Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເມືອງສອງຄອນ ຍັງປະສົບບັນຫາໜັກ ຈາກສະພາບນໍ້າຖ້ວມ ປະຈຸບັນ ນໍ້າຍັງສືບຕໍ່ເພີ່ມຂຶ້ນ

Posted on 22/10/202022/10/2020 By News No Comments on ເມືອງສອງຄອນ ຍັງປະສົບບັນຫາໜັກ ຈາກສະພາບນໍ້າຖ້ວມ ປະຈຸບັນ ນໍ້າຍັງສືບຕໍ່ເພີ່ມຂຶ້ນ

ລ່າສຸດ ສະພາບນ້ຳຖວ້ມຢູ່ເມືອງສອງຄອນ ແຂວງສະຫວັນນະເຂດ ເຫັນວ່າ ລະດັບນ້ຳເຊບັງຫຽງ ໄດ້ເພີ່ມລະດັບຂື້ນຢ່າງຕ່ໍເນື່ອງ ໃນເວລາ 16 ແລງ ຂອງວັນທີ 20 ຕຸລາ 2020 ລະດັບເຊບັງຫຽງ ຢູ່ສະຖານີລະຫານ້ຳ ວັດແທກໄດ້ 18 ແມັດ14 ຊັງຕີແມັດ ເຊິ່ງໄດ້ກາຍເຂດລະວັງໄພ 14ແມັດ 50 ຊັງຕີແມັດ, ເຊິ່ງນ້ຳ ໄດ້ໄຫຼ ລົ້ນຝັ່ງ ແລະ ໄຫຼເຂົ້າຖ້ວມເຮືອນຊານຂອງປະຊາຊົນໃນຫຼາຍພື້ນທີ່ແລ້ວ

.

ໂດຍສະເພາະໃນເຂດພື້ນລຸ່ມຕ່ຳ ໃນ 4 ກຸ່ມບ້ານ ມີກຸ່ມບ້ານທີ 12 ລະຫານໍ້າ,ກຸ່ມບ້ານທີ 11 ສອງຄອນ,ກຸ່ມບ້ານທີ 6 ແກ້ງໂດນ ແລະ ກຸ່ມບ້ານທີ 10 ຊະແຍກ ລວມທັງໝົດ 21 ບ້ານ, 2.327 ຄອບຄົວ,ພົນລະເມືອງ 13.455 ຄົນ,ເນື້ອທີ່ນາຖືກຖ້ວມ ທັງໝົດ 4.693 ເຮັກຕາ,ນອງປາ 289 ໜອງ,ເນື້ອທີ່ສວນ 96 ເຮັກຕາ,ງົວຕາຍ 4 ໂຕ,ວິດຖ່າຍ 814 ໜ່ວຍ,ລະບົບຊົລະປະທານ 9 ແຫ່ງ,ສະພາບເສັ້ນທາງຫຼາຍຈຸດເປເພ, ໂຮງຮຽນຢຸດການຮຽນຊົ່ວຄາວ 22 ແຫ່ງ,ສາຍໄຟຟ້າຂາດ 2 ຈຸດ ມີບ້ານທີ່ບໍ່ມີໄຟຟ້າໃຊ້ 19 ບ້ານ, ເຊິ່ງໃນໄລຍະຜ່ານມາການນຳຂັ້ນແຂວງ, ຂັ້ນເມືອງ ແລະ ພາກສ່ວນຕ່າງໆ ທັງພາກລັດແລະເອກະຊົນກໍ່ໄດ້ເອົາໃຈໃສ່ລົງໃກ້ຊິດຕິດແທດໃຫ້ການຊ່ວຍຕະຫຼອດມາ

.

ໂດຍສະເພາະ ເຄື່ອງອຸປະໂພກ,ບໍລິໂພກທີ່ຈຳເປັນເພື່ອແກ້ໄຂສຸກເສີນເບື້ອງຕົ້ນ ແລະ ມີກຳລັງ ທະຫານ,ຕຳຫຼວດປະຈຳຢູ່ແຕ່ລະຈຸດເພື່ອກຽມພ້ອມຕະຫຼອດເວລາ.

.

.

ທັງໝົດນີ້ແມ່ນການໃຫ້ສຳພາດຂອງ ທ່ານ ພຸດທະວົງ ພົມມະຈັກ ຮອງເລຂາພັກເມືອງສອງຄອນ ທີ່ໄດ້ໃຫ້ສຳພາດຕໍ່ຜູ້ສື່ຂ່າວວິທະຍຸກະຈາຍສຽງຂອງພວກເຮົາໃນຄັ້ງວັນທີ 21 ຕຸລາ 2020 ນີ້ ແລະ ໃນໂອກາດດຽວກັນນີ້ ທ່ານ ພຸດທະວົງ ພົມມະຈັກ ຍັງໄດ້ຮຽກຮ້ອງຂໍຄວາມຊ່ວຍເຫຼືອມາຍັງອົງການຈັດຕັ້ງພັກ-ລັດທຸກຂັ້ນ ກໍ່ຄືຂໍຄວາມຊ່ວຍເຫຼືອຈາກສັງຄົມໃຫ້ຊ່ວຍເຫຼືອປະຊາຊົນຊາວເມືອງສອງຄອນຜູ້ທີ່ໄດ້ຮັບຜົນກະທົບ ເຊິ່ງໃນເວລານີ້ ສິ່ງທີ່ປະຊາຊົນຕ້ອງການຄວາມຊ່ວຍເຫຼືອຢ່າງຮີບດ່ວນກໍ່ແມ່ນອາຫານການກິນ,ເຂົ້າສານ,ອາຫານແຫ້ງ,ນ້ຳດື່ມ,ທຽນໄຕ້ເນື່ອງຈາກລະບົບໄຟຟ້າແມ່ນຖືກຕັດໃນປັດຈຸບັນ,ຢາທາກັນຍຸງ ຊຶ່ງປະຊາຊົນບາງສ່ວນແມ່ນໄດ້ອົບພະຍົບຂຶ້ນໄປຢູ່ປ່າເປັນການຊົ່ວຄາວ ນອກນີ້ກໍ່ແມ່ນຢາປົວພະຍາດຄົນ ແລະ ສັດຊຶ່ງປັດຈຸບັນປະຊາຊົນບາງຄົນແມ່ນຕີນເປື່ອຍ ແລະ ສັດຍຶ່ງທ້ອງຕາຍ.

.

.

ມາຮອດຕອນເຊົ້າມື້ນີ້ທີ 22 ຕຸລາ 2020ສະຖານະການນ້ຳຖ້ວມຢູ່ເມືອງສອງຄອນ ລະດັບນ້ຳເຊບັງຫຽງ ຢູ່ສະຖານີລະຫານ້ຳ ເວລາ 6:00ນາທີ ວັດແທກໄດ້ 18,88ແມັດ ຢູ່ໃນລັກສະນະຊົງຕົວ.

.

ເຮືອນຊານ,​ເນື້ອທີ່ນາເຂົ້າ ບ້ານທີ່ຢູ່ລຽບເຊບັງຫຽງ ຈຳນວນ 21 ບ້ານ ມີ 4 ກຸ່ມບ້ານ ຖືກນ້ຳຖ້ວມເປັນບໍລິເວນກ້ວາງທາງເມືອງສອງຄອນ ໄດ້ຈັດສົ່ງ ກຳລັງທະຫານເມືອງ,​ເຈົ້າຫນ້າທີ່ຕຳຫລວດ ປກສ ເມືອງສອງຄອນ ແລະ ກຳລັງກອງພັນທະຫານຮາບທີ5 ເຂົ້າຊ່ວຍເຫລືອປະຊາຊົນ.ພາບລ່າສຸດ:ຈາກທິມງານຊ່ອງຂ່າວເມືອງຊ່ອງຄອນ.

.

ພາບ – ຂ່າວ: ອັກສອນສິນ ພົມມະຈັນ

ຂ່າວສານບ້ານເມືອງ

Post navigation

Previous Post: ດ່ວນ! ສປປລາວ ພົບຜູ້ຕິດເຊື້ອໂຄວິດ-19 ອີກ1 ຄົນເປັນກໍລະນີນຳເຂົ້າ ຈາກປະເທດທີ່ມີການລະບາດ
Next Post: ທ່ານເຈົ້າເມືອງຊົນນະບູລີ ພ້ອມຄະນະໄດ້ສືບຕໍ່ລົງມອບເຄື່ອງຊ່ວຍເຫຼືອ ແລະ ໃຫ້ກໍາລັງໃຈພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ

Related Posts

ສະຫຼົດ ຊາຍໜຸ່ມຈົມນໍ້າເສຍຊີວິດສອງຄົນທີ່ບ້ານຫາດສ້ຽວ ຂ່າວສານບ້ານເມືອງ
ເຈົ້າເມືອງສີສັດຕະນາກ ເນັ້ນພະນັກງານກໍ່ສ້າງຮາກຖານ ເລັ່ງແກ້ໄຂບັນຫາທີ່ຍັງຄົງຄ້າງ ໃນບາດກ້າວທີ 3 ໃຫ້ສໍາເລັດ ຂ່າວສານບ້ານເມືອງ
ເລັ່ງຄົ້ນຫາ ດອກຟ້າ ເພັດໂພນທອງ ຂຽນຈົດໝາຍອໍາລາ ກ່ອນໄປໂດດຂົວນໍ້າຂອງທີ່ປາກເຊ ຂ່າວສານບ້ານເມືອງ
ຂ່າວດ່ວນ! ທົ່ວໂລກ ມີຄົນຕິດເຊື້ອ ໂຄວິດ-19 ທັງໝົດກາຍ 5.5 ລ້ານຄົນແລ້ວ ຂ່າວສານບ້ານເມືອງ
ຮອງເຈົ້າແຂວງອັດຕະປື ລົງຕິດຕາມໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າກົງ 1.2.3 ຂ່າວສານບ້ານເມືອງ
ປກສ ເມືອງທ່າພະບາດ ຈັບໂຈນລັກເຫຼັກເສົາໄຟຟ້າແຮງສູງໄດ້ 3 ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme