນາ, ແນໃສ່ເຮັດໃຫ້ຂອບເຂດຕົນຮັບຜິດຊອບມີຄວາມສະຫງົບປອດໄພ ເພື່ອອໍານວຍຄວາມສະດວກໃຫ້ແກ່ການພັດທະນາເສດກິດແຫ່ງລັດໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງກ້າວຂື້ນຢ່າງບໍ່ຢຸດຢັ້ງ.

ຂໍ້ມູນ: ຄໍາແພງ ສຸລິເພັດ: ຂຽນໂດຍ: ສົມພອນ ສຸວັນທອນ.

ຂ່າວສານບ້ານເມືອງ

Post navigation

Previous Post: ງານບຸນນະມັດສະການພຣະທາດຫຼວງວຽງຈັນ ປີນີ້ຕ້ອງມີຄວາມສະຫງົບ100%
Next Post: ເຊບັງຫຽງເລີ່ມລົດລົງຢ່າງຕ່ໍເນື່ອງ ປະຊາຊົນເລີ່ມມີຫວັງທີ່ຈະກັບໄປໃຊ້ຊີວິດຢ່າງປົກກະຕິ

Related Posts

ສະຫຼຸບ 10 ຂໍ້ແທ້ຈິງຈາກ ແມດທິວ ກັບຄວາມທໍລະມານໃນການຮັກສາ ໂຄວິດ-19 ຕ້ອງກິນຢາຕ້ານ HIV ຂ່າວສານບ້ານເມືອງ
ສໍ້ ໂ ກ ງ ເງິນເກືອບ 300 ລ້ານ ດ້ວຍຮູບການຕົວະແລ່ນເຂົ້າເປັນລັດຖະກອນ ແລະ ຮັບເງິນບຳນານ ຂ່າວສານບ້ານເມືອງ
ສະຫຼົດໃຈ! ຂີ່ລົດຈັກມາຜົວເມຍລູກຖືກລົດພວງຕໍາແລ້ວລົບໜີ ຂ່າວສານບ້ານເມືອງ
ເຫດລົດໃຫຍ່ເສຍຫຼັກຕຳປ້ອມຕຳຫຼວດ ຂ່າວສານບ້ານເມືອງ
ນໍ້າຊອງ ວັງວຽງໄຫຼນອງ ຂໍໃຫ້ລະວັງ ຂ່າວສານບ້ານເມືອງ
ແຂວງບໍ່ແກ້ວ ເພີ່ມການກວດເຂັ້ມ ໂຄວິດ-19 ແຮງງານຕ່າງດ້າວ ຫຼັງມຽນມາ ພົບ 1 ຄົນເດີນທາງຈາກລາວ ມີເຊື້ອ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme