Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ທ່ານຮອງເຈົ້າແຂວງໄຊສົມບູນ ລົງຢ້ຽມຢາມ ແລະ ຊຸກຍູ້ ຄອບຄົວຊາວກະສິກອນປູກພຶດອິນຊີຢູ່ບ້ານອອມ, ເມືອງອະນຸວົງ

Posted on 20/10/202020/10/2020 By News No Comments on ທ່ານຮອງເຈົ້າແຂວງໄຊສົມບູນ ລົງຢ້ຽມຢາມ ແລະ ຊຸກຍູ້ ຄອບຄົວຊາວກະສິກອນປູກພຶດອິນຊີຢູ່ບ້ານອອມ, ເມືອງອະນຸວົງ

ທ່ານ ພອຍຄໍາ ຮຸ່ງບຸນຍວງ, ຮອງເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ ຄອບຄົວຊາວກະສິກອນປູກພຶດອິນຊີ ຢູ່ເຂດບ້ານອອມ, ເມືອງອະນຸວົງ ໃນວັນທີ 18 ຕຸລາ 2020 ນີ້ ໂດຍມີ ທ່ານ ດົວຊົ່ງ ເລ່ຍໂກ້, ຮອງເຈົ້າເມືອງອະນຸວົງ, ນາຍບ້ານ-ບ້ານອອມ ແລະ ບັນດາຄອບຄົວກຸ່ມປູກພຶດອິນຊີ

.

.

ໂອກາດນີ້ ທ່ານ ຕູ້ຊົ່ງ ຕາງໜ້າກຸ່ມຊາວກະສິກອນປູກພຶດອິນຊີ, ບ້ານອອມ ໄດ້ກ່າວໃຫ້ຮູ້ວ່າ: ການປູກພຶດອິນຊີແມ່ນອາຊີບທີ່ສະມາຊິກທັງໝົດຂອງກຸ່ມມີຄວາມສົນໃຈຢາກທົດລອງ ແລະ ຢຶດຖືເປັນອາຊີບໃນການແກ້ໄຂຄວາມທຸກຍາກ, ປັດຈຸບັນມີທັງໝົດ 5 ຄອບຄົວ, ໂດຍໄດ້ຮັບທືນຊ່ວຍເຫຼືອຈາກກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ, ກະຊວງກະສິກຳ ແລະ ປ່າໄມ້ ໃນການຈັດຊື້ທໍ່ນໍ້າ HDPC TOYO ຂະໜາດ ຟີ 40 ຊມ ແລະ ຟີ 50 ຊມ, ລວມທັງໝົດ 1,500 ແມັດ ພ້ອມດ້ວຍຂໍ້ຕໍ່ອີກຈໍານວນໜຶ່ງ ລວມມູນຄ່າທັງໝົດ 11,870,952 ກີບ (ສີບເອັດລ້ານ ແປດແສນເຈັດສີບພັນ ເກົ້າຮ້ອຍຫ້າສີບສອງກີບ) ເພື່ອນໍາໃຊ້ເຂົ້າໃນກິດຈະກຳການປູກພຶດຜັກ ແລະ ສ້າງບ່ອນຮຽນຮູ້ໃຫ້ຊາວກະສິກອນກຸ່ມດັ່ງກ່າວ

.

ສໍາລັບພຶດທີ່ນໍາມາປູກປະກອບມີ: ຕົ້ນໝາກເຜັດ, ຜັກກາດ ແລະ ໝາກແຕງ ໃນນັ້ນພະແນກກະສິກໍາ ແລະ ປ່າໄມ້ແຂວງໄຊສົມບູນ ໄດ້ອໍານວຍຄວາມສະດວກທາງດ້ານເຕັກນິກ, ດ້ານວິຊາການ, ໃນໂອກາດດັ່ງກ່າວ ທ່ານຮອງເຈົ້າແຂວງ ແລະ ຄະນະ ຍັງໄດ້ໄປຢ້ຽມຊົມຄອບຄົວ ທ່ານ ເຢັ້ງຊົ່ງ ຢູ່ບ້ານກໍໄຮ ເຊິ່ງເປັນຄອບຄົວທີ່ທົດລອງປູກຜຶດປອດສານຜິດຕາມທິດຊີ້ນໍາຂອງລັດຖະບານກໍຄື ດໍາລັດ 414/ບລ ແລະ ຄອບຄົວ ທ່ານ ເນັ້ງຈັ້ງ ຄອບຄົວທົດລອງລ້ຽງງົວທອມຢູ່ບ້ານອອມ, ເມືອງອະນຸວົງ ອິກດ້ວຍ.

.

ຂ່າວສານບ້ານເມືອງ

Post navigation

Previous Post: ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະລົງຢ້ຽມຍາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພນໍ້າຖ້ວມທີ່ເມືອງເຊໂປນ
Next Post: ອົງການອຸຍນີເຊັບ ໄດ້ມອບອຸປະກອນດ້ານການແພດໃຫ້ກະຊວງສາທາ

Related Posts

ຂົວສ້າງບໍ່ທັນແລ້ວ ຕໍາກົ້ນກັນປິ້ນປາງງ່າງ ຕົກຫ້ວຍນໍ້າພະນາຍ ຂ່າວສານບ້ານເມືອງ
ລັດຖະບານໂປໂລຍຊ່ວຍເຫຼືອວັກຊີນກັສໂຄວິດຈໍານວນ 501,600 ໂດສໃຫ້ແກ່ ສປປ ລາວ ຂ່າວສານບ້ານເມືອງ
ລາຍງານຂ່າວ! ລາວພົບຜູ້ຕິດເຊື້ອ +14ຄົນ ຂ່າວສານບ້ານເມືອງ
ທຳລາຍສິນຄ້າຕ້ອງຫ້າມ-ລັກລອບນຳເຂົ້າ ແບບບໍ່ຖືກຕ້ອງຕາມກົດໝາຍ ຂ່າວສານບ້ານເມືອງ
ຈັບຕົວໄດ້ແລ້ວ ຜູ່ກໍ່ເຫດຄາດຕະກໍາ ທີ່ເຂດ ມຕ ໂພນຈະເລີນ ເມືອງປາກກະດິງ ຂ່າວສານບ້ານເມືອງ
ກອງບັນຊາການ ປກສ ນະຄອນ ໄກສອນ ພົມວິຫານ ມ້າງຄະດີ ຊິ ງ ຊັ ບ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme