Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຄະນະປະຈຳສະພາແຫ່ງຊາດ ວາງພວງມະລາ ສະຫລອງວັນສ້າງຕັ້ງສະພາແຫ່ງຊາດ ຄົບຮອບ 45 ປີ

Posted on 26/10/202026/10/2020 By News No Comments on ຄະນະປະຈຳສະພາແຫ່ງຊາດ ວາງພວງມະລາ ສະຫລອງວັນສ້າງຕັ້ງສະພາແຫ່ງຊາດ ຄົບຮອບ 45 ປີ

ໃນວັນທີ 26 ຕຸລາ 2020, ຄະນະປະຈຳສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ ນຳໂດຍທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດພ້ອມດ້ວຍຄະນະໄດ້ເຂົ້າວາງພວງມະລາ ຢູ່ອະນຸສາວະລີນັກຮົມນິລະນາມ (ດາວແດງ) ແລະ ວາງກະຕ່າດອກໄມ້ ຢູ່ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງສະພາແຫ່ງຊາດຄົບ ຮອບ 45 ປີ.

.

ການວາງພວງມະລາໃນຄັ້ງນີ້, ເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນ ຄຸນ ເຖິງຄຸນງາມຄວາມດີ, ນ້ຳໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນ ຂອງບັນພະບູລຸດລາວ ກໍຄື ບັນດານັກຮົບປະຕິວັດຂອງລາວ ທີ່ເສຍສະຫລະຊີວິດ, ເລືອດເນື້ອ ເພື່ອພາລະກິດປະຕິວັດ ຢ່າງອົງອາດກ້າຫານ ພາຍໃຕ້ການຊີ້ນຳ-ນຳພາ ຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ ໄຊຊະນະ ແລະ ປະກາດເອກະລາດ, ສະຖາປະນາ ເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.

ຂ່າວ: ທະນູທອງ ພາບ: ເກດສະໜາ

ຂ່າວສານບ້ານເມືອງ

Post navigation

Previous Post: ປິດ​ໂຄງ​ການ​ຄຸ້ມ​ຄອງ​ການ​ປະ​ມົງ​ຊຸ​ມ​ຊົນ​ແບບ​ມີ​ສ່ວນ​ຮ່ວມ​ສາຍ​ນ້ຳ​ເຊບັ້ງ​ຫຽງ
Next Post: ງານບຸນນະມັດສະການພຣະທາດຫຼວງວຽງຈັນ ປີນີ້ຕ້ອງມີຄວາມສະຫງົບ100%

Related Posts

ອຸບັດຕິເຫດຮຸນແຮງ ເສຍຊີວິດຄາທີ່ 1 ຄົນ ມີລົດຮ່ວມເຫດ 5 ຄັນ ຂ່າວສານບ້ານເມືອງ
MGI ຊ່ວຍຫ້ອງທົດລອງແບບຕູ້ຄອນເທັນເນີ ແກ່ ສປປລາວ ເພື່ອຕ້ານການລະບາດຂອງ ໂຄວິດ-19 ຂ່າວສານບ້ານເມືອງ
ຂ່າວໂຄວິດຕິດເຊື້ອເພີ່ມມື້ນີ້ 253ຄົນ ຂ່າວສານບ້ານເມືອງ
ສອງສ່ຽວ! ຮ່ວມກັນຊື້ຂາຍ… ຮ່ວມກັນ ຖືກດຳເນີນຄະດີ ຂ່າວສານບ້ານເມືອງ
ປີນີ້ ທົ່ວປະເທດມີເນື້ອທີ່ປ່າໄມ້ເສຍຫາຍຍ້ອນໄຟໄໝ້ລາມປ່າ 1 ແສນກ່ວາເຮັກຕາ ຂ່າວສານບ້ານເມືອງ
ລົດຈັກຕໍາທ້າຍລົດໃຫຍ່ເສຍຊີວິດຄາທີ່ 1 ຄົນ ເຂດເມືອງໂພນໂຮງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme