Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກອງພົນທີ 5 ເປີດຊຸດອົບຮົມວຽກງານກຽມພ້ອມສູ້ຮົບ ແລະ ກອບກູ້ໄພພິບັດຂັ້ນພະນັກງານນຳພາ – ບັນຊາ ຊຸດທີ II

Posted on 23/10/202023/10/2020 By News No Comments on ກອງພົນທີ 5 ເປີດຊຸດອົບຮົມວຽກງານກຽມພ້ອມສູ້ຮົບ ແລະ ກອບກູ້ໄພພິບັດຂັ້ນພະນັກງານນຳພາ – ບັນຊາ ຊຸດທີ II

ໃນວັນທີ 21 ຕຸລາ 2020 ນີ້, ກອງພົນທີ 5 ໄດ້ເປີດຊຸດ ອົບຮົມໄລຍະສັ້ນວຽກງານ ກຽມພ້ອມສູ້ຮົບ ແລະ ກອບກູ້ໄພ ພິບັດ ຂັ້ນພະນັກງານນຳພາ-ບັນ ຊາຂຶ້ນ, ໂດຍການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ວັນທອງ ບຸດຕະວົງ ຫົວໜ້າການ ທະຫານ ກອງພົນທີ 5, ມີຄະນະ ພັກ-ຄະນະບັນຊາ ອົງການ 5 ຫ້ອງ ກອງພັນໃຫຍ່, ກອງພັນ, ພະ ແນກການ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ພັນໂທ ສຸບັນ ແພງ ປະເສີດ ຮອງຫົວໜ້າຫ້ອງເສນາ ທິການ ກອງພົນທີ 5 ໃຫ້ຮູ້ ວ່າ: ຈຸດປະສົງກ່ຽວກັບການ ເປີດຊຸດອົບຮົມຄັ້ງນີ້, ແມ່ນເພື່ອ ເປັນການກວດກາຄືນຄວາມ ຮັບຮູ້-ເຂົ້າໃຈ ທັງເປັນການຖອດ ຖອນບົດຮຽນ ແລະ ແລກປ່ຽນ ບົດຮຽນເຊີ່ງກັນ ແລະ ກັນ ລະ ຫວ່າງພະນັກງານນຳພາ-ບັນຊາ ຢູ່ອົງການ, ກົມກອງ. ນອກນັ້ນ, ຍັງເປັນການຊຸກຍູ້ຂະບວນການ ອົບຮົມຫັດແອບໃຫ້ບັນດາກົມ ກອງສາມາດຮັບປະກັນເຮັດສຳ ເລັດໜ້າທີ່.

ການອົບຮົມຄັ້ງນີ້, ຈະໄດ້ຮຽນຮູ້ກ່ຽວກັບການຫັນ ພາວະ, ການຊາບຊຶມໜ້າທີ່, ຄິດໄລ່ກຳນົດເວລາວຽກທີ່ຕ້ອງ ເຮັດ, ຕີລາຄາສະພາບການ ແລະ ຄວາມຕັດສິນໃຈຂອງຜູ້ບັນຊາ. ຈາກນັ້ນ, ນັກອົບຮົມຍັງຈະໄດ້ຫັດ ແອບກ່ຽວກັບການນຳໃຊ້ແຜນທີ່ ເຂົ້າໃນການອົບຮົມ ເພື່ອເຮັດໃຫ້ ນັກເຝິກອົບຮົມສາມາດກຳໄດ້ ບັນດາຈຸດທີ່ຕັ້ງ, ຂອບເຂດຖືກຕ້ອງຕາມຫົວບົດທີ່ຄະນະຄູເຝິກ ໄດ້ສົ່ງໃຫ້. ການອົບຮົມຄັ້ງນີ້, ຈະດຳເນີນໄປເປັນເວລາ 3 ວັນ. ໂອກາດດັ່ງກ່າວ, ສະຫາຍ ພົນ ຈັດຕະວາ ວັນທອງ ບຸດຕະວົງ ຍັງໄດ້ໃຫ້ທິດຊີ້ນຳບາງບັນຫາ ກ່ຽວກັບການເປີດຊຸດອົບຮົມຄັ້ງ ນີ້ ແລະ ໄດ້ເນັ້ນໜັກໃຫ້ນັກເຝິກ ອົບຮົມຈົ່ງພ້ອມກັນ ຍົກສູງຄວາມຮັບຜິດຊອບຂອງຕົນຕໍ່ໜ້າທີ່ການເມືອງ, ເອົາໃຈໃສ່ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າໃຫ້ເລິກເຊິ່ງ, ນຳເອົາຄວາມຮູ້-ຄວາມສາມາດ ທິດສະດີຫຼັກການທີ່ຮຽນມານຳ ມາຜັນຂະຫຍາຍເຂົ້າໃນວຽກ ງານຕົວຈິງໃຫ້ແທດເໝາະ ແລະ ມີຄຸນນະພາບ, ເອົາໃຈໃສ່ອອກ ແຮງເຝິກຝົນຫຼໍ່ຫຼອມຕົນເອງຮອບ ດ້ານ, ດຸໝັ່ນຄົ້ນຄວ້າຮໍ່າຮຽນໃຫ້ ຕໍ່ເນື່ອງ ເພື່ອເປັນການຍົກສູງພາ ລະບົດບາດ, ໜ້າທີ່, ການຊີ້ນຳໆ ພາ ເຮັດສຳເລັດໜ້າທີ່ການເມືອງ ຂອງຕົນ.

ໂດຍ: ແສງອາທິດ ສີດາໄລ

ຂ່າວສານບ້ານເມືອງ

Post navigation

Previous Post: ຫຼາຍພາກສວ່ນຍັງຄົງເດີນທາງ ນຳເອົາເຄື່ອງຊ່ວຍເຫຼືອມາມອບໃຫ້ເມືອງສອງຄອນ ແຂວງສະຫວັນນະເຂດ
Next Post: 43 ບ້ານຂອງເມືອງຊົນນະບູລີ ໄດ້ຮັບຜົນກະທົບໜັກຈາກໄພນໍ້າຖ້ວມ ປັດຈຸບັນປະຊາຊົນຕ້ອງການຄວາມຊ່ວຍເຫຼືອດ້ານອາຫານການກິນຢ່າງຮີບດ່ວນ

Related Posts

ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 900ຄົນ ຂ່າວສານບ້ານເມືອງ
ເມືອງບໍ່ແຕນ ແຂວງໄຊຍະບູລີ ທຳລາຍອາຫານທະເລ ຂ່າວສານບ້ານເມືອງ
ລົງນາມທີ່ປຶກສາໂຄງການກໍ່ສ້າງໂຮງໝໍມະຫາວິທະຍາໄລ ແຫ່ງທໍາອິດ ສປປ ລາວ ຂ່າວສານບ້ານເມືອງ
ເກີດແຜ່ນດິນໄຫວໃນບໍລິເວນແຂວງໄຊຍະບູລີ ຂ່າວສານບ້ານເມືອງ
ອີຢູ ແລະ ອົງການອຸ່ຍນີເຊັບ ມອບ-ຮັບ ອຸປະກອນ ແລະ ຢາ ມູນຄ່າ 1,6 ລ້ານໂດລາສະຫະລັດ ໃຫ້ກະຊວງສາທາລະນະສຸກ ຂ່າວສານບ້ານເມືອງ
ເດັກຊາຍຈົມນໍ້າທີ່ບ້ານເວີນຄໍາ ພົບແລ້ວ ພາຍຫຼັງການຄົ້ນຫາ 2 ມື້ ໂດຍກູ້ໄພ 1624 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme