Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ດ່ວນ! ສປປລາວ ພົບຜູ້ຕິດເຊື້ອໂຄວິດ-19 ອີກ1 ຄົນເປັນກໍລະນີນຳເຂົ້າ ຈາກປະເທດທີ່ມີການລະບາດ

Posted on 21/10/202021/10/2020 By News No Comments on ດ່ວນ! ສປປລາວ ພົບຜູ້ຕິດເຊື້ອໂຄວິດ-19 ອີກ1 ຄົນເປັນກໍລະນີນຳເຂົ້າ ຈາກປະເທດທີ່ມີການລະບາດ

ຄະນະສະເພາະກິດໂຄວິດ-19ລາຍງານ: ຖະແຫຼງຂ່າວ ສປປລາວ ພົບຜູ້ຕິດເຊື້ອໂຄວິດ-19 ອີກ1ຄົນ ນັກສຶກສາລາວ ຮຽນຢູ່ ສ ຣັດເຊຍ ເດີນທາງມາຮອດ ສປປ ລາວ ໃນວັນທີ18ຕຸລາ ແລະ ໄດ້ຖືກເກັບຕົວຢ່າງເພື່ອກວດຫາເຊື້ອພະຍາດໂຄວິດ-19ແລ້ວສົ່ງເຂົ້າຈຳກັດບໍລິເວນຢູ່ສູນ ທີ່ຄະນະສະເພາະກິດກຳນົດໄວ້, ວັນທີ 20 ຕຸລາ 2020 ຜົນກວດ ແມ່ນພົບເຊື້ອພະຍາດ ໂຄວິດ-19.

ໃນວັນພຸດທີ 21 ຕຸລາ 2020 ທ່ານ ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຫົວໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ພ້ອມດ້ວຍທ່ານ ດຣ.ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາຕິດຕໍ່ໄດ້ຖະແຫຼງຂ່າວປະຈໍາວັນວ່າ: ໃນວັນທີ 20 ຕຸລາ 2020 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 303 ຄົນ, ໃນນັ້ນ ມີແຮງງານລາວມາແຕ່ໄທ 117 ຕົວຢ່າງ, ແຮງງານຈີນ 13 ຕົວຢ່າງ, ແຮງງານຫວຽດນາມ 55 ຕົວຢ່າງ, ແຮງງານໄທ 18 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ບໍ່ມີອາການ 100 ຕົວຢ່າງ.


ຜົນກວດວິເຄາະທັງໝົດແມ່ນ ແມ່ນພົບຜູ້ຕິດເຊື້ອ ຈຳນວນ 1 ຕົວຢ່າງ, ເປັນເພດຊາຍ ອາຍຸ 23 ປີ, ສັນຊາດລາວ, ອາໄສຢູ່ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ອາຊີບນັກສຶກສາລາວ ຮຽນຢູ່ ສ ຣັດເຊຍ, ຜູ້ກ່ຽວຈຳກັດບໍລິເວນຢູ່ສູນ ທີ່ຄະນະສະເພາະກິດກຳນົດໄວ້ ແລະ ຢູ່ໃນຫ້ອງຄົນດຽວ.


ຕາມການບອກເລົ່າຂອງຜູ້ກ່ຽວ:ວັນທີ 2-3 ກັນຍາ 2020ຜູ້ກ່ຽວມີອາການໄຂ້, ໄອ, ເມື່ອຍ ແລະ ດັງບໍ່ໄດ້ກິ່ນ, ຜູ້ກ່ຽວໄດ້ຈຳກັດບໍລິເວນຕົນເອງ ຢູ່ຫ້ອງ ໃນຫໍພັກ ແລະ ບໍ່ໄດ້ໄປພົບແພດ. ປະມານ 1 ອາທິດ ຜູ້ກ່ຽວມີອາການດີຂຶ້ນ ແຕ່ຍັງສືບຕໍ່ ມີອາການດັງບໍ່ໄດ້ກິ່ນ.
ວັນທີ 6 ຕຸລາ 2020 ຜູ້ກ່ຽວມີຈຸດປະສົງຢາກເດີນທາງກັບ ສປປ ລາວ, ຈຶ່ງໄດ້ເດີນທາງໄປກວດຢູ່ໂຮງໝໍ.
ວັນທີ 9 ຕຸລາ 2020 ຜົນກວດພົບເຊື້ອພະຍາດໂຄວິດ-19, ຈຶ່ງໄດ້ເດີນທາງໄປຈຳກັດບໍລິເວນຕົນເອງຢູ່ສູນ, ທາງໂຮງຮຽນຈຶ່ງໄດ້ແຈ້ງສະຖານທູດລາວປະຈໍາຣັດເຊຍ.
ວັນທີ 12 ຕຸລາ 2020 ຜົນກວດພົບບໍ່ພົບເຊື້ອພະຍາດໂຄວິດ-19, ຜູ້ກ່ຽວຈຶ່ງໄດ້ເດີນທາງກັບມາຫໍພັກ ເພື່ອກຽມໂຕຂຶ້ນຍົນບິນກັບ ສປປ ລາວ.
ວັນທີ 14 ຕຸລາ 2020 ເດີນທາງອອກຈາກຫໍພັກ ໄປເມືອງ ມົດສະກູສ ຣັດເຊຍ.


ວັນທີ 15 ຕຸລາ 2020ເດີນທາງອອກຈາກເມືອງມົດສະກູສ ຣັດເຊຍ ມາຫາ ປາຣີ, ປະເທດຝຣັ່ງ.
ວັນທີ 16 ຕຸລາ 2020 ເດີນທາງອອກຈາກ ປາຣີປະເທດຝຣັ່ງ ມາຮອດ ອິນຊອນສ ເກົາຫຼີ ໃນວັນທີ 17 ຕຸລາ.
ວັນທີ 17 ຕຸລາ 2020 ເດີນທາງອອກຈາກອິນຊອນ ສ ເກົາຫຼີ ມາສະໜາມບິນວັດໄຕ.
ວັນທີ 18 ຕຸລາ 2020 ມາຮອດ ສປປ ລາວ ໄດ້ຖືກເກັບຕົວຢ່າງເພື່ອກວດຫາເຊື້ອພະຍາດໂຄວິດ-19.
ວັນທີ 20 ຕຸລາ 2020 ຜົນກວດ ແມ່ນພົບເຊື້ອພະຍາດ ໂຄວິດ-19.
ຜູ້ໂດຍສານທີ່ເດີນທາງຮ່ວມກັບຜູ້ກ່ຽວ ມີທັງໜົດ 122 ທ່ານ, ລວມທັງຜູ້ກ່ຽວນຳ ເຊິ່ງທັງໝົດ ແມ່ນໄດ້ເກັບຕົວຢ່າງ ແລະ ຜົນກວດບໍ່ພົບເຊື້ອ, ຍົກເວັ້ນຜົນກວດຂອງຜູ້ກ່ຽວ ແມ່ນກວດພົບເຊື້ອໂຄວິດ -19. ສຳລັບຜູ້ສຳຜັດໃກ້ຊິດກັບຜູ້ກ່ຽວ ມີທັງໝົດ 27 ຄົນ (ໃນນັ້ນ ມີ 14 ຄົນ ນັ່ງຕັ່ງນ້ຳເບີໃກ້ກັບຜູ້ກ່ຽວ ໃນໄລຍະຢູ່ໃນຍົນ ແລະ ອີກ 13 ຄົນແມ່ນຂີ່ລົດເມຄັນດຽວກັນ ເພື່ອເດີນທາງໄປຍັງສະຖານທີ່ຈຳກັດບໍລິເວນທີ່ຖືກກຳນົດໄວ້).

ຜູ້ສຳຜັດໃກ້ຊິດທັງໝົດ ແມ່ນໄດ້ຖືກເກັບຕົວຢ່າງ, ຜົນກວດແມ່ນບໍ່ພົບເຊື້ອ ແລະ ໄດ້ຖືກຈຳກັດບໍລິເວນ ຢູ່ສະຖານທີ່ ທີ່ຄະນະສະເພາະກິດກຳ
ນົດໄວ້ ຈົນຄົບກຳນົດ 14 ວັນ.


ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 20 ຕຸລາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 61.699 ຕົວຢ່າງ, ກວດພົບເຊື້ອສະສົມ 24 ຄົນ. ປະຈຸບັນ, ຄົນເຈັບຕິດເຊື້ອພະຍາດໂຄວິດ-19 ນ້ຳເບີ 23 ແລະ ເບີ 24 (ຜູ້ຕິດເຊື້ອໃໝ່) ແມ່ນປີ່ນປົວຢູ່ໂຮງໝໍມິດຕະພາບ.

ຂ່າວສານບ້ານເມືອງ

Post navigation

Previous Post: ການນໍາແຂວງໄຊສົມບູນ ຕ້ອນຮັບສະຫາຍ ນາງ ປານີ ຢ່າທໍ່ຕູ້, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ
Next Post: ເມືອງສອງຄອນ ຍັງປະສົບບັນຫາໜັກ ຈາກສະພາບນໍ້າຖ້ວມ ປະຈຸບັນ ນໍ້າຍັງສືບຕໍ່ເພີ່ມຂຶ້ນ

Related Posts

ບໍ່ແກ້ວແຈ້ງການດ່ວນ! ເພີ່ມທະວີປະຕິບັດມາດຕະການປ້ອງກັນໂຄວິດ ຂ່າວສານບ້ານເມືອງ
ແຈ້ງການ! ຮັບເອົາແຮງງານລາວ ຫຼື ພົນລະເມືອງລາວ ຕົກຄ້າງຢູ່ໄທ ກັບຄືນປະເທດ ຂ່າວສານບ້ານເມືອງ
ກັກຕົວໄວລຸ້ນ 3 ຄົນ ທີ່ກໍ່ເຫດຈູດກະໂພກ ຢູ່ຕາມເສັ້ນທາງເຂດເມືອງສີໂຄດຕະບອງ ຂ່າວສານບ້ານເມືອງ
ແຈ້ງເຕືອນ ຫີນພູເຈື່ອນຕັນທາງພູເກົ້າຫຼັກ (ມີຄລິບ) ຂ່າວສານບ້ານເມືອງ
ຫາຍຫ່ວງເດີ້! ລັດຖະບານ ຍີ່ປຸ່ນ ມອບວັກຊິນປ້ອງກັນພະຍາດໂ ຄ ວິ ດ ໃຫ້ ລາວ 616.820 ຫຼອດ ຂ່າວສານບ້ານເມືອງ
ເຄິ່ງປີ ໄຟຟ້າລາວມີລາຍຮັບ 3321 ຕື້ກີບ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme