Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຈົ້າ​ເມືອງໆຍົມ​ມະ​ລາດ ລົງ​ຢ້ຽມຢາມ​ປະຊາຊົນ ​ແລະ ຕິດຕາມ​ສະພາບ​ນ້ຳ​ເຊ​ບັ້ງ​ໄຟ

Posted on 21/10/202021/10/2020 By News No Comments on ເຈົ້າ​ເມືອງໆຍົມ​ມະ​ລາດ ລົງ​ຢ້ຽມຢາມ​ປະຊາຊົນ ​ແລະ ຕິດຕາມ​ສະພາບ​ນ້ຳ​ເຊ​ບັ້ງ​ໄຟ

ດ້ວຍຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ຂອງ​ການ​ນຳ​ຂັ້ນ​ເມືອງ​ໃນ​ການ​ດຳລົງ​ຊີວິດ​ຂອງ​ພໍ່​ແມ່​ປະຊາຊົນ​ທີ່​ອາ​ໃສ​ຢູ່​ເຂດ​ລ່ອງ​ນ້ຳ​ເຊ​ບັ້ງ​ໄຟສະ​ນັ້ນ, ໃນວັນທີ 21 ຕຸລາ 2020 ທີ່ກຸ່ມບ້ານໄຮ່ຜາວຽງ.

.

ທ່ານ ບຸນ​ທັນ ສຸວັນນະ​ລາດເຈົ້າເມືອງຍົມມະລາດແຂວງ​ຄຳ​ມ່ວນ ພ້ອມ​ດ້ວຍ​ຄະນະ​ກຳມະການ​ຄຸ້ມ​ຄອງ​ໄພພິບັດຂັ້ນ​ເມືອງລົງຕິດຕາມສະພາບນ້ຳເຊບັ້ງໄຟທີ່ກຸ່ມບ້ານໄຮ່ຜາວຽງເພື່ອກຽມຄວາມພ້ອມໃນການຮັບມືຈາກໄພພິບັດທີ່ອາດຈະເກີດຂຶ້ນເນື່ອງຈາກວ່າລະດັບນ້ຳເຊບັ້ງໄຟແມ່ນ​ເພີ່ມຂຶ້ນສູງພໍສົມຄວນເຊິ່ງອຳນາດການປົກຄອງບ້ານໄດ້ລາຍງານວ່າໃນເວລາ 8:00 ນາທີ

.

ຂອງວັນທີ 20 ຕຸລາ 2020 ລະດັບນ້ຳເຊບັ້ງໄຟແມ່ນ 12,38 ແມັດ ເຊີ່ງ​ຂີດອັນຕະລາຍແມ່ນ 13 ແມັດ ​ເຮັດ​ໃຫ້​ນ້ຳ​ໄຫຼ​ເຂົ້າ​ຖ້ວມ​ນາ​ປະຊາຊົນ​ ສ່ວນຜົນ​ເສຍ​ຫາຍ​ທາງ​ຄະນະ​ກຳມະການ​ຄຸ້ມ​ຄອງ​ໄພພິບັດ​ຂັ້ນ​ເມືອງ​ຈະ​ລົງ​ປະ​ເມີນ​ຄວາມ​ເສຍ​ຫາຍ​ອີກ​ຄັ້ງຫຼັງຈາກ​ລະດັບ​ນ້ຳຫຼຸດລົງ.

.

ທ່ານ ບຸນ​ທັນ ສຸວັນນະ​ລາດ ​ເຈົ້າເມືອງຍົມມະລາດຍັງໄດ້ຮຽກຮ້ອງໃຫ້ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ໃຫ້ມີສະຕິກຽມພ້ອມສະເໝີໃນເວລາ​ມີ​ກໍລະນີສຸກເສີນ ຕ້ອງຍົກຍ້າຍໄປຢູ່ບ່ອນປອດໄພທີ່ທາງການຈັດຕັ້ງໄດ້ກຳນົດໃວ້ ນອກຈາກນີ້ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງຍັງໄດ້ກຽມ ພ້ອມເປັນຕົ້ນແມ່ນ: ເຮືອ, ກຳລັງ ປກຊ – ປກສ ແລະ ຊາວໜຸ່ມທຸກພາກສ່ວນເພື່ອກຽມຄວາມພ້ອມຫາກເກີດກໍລະນີສຸກເສີນຈະລົງໄປຊ່ວຍເຫຼືອປະຊາຊົນໄດ້ທັນເວລາ.

.

​ເຊິ່ງມາຮອດວັນທີ 21 ຕຸລາ 2020 ຄະນະຄຸ້ມຄອງໄພພິບັດຂັ້ນເມືອງໄດ້ລາຍງານວ່າ: ໃນເວລາ 6:00 ນາທີ ສະພາບນໍ້າເຊບັ້ງໄຟແມ່ນ​ເພີ່ມ​ຂື້ນ ເຊິ່ງຢູ່ໃນລະດັບ 12.75 ແມັດ ( ຂີດອັນຕະລາຍ​ແມ່ນ 13,00 ​ແມັດ ).

.

.

ພາບ – ຂ່າວ​ໂດຍ: ຄຳ​ພູ​ວາ ​ໄຊ​ຍະ​ອ່ອນ​ຕາ.

ຂ່າວສານບ້ານເມືອງ

Post navigation

Previous Post: ອົງການອຸຍນີເຊັບ ໄດ້ມອບອຸປະກອນດ້ານການແພດໃຫ້ກະຊວງສາທາ
Next Post: ເຈົ້າເມືອງຊົນນະບູລີ ພ້ອມຄະນະລົງຊ່ວຍເຫຼືອອົບພະຍົບປະຊາຊົນອອກຈາກບ້ານທີ່ໄດ້ຮັບຜົນຈາກໄພນໍ້າຖ້ວມ ພ້ອມມອບເຄື່ອງບັນເທົາທຸກເບື່ອງຕົ້ນ

Related Posts

ພົບຜູ່ຕິດເຊື້ອໂຄວິດ-19 ອີກສອງຄົນທີ່ເດີນທາງມາແຕ່ຕ່າງປະເທດ ຂ່າວສານບ້ານເມືອງ
ທັງງາມທັງເກັງສາວກິ່ງຄໍາຄວ້າກຽດນິຍົມອັນດັບ 1 ທີ່ ມະຫາວິທະຍາໄລ ສຸພານຸວົງ ຂ່າວສານບ້ານເມືອງ
ຄຳສັ່ງດ່ວນທີ່ສຸດ! ບໍ່ແກ້ວ ໂຈະການຮຽນ-ການສອນໂຮງຮຽນແຫ່ງຕ່າງໆທາງພາກລັດ ແລະ ເອກະຊົນ ຂ່າວສານບ້ານເມືອງ
ດ່ວນ! ກະຊວງໂຍທາທິການ ແລະ ຂົນສົ່ງ ແຈ້ງການປັບປຸງລາຄາ ຄ່າຂົນສົ່ງໂດຍສານ ທາງບົກ ທົ່ວປະເທດ ຂ່າວສານບ້ານເມືອງ
ກອງພັນໃຫຍ່ 642 ມອບເຄື່ອງອຸປະກອນການຮຽນຢູ່ 2 ໂຮງຮຽນໃນເມືອງບໍລິຄັນ ຂ່າວສານບ້ານເມືອງ
ດ່ວນທີ່ສຸດ! ແຂວງໄຊຍະບູລີ ອອກແຈ້ງການໂຈະຊົ່ວຄາວ ການເຂົ້າ-ອອກ ພາຍໃນແຂວງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme