Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຕືອນໄພ! ກຽມຮັບມືພາຍຸໄຕ້ຝຸ່ນ ໂຊເດວ (TY Saudel) ຫົວທີ່ 17 ແຕ່ໄລຍະວັນທີ 25 ຫາ 27 ຕຸລາ 2020

Posted on 23/10/202023/10/2020 By News No Comments on ເຕືອນໄພ! ກຽມຮັບມືພາຍຸໄຕ້ຝຸ່ນ ໂຊເດວ (TY Saudel) ຫົວທີ່ 17 ແຕ່ໄລຍະວັນທີ 25 ຫາ 27 ຕຸລາ 2020

ພາຍຸໄຕ້ຝຸ່ນ ໂຊເດວ (TY Saudel) ຫົວທີ່ 17 ປະຈຳປີ 2020 ປະຈຸບັນກໍາລັງເຄື່ອນທີ່ຢູ່ເຂດທະເລຈີນໃຕ້ຕອນກາງ, ຊຶ່ງໃນເວລາ 07 ໂມງ 30 ນາທີ ຂອງວັນທີ 23 ຕຸລາ 2020 ມີຈຸດສູນກາງຢູ່ເສັ້ນຂະໜານທີ່ 17.5 ອົງສາເໜືອ ແລະ ເສັ້ນແວງທີ່ 115.3 ອົງສາຕາເວັນອອກ ພວມເຄື່ອນທີ່ມາທາງທິດຕາເວັນຕົກ-ຕາເວັນຕົກສ່ຽງເໜືອ ຢ່າງຊ້າໆ.

ຄາດຄະເນວ່າຈະເຄື່ອນຂຶ້ນຝັ່ງທາງພາກກາງຂອງ ສສ ຫວຽດນາມ ແລະ ສືບຕໍ່ຜ່ານເຂົ້າແຂວງພາກໃຕ້ ຫາ ພາກກາງ ຂອງ ປະເທດລາວ ໃນໄລຍະວັນທີ 25 ຫາ 26 ຕຸລາ 2020 ນີ້, ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ ໃນໄລຍະວັນທີ 25 ຫາ 27 ຕຸລາ 2020 ນີ້.

This image has an empty alt attribute; its file name is img_1766.jpg
ຮຸບພາບປະກອບບົດຂ່າວ

ແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທ້ອງຖິ່ນ ທຸກພາກສ່ວນທີ່ອາໄສຢູ່ແຂວງ ພາກກາງ ແລະ ພາກໃຕ້ ເຊັ່ນ: ຄຳມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ເຊກອງ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ລະດັບນ້ຳສາຂາ ສືບຕໍ່ສູງຂຶ້ນຕື່ມອີກ ແລະ ຈະເຮັດໃຫ້ມີນ້ຳຖ້ວມຊູ ແລະ ນ້ຳຖ້ວມອັ່ງພ້ອມນີ້ໃຫ້ຍົກຍ້າຍວັດຖຸສິ່ງຂອງ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ.​

ຂ່າວສານບ້ານເມືອງ

Post navigation

Previous Post: 31ບ້ານຂອງນະຄອນໄດ້ຮັບໃບຢັ້ງຢືນ ບ້ານປອດຢາເສບຕິດ ສະໄໜທີ ll
Next Post: ການແຂ່ງຂັນກິລາການທະຫານສາກົນ 2020 ຢູ່ປະເທດຣັດເຊຍ ກອງທັບປະຊາຊົນລາວ

Related Posts

ຂ່າວດີ! ກະຊວງອຸດສາຫະກຳ ແລະ ການຄ້າ ປັບລາຄານໍ້າມັນລົງທຸກຊະນິດ ຂ່າວສານບ້ານເມືອງ
ຍັງອີກບໍ່ດົນຊາວເມືອງ ອາດສະພອນ ກໍ່ຈະໄດ້ນໍາໃຊ້ທາງປູຢາງ2ຊັ້ນແລ້ວ ຂ່າວສານບ້ານເມືອງ
ຊາວໜຸ່ມເມືອງຄຳເກີດ ມອບໂຄງການ “ຕອບບຸນແທນຄູນ” ສ້ອມແປງເຮືອນໃຫ້ພະນັກງານອາວຸໂສບຳນານ ຂ່າວສານບ້ານເມືອງ
ຄະນະສົງ ຄະນະປະຕິບັດທັມ ມອບເຄື່ອງ ຊ່ວຍເຫຼືອພະນັກງານຄູອາຈານ ແລະ ນ້ອງນັກສຶກສານອນຫໍພັກຈາກ 2 ວິທະຍາໄລ ຂ່າວສານບ້ານເມືອງ
ແຈ້ງນັກເດີນທາງ ທາງດ່ວນວຽງຈັນ-ວັງວຽງ ແຈ້ງຂຶ້ນລາຄາໃໝ່ ເລີ່ມ ວັນທີ 1 ມັງກອນ 2022 ຂ່າວສານບ້ານເມືອງ
ບຸນກະລໍ່າປີຄັ້ງທໍາອິດ ທີ່ເມືອງວັງວຽງ ເລີ່ມຂຶ້ນຢ່າງເປັນທາງການ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme