Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກອງບັນຊາການທະຫານແຂວງສະຫວັນະເຂດ ມອບຂອງກາງຢານະລົກ 120 ກິໂລກຣາມໃຫ້ກອງບັນຊາການ ປກສ ແຂວງ

Posted on 20/10/202020/10/2020 By News No Comments on ກອງບັນຊາການທະຫານແຂວງສະຫວັນະເຂດ ມອບຂອງກາງຢານະລົກ 120 ກິໂລກຣາມໃຫ້ກອງບັນຊາການ ປກສ ແຂວງ

ໃນວັນທີ 19 ຕຸລາ 2020 ນີ້ ຢູ່ທີ່ ສູນບັນຊາການທະຫານແຂວງ ລະຫວ່າງກອງບັນຊາການທະຫານແຂວງສະຫວັນະເຂດກັບກອງບັນຊາການ ປກສ ແຂວງ ໄດ້ຈັດພິທີມອບ-ຮັບຂອງກາງຢາເສບຕິດປະເພດຢາໄອສຈຳນວນ 120 ກິໂລກະລາມ ທີ່ອ້າຍນ້ອງເຈົ້າໜ້າທີ່ທະຫານຊາຍແດນ 323 ທະຫານແຂວງສະຫວັນະເຂດ ຢຶດໄດ້ໃນວັນທີ 15 ຕຸລາ 2020 ນີ້ ໃນເວລາ 19 ໂມງ 30 ນາທີ ທີ່ບ້ານ ຫີນນຳ້ອອ້ຍ ເມືອງ ໄຊບູລີ ແຂວງ ສະຫວັນະເຂດ ເຊິ່ງເຈົ້າຂອງຢາດັ່ງກ່າວແມ່ນໄດ້ລົບໜີ.

ເຂົ້າຮ່ວມພິທີມອບ-ຮັບຢາເສບຕິດໃນຄັ້ງນີ້ ມີ ສະຫາຍ ພັນໂທ ຄຳຜົງ ພັດທະນາ ປະທານກວດກາພັກຫົວໜ້າຫ້ອງການເມືອງກອງບັນຊາການທະຫານແຂວງສະຫວັນະເຂດ, ມີສະຫາຍ ພັນໂທ ບຸນເລີດ ຄະທຸມພົນ ຄະນະພັກຮອງກອງບັນຊາການ ປກສ ແຂວງ ມີພະແນກທະຫານຊາຍແຂວງ, ພະແນກຢາເສບຕິດ ປກສ ແຂວງເຂົ້າຮ່ວມ.

ໃນໂອກາດດັ່ງກ່າວນີ້ກອງບັນຊາການທະຫານແຂວງສະຫວັນະເຂດຈິ່ງໄດ້ຈັດພິທີເຮັດບົດບັນທຶກມອບ-ຮັບຢາເສບຕິດດັ່ງກ່າວນີ້ໃຫ້ກອງບັນຊາການປກສ ແຂວງຢ່າງເປັນທາງການ ຈາກນັ້ນ ສະຫາຍ ພັນໂທ ບຸນເລີດ ຄະທຸມພົນ ຮອງກອງບັນຊາການປກສ ແຂວງ ກໍ່ໄດ້ກ່າວສະແດງຄຳຍ້ອງຍໍຊົມເຊີຍຕໍ່ເຈົ້າໜ້າທີ່ທະຫານຊາຍແດນ 323 ທີ່ສາມາດຢຶດຂອງກາງປະເພດຢາໄອສຈຳນວນ 120 ກິໂລກະລາມມາໄດ້ໃນຄັ້ງນີ້ ພ້ອມທັງໃຫ້ຄຳເຊື່ອໝັ້ນວ່າສອງກຳລັງ ປກຊ,ປກສ ພວກເຮົາຈະພ້ອມກັນສຶບຕໍ່ ແກ້ໄຂປະກົດການທີ່ກໍ່ໃຫ້ເກີດຄວາມບໍ່ສະຫງົບພາຍໃນແຂວງສະຫວັນະເຂດໃຫ້ໝົດໄປເທື່ອລະກ້າວ.

ພາບ-ຂ່າວ ພານິດ ພິລາວົງ

ຂ່າວສານບ້ານເມືອງ

Post navigation

Previous Post: ທະຫານແຂວງສາລະວັນ ເຜີຍແຜ່ຄຳສັ່ງຂອງກົມໃຫຍ່ເສນາທິການກອງທັບ
Next Post: ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະລົງຢ້ຽມຍາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພນໍ້າຖ້ວມທີ່ເມືອງເຊໂປນ

Related Posts

ຂ່າວດ່ວນ ບ້ານນາລາ ເມືອງໄຊຍະບູລີ ນ້ຳຖ້ວມແລ້ວ ຂ່າວສານບ້ານເມືອງ
ແຈ້ງການ! ໃຫ້ສືບຕໍ່ ແລະ ຜ່ອນຜັນ ບາງມາດຕະການ ອອກໄປຕື່ມ 15 ວັນ ເລີ່ມແຕ່ວັນທີ 05 ຫາ 19 ກໍລະກົດ 2021 ຂ່າວສານບ້ານເມືອງ
ຮ້ານຂາຍຢາ ໂຊກດີໃໝ່ໂອສົດ ບໍລິຈາກ ຜາອັກປາກ-ດັງ ແກ່ ກູ້ໄພ 1625 ຫຼວງພະບາງ ມູນຄ່າ 5 ລ້ານກວ່າກີບ ຂ່າວສານບ້ານເມືອງ
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງອຸດົມໄຊ ຄັ້ງທີ IX ໄຂຂຶ້ນຢ່າງເປັນທາງການ ຂ່າວສານບ້ານເມືອງ
ອາກາດຮ້ອນ ມີຝົນລົມຟ້າເຫຼື້ອມ ຢູ່ຫຼາຍທ້ອງຖິ່ນ ຂ່າວສານບ້ານເມືອງ
ສູນກາງສະຫະພັນກຳມະບານລາວ ອອກແຈ້ງການ ເລື່ອງການສະເຫຼີມສະຫຼອງວັນກໍາມະກອນສາກົນ ຄົບຮອບ 136 ປີ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme