Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ການແຂ່ງຂັນກິລາການທະຫານສາກົນ 2020 ຢູ່ປະເທດຣັດເຊຍ ກອງທັບປະຊາຊົນລາວ

Posted on 23/10/202023/10/2020 By News No Comments on ການແຂ່ງຂັນກິລາການທະຫານສາກົນ 2020 ຢູ່ປະເທດຣັດເຊຍ ກອງທັບປະຊາຊົນລາວ

ກອງທັບປະຊາຊົນລາວຖືກຈັດຢູ່ໃນອັນດັບທີ5ຮ່ວມກັບກອງທັບປະຊາຊົນຈີນຈາກຄະແນນລວມສະສົມທີ່ເຂົ້າຮ່ວມແຂ່ງກິລາການທະຫານສາກົນລະຫວ່າງວັນທີ 23 ສີງຫາ ຫາ 5 ກັນຍາ ຜ່ານມາຢູ່ປະເທດຣັດເຊຍຈາກທັງຫມົດ 32 ປະເທດ ເຂົ້າຮ່ວມແຂ່ງຂັນຖືວ່າເປັນຜົນສໍາເລັດທີ່ຍີ່ງໃຫຍ່ ແລະ ເກີນຄວາມຄາດຫມາຍຂອງກອງທັບປະຊາຊົນລາວ.

.

ໃນໂອກາດມີຄໍາເຫັນຕໍ່ພິທີສະຫລຸບ ແລະຍ້ອງຍໍຄະນະນັກກິລາກອງທັບປະຊາຊົນລາວ ທີ່ສໍາເລັດການເຂົ້າຮ່ວມແຂ່ງຂັນກິລາການທະຫານສາກົນລະຫວ່າງວັນທີ 23 ສີງຫາ ຫາ 5 ກັນຍາ ຜ່ານມາໃນຕອນເຊົ້າວັນທີ 23 ຕຸລາ 2020 ຢູ່ສະໂມສອນໃຫຍ່ກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ພົນຈັດຕະວາ ບົວວັນ ບຸດທະຈັນໂທຫົວຫນ້າກົມລົດຕັງ-ຍານເກາະ ກະຊວງປ້ອງກັນປະເທດໃຫ້ຮູ້ວ່າ: ການແຂ່ງຂັນກິລາການທະຫານສາກົນຫລືອາມີເກມ ປະຈໍາປີ 2020 ຢູ່ປະເທດຣັດເຊຍ ຄັ້ງນີ້ມີທັງຫມົດ 32ປະເທດເຂົ້າຮ່ວມແຂ່ງຂັນ, ມີ30ປະເພດກິລາ ລວມທັງຫມົດ156ທີມ ມີ5ປະເທດ ເປັນເຈົ້າພາບຮ່ວມຄື: ຣັດເຊຍ, ອາເເຊັກໄບຊານ,ອາກເມນີ ເບລາຣຸດ ແລະອຸດສະເບກິດສະຖານ, ສໍາລັບກອງທັບປະຊາຊົນລາວສົ່ງເຂົ້າຮ່ວມແຂ່ງຂັນ7ປະເພດກິລາ

ໃນນີ້ນໍາໃຊ້ນັກກິລາເດີນທາງຈາກລາວມີ2ປະເພດຄື: ປະເພດລົດຕັງ ແລະທີມເຕັກນີກຊ່າງແສງ, ນອກນັ້ນນໍາໃຊ້ນັກສືກສາທີ່ກໍາລັງສຶກສາ ຢູ່ປະເທດຣັດເຊຍເຂົ້າຮ່ວມ ໃນ 5ປະເພດກິລາຄື: ທີມປ້ອງກັນອາກາດ, ທີມເຄມີລັງສີ, ແລະຊີວະພາບ, ທີມທະຫານອາກາດກູ້ໄພສຸກເສີນ, ທີມສືບຂ່າວ, ທີມເຕັກນິກ ຊ່ຽວຊານອາວຸດປືນ ລວມທັງຫມົດ 84ຄົນ, ຜ່ານການແຂ່ງຂັນຕົວຈີງເຫັນວ່າທີມລົດຕັງກອງທັບປະຊາຊົນລາວສາມາດຍາດໄດ້ທີອັນດັບທີ 2 ຂອງກຸ່ມເບ ແຂ່ງຂັນກັນທັງຫມົດ 8 ປະເທດ, ທີມເຕັກນິກຊ່າງແສງສາມາດຍາດໄດ້ອັນດັບທີ 2 ມີທັງຫມົດ 3 ປະເທດເຂົ້າແຂ່ງຂັນ, ທີມປ້ອງກັນອາກາດໄດ້ອັນດັບທີ 2 ມີທັງຫົມດ 7 ປະເທດເຂົ້າຮ່ວມແຂ່ງຂັນ, ທີມປ້ອງກັນເຄມີ, ລັງສີ ແລະ ຊີວະພາບໄດ້ອັນດັບທີ2ໃນສາຍນັກສຶກສາມີ 4 ປະເທດເຂົ້າຮ່ວມແຂ່ງຂັນ, ທີມທະຫານອາກາດກູ້ໄພສຸກເສີນໄດ້ອັນດັບທີ 4 ມີ 8 ປະເທດ ເຂົ້າຮ່ວມແຂ່ງຂັນ, ທີມສືບຂ່າວຍາດໄດ້ ອັນດັບທີ 5 ໂດຍມີ 10 ປະເທດ ເຂົ້າຮ່ວມແຂ່ງຂັນ ແລະ ທີມເຕັກ ນິກຊ່າວຊານອາວຸດປືນ ຂອງກອງທັບ ປະຊາຊົນລາວສາມາດຍາດໄດ້ອັນດັບທີ 5ມີ 8 ປະເທດເຂົ້າຮ່ວມ ແຂ່ງຂັນ. ສັງລວມການຈັດອັນດັບຄະແນລວມສະສົມໃນການເຂົ້າຮ່ວມແຂ່ງຂັນຂອງນັກກິລາ ກອງທັບປະຊາຊົນລາວ ທີ່ເຂົ້າຮ່ວມແຂ່ງຂັນກິລາການທະຫານສາກົນລະຫວ່າງວັນທີ 23 ສີງຫາ ຫາ 5 ກັນຍາ ຜ່ານມາ ຢູ່ປະເທດຣັດເຊຍ ກອງທັບປະຊາຊົນລາວຖືກຈັດຢູ່ ໃນອັນດັບທີ 5ຮ່ວມກັບກອງທັບປະຊາຊົນຈີນ.

ພົນຈັດຕະວາ ບົວວັນ ບຸດທະຈັນໂທ ໃຫ້ຮູ້ຕື່ມວ່າ: ການເຂົ້າຮ່ວມເເຂ່ງຂັນກີລາການທະຫານຢູ່ປະເທດຣັດເຊຍໃນຄັ້ງນີ້ ຖືເປັນໄຊຊະນະທີ່ຍາດມາໄດ້ຢ່າງຈົບງາມ ສະແດງໃຫ້ເຫັນເຖິງການເຕີບໃຫຍ່ ຂະຫຍາຍຕົວຂອງກອງທັບປະຊາຊົນລາວໃນແຕ່ລະໄລຍະ ພາຍໃຕ້ການນໍາພາອັນປີຊາສາມາດ ແລະ ສະຫລາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ທຸກພາກສ່ວນມີຄວາມຕັດສີນໃຈສູງ ຕໍ່ມະຕິຄໍາສັ່ງ ຂອງຂັ້ນເທິງ, ເຫັນໄດ້ຄວາມຫມາຍຄວາມສໍາຄັນໃນການປະກອບສ່ວນເຂົ້າໃນການແຂ່ງຂັນໃນນາມຕົວແທນຂອງປະເທດຊາດແຕ່ລະທີມມີຄວາມມານະອົດທົນ ຕັ້ງຫນ້າທຸ້ມເທເຫື່ອແຮງສະຕິປັນຍາຈົນສາມາດຍາດໄດ້ຜົນສໍາເລັດຢ່າງຈົບງາມ.

ເພື່ອສະແດງຄວາມຊົມເຊີຍຕໍ່ຜົນງານຂອງຄະນະນັກກິລາກະຊວງປ້ອງກັນປະເທດໄດ້ຈັດພິທີສະຫລຸບ ແລະຍ້ອງຍໍຄະນະນັກກິລາກອງທັບປະຊາຊົນລາວ ທີ່ສໍາເລັດການເຂົ້າຮ່ວມແຂ່ງຂັນກິລາການທະຫານ ສາກົນລະຫວ່າງວັນທີ 23 ສີງຫາຫາ 5 ກັນຍາ ຜ່ານມາໃນຕອນເຊົ້າວັນທີ 23ຕຸລາ 2020 ຢູ່ສະໂມສອນ ໃຫຍ່ກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ພາຍໃຕ້ການເປັນປະທານ ຂອງພົນເອກ ຈັນສະຫມອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງ ປ້ອງກັນປະເທດ, ມີຕາງຫນ້າຈາກສະຖານທູດສະຫະພັນຣັດເຊຍປະຈໍາລາວ, ນາຍແລະພົນທະຫານ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ແລະໃນພິທີຄັ້ງນີ້ ຄະນະຈັດຕັ້ງພິທີໄດ້ຜ່ານຂໍ້ຕົກລົງ ສະບັບ ເລກທີ4075/ກປທ ລົງວັນທີ 5 ຕຸລາ 2020 ຂອງລັດຖະມົນຕີກະຊວງປ້ອງກັນປະເທດ ມອບຫລຽນໄຊ ພິລະອາດຫານຊັ້ນ2 ແລະຊັ້ນ3ໃຫ້ກົມກອງລວມຫມູ່ແລະບຸກຄົນ ໃນນີ້ມອບຫລຽນໄຊ ພິລະອາດຫານ ຊັ້ນສອງໃຫ້ກົມ ກອງລວມຫມູ່ 3 ກົມກອງແລະບຸກຄົນຈໍານວນ 47ສະຫາຍ, ມອບຫລຽນໄຊພິລະ ອາດຫານ ຊັ້ນ 3ໃຫ້ 5 ກົມກອງລວມຫມູ່ ແລະບຸກຄົນຈໍານວນ 37ສະຫາຍ. ພ້ອມທັງປະກາດເລື່ອນຊັ້ນ ໃຫ້ນາຍແລະພົນ ທະຫານຕື່ມອີກ 13 ສະຫາຍ.

ຂ່າວ-ພາບ: ເດດອາລຸນ ແກ້ວວິໄລ.

ຂ່າວສານບ້ານເມືອງ

Post navigation

Previous Post: ເຕືອນໄພ! ກຽມຮັບມືພາຍຸໄຕ້ຝຸ່ນ ໂຊເດວ (TY Saudel) ຫົວທີ່ 17 ແຕ່ໄລຍະວັນທີ 25 ຫາ 27 ຕຸລາ 2020
Next Post: ທ່ານທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ລົງພື້ນທີ່ ເມືອງເຊໂປນ ແຂວງສະຫວັນນະເຂດ

Related Posts

3 ບ້ານເມືອງອາດສະພອນສ້າງຂະບວນການສ້ອມແປງເສັ້ນທາງຄືນໃໝ່ ຂ່າວສານບ້ານເມືອງ
5 ພາກສ່ວນ ມອບເຄື່ອງ ແລະ ເງິນຊ່ວຍເຫຼືອ ໃຫ້ລັດຖະບານ ເພື່ອແກ້ໄຂບັນຫາໂຄວິດ-19 ລວມ 577.900.000 ກີບ ຂ່າວສານບ້ານເມືອງ
ຊົມພາບບັນຍາກາດຫິມະຕົກທີ່ຫວຽດນາມ ຂ່າວສານບ້ານເມືອງ
ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຖະແຫຼງຂ່າວຢືນຢັນການແຜ່ລະບາດພະຍາດ COVID-19 ຢູ່ຕະຫຼາດຊັງຈຽງ ແມ່ນຂ່າວປອມ ຂ່າວສານບ້ານເມືອງ
ຫຼວງນໍ້າທາ ປີ 2020 ມີເນື້ອ ປູ ກ ຝິ່ ນ ເພີ່ມຂຶ້ນເກືອບ 40 ເຮັກຕາ ຂ່າວສານບ້ານເມືອງ
ໝາກອຶ ທີ່ເມືອງນາໝໍ້ 3267 ໂຕ່ນ ຕົກຄ້າງສົ່ງໄປຂາຍ ສປ.ຈີນ ບໍ່ທັນໄດ້ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme