Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ທະຫານແຂວງສາລະວັນ ເຜີຍແຜ່ຄຳສັ່ງຂອງກົມໃຫຍ່ເສນາທິການກອງທັບ

Posted on 20/10/202020/10/2020 By News No Comments on ທະຫານແຂວງສາລະວັນ ເຜີຍແຜ່ຄຳສັ່ງຂອງກົມໃຫຍ່ເສນາທິການກອງທັບ

ວັນທີ 14 ຕຸລາ 2020 ນີ້ ກອງບັນຊາການະຫານແຂວງສາ ລະວັນໄດ້ເປີດກອງປະຊຸມເຜີຍແຜ່ຄຳສັ່ງຂອງກົມໃຫ່ຍເສນາທິ ການ ວ່າດ້ວຍການປັບປຸງການກຽມພ້ອມສູ້ຮົບຂອງບັນດາກົມ ກອງທ້ອງຖິ່ນແຂວງສາລະວັນໂດຍພາຍໃຕ້ການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ຄອນສະຫວັນ ມີ່ງຈຳປາບານ ຮອງ ຫົວໜ້າກົມໃຫ່ຍເຕັກນິກກອງທັບ, ເຂົ້າຮ່ວມພິທີມີ ສະຫາຍ ພັນເອກ ພູວັນ ພີມມະຈັນ ເລຂາຄະນະພັກຫົວໜ້າການເມືອງ ກອງບັນຊາການທະຫານແຂວງສາລະວັນ, ມີກົມສູ້ຮົບ, ຄະນະພັກ-ຄະນະບັນຊາກອງບັນຊາການ, ຫົວໜ້າພະແນກ-ຮອງ ພະແນກການ 5 ຫ້ອງອ້ອມຂ້າງ ແລະ ກົມກອງທີ່ກ່ຽວຂ້ອງເຂົ້າ ຮ່ວມຮັບຟັງ.

ສະຫາຍ ພັນເອກ ສໍາລານ ສີລິໂພຄໍາ ຮອງຫົວໜ້າກົມສູ້ຮົບ ກົມໃຫຍ່ເສນາທິການກອງທັບກອງເລຂາ ໄດ້ຂຶ້ນຜ່ານຄຳສັ່ງ ແນະນຳຂອງກົມໃຫ່ຍເສນາທິການກອງທັບວ່າດ້ວຍການປັບປຸງການກຽມພ້ອມສູ້ຮົບຂອງບັນດາກົມກອງທີ່ຂຶ້ນກັບກອງບັນຊາການທະຫານແຂວງສາລະວັນ ໂດຍອີງໃສ່ທິດທາງແຜນການປັບປຸງບັນດາກົມກອງກຳລັງຫຼວງ, ກຳລັງທ້ອງຖິ່ນ ແລະ ທິດຊີ້ນຳຂອງຫົວໜ້າກົມໃຫຍ່ເສນາທິການກອງ ທັບ ວ່າດ້ວຍການປັບປຸງບັນດາກົມກອງທີ່ຢູ່ໃນໂຄງການເພື່ອໃຫ້ມີຄວາມພ້ອມໃນທຸກດ້ານ ແລະ ສາມາດເຄື່ອນໄຫວປະຕິບັດໜ້າທີ່ໄດ້ຕະຫຼອດເວລາ, ຜ່ານ ການຈັດຕັ້ງປະຕິບັດແຜນການ ໃນໄລຍະຜ່ານມາເຫັນວ່າບັນດາກົມກອງໄດ້ມີຄວາມພະຍາຍາມ ແລະ ສູ້ຊົນຈັດຕັ້ງປະຕິບັດໜ້າທີ່ວຽກງານຢ່າງບໍ່ຢຸດຢັ້ງ ແລະ ມີຜົນສຳເລັດໃນລະດັບສູງ, ແຕ່ເຖິງຢ່າງໃດກໍຕາມຖ້າທຽບໃສ່ຄວາມຮຽກຮ້ອງຕ້ອງການ ຂອງ ໜ້າທີ່ວຽກງານໃນການກຽມພ້ອມສູ້ຮົບ ແລະ ສູ້ຮົບຂອງບັນດາ ກົມກອງເຫັນວ່າຍັງມີຫຼາຍດ້ານທີ່ຈະໄດ້ປັບປຸງເປັນຕົ້ນ: ແມ່ນຂັ້ນ ກອງພັນ, ກອງຮ້ອຍ, ຂັ້ນໝວດ ແລະ ຂັ້ນໝູ່, ການສັບຊ້ອນໜ້າທີ່ໃຫ້ເປັນລະບົບຄົບຖ້ວນຕາມຂໍ້ກຳ ນົດທີ່ວາງໄວ້, ຈັດຕັ້ງລະບົບປະຈຳການທາງດ້ານຈຳນວນພົນ, ພາຫະນະໃຫ້ຄົບຊຸດ, ຈັດຕັ້ງເຝິກແອບຮໍ່າຮຽນປະຈຳປີ ຕາມທິດ ຊີ້ນຳຂອງຂັ້ນເທິງໃຫ້ຕໍ່ເນື່ອງລຽນຕິດເຮັດໃຫ້ພະນັກງານ- ນັກຮົບມີຄວາມສໍານິສໍານານຄ່ອງແຄ້ວ, ປັບປຸງແບບແຜນການ ນໍາພາຂອງຄະນະພັກ-ຄະນະບັນຊາໃຫ້ໄປຕາມທິດກ້າວໜ້າທັນ ສະໄໝ ແລະ ຈັດຕັ້ງກວດກາກຽມພ້ອມສູ້ຮົບຢູ່ແຕ່ລະຂັ້ນ, ແຕ່ລະ ຂະແໜ່ງການ ໃຫ້ເຂັ້ມງວດຕາມ ລະບອບກວດກາ.

ໃນໂອກາດນີ້ ສະຫາຍ ພົນຈັດ ຕະວາ ຄອນສະຫວັນ ມີ່ງຈຳປາ ບານ ໄດ້ມີຄຳເຫັນໂອ້ລົມ ແລະ ຮຽກຮ້ອງໃຫ້ຄະນະພັກ-ຄະນະ ບັນຊາແຕ່ລະຂັ້ນຈົ່ງເພີ່ມທະວີວຽກງານສຶກສາອົບຮົມການ ເມືອງນໍາພາແນວຄິດໃຫ້ພະນັກ ງານ-ນັກຮົບຢ່າງຕໍ່ເນື່ອງລຽນ ຕິດ, ຍົກສູງບົດບາດການນໍາພາຂອງພັກແບບແຜນວິທີນຳພາ- ບັນຊາ, ເອົາໃຈໃສ່ການປັບປຸງການກຽມພ້ອມສູ້ຮົບຂອງບັນດາກົມກອງທີ່ຂຶ້ນກັບຄວາມຮັບ ຜິດຊອບຂອງຕົນ, ນອກນີ້ກໍເອົາໃຈໃສ່ກວດກາການບົວລະບັດ ແລະ ປົກປັກຮັກສາພາຫະນະ, ອາວຸດຍຸດໂທປະກອນໃຫ້ເປັນປະຈຳເພື່ອນຳໃຊ້ໃຫ້ໄດ້ຍາວນານ.

ໂດຍ: ຂາວທອງ ໄຊຍະທິລາດ

ຂ່າວສານບ້ານເມືອງ

Post navigation

Previous Post: ເມືອງຊົນນະບູລີ ມີ 40 ບ້ານໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໜັກ
Next Post: ກອງບັນຊາການທະຫານແຂວງສະຫວັນະເຂດ ມອບຂອງກາງຢານະລົກ 120 ກິໂລກຣາມໃຫ້ກອງບັນຊາການ ປກສ ແຂວງ

Related Posts

ເປີດທາມລາຍ! ຜູ້ທີ່ຕິດເຊື້ອຢູ່ແຂວງວຽງຈັນ ມື້ນີ້​ 1 ຄົນ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມໃໝ່ 962ຄົນ ຂ່າວສານບ້ານເມືອງ
ຊ້າງຄໍາຮູ້ ທີ່ບຸນຊ້າງໄຊຍະບູລີ ພ້ອມຕ້ອນຮັບທຸກທ່ານ 21-28/2/2020 ຂ່າວສານບ້ານເມືອງ
ລົດພ່ວງມາແຕ່ຫວຽດນາມ ປີ້ນ ທາງໜອງບົວທອງ-ໜອງບຶກ ຂ່າວສານບ້ານເມືອງ
ບຸນກະລໍ່າປີຄັ້ງທໍາອິດ ທີ່ເມືອງວັງວຽງ ເລີ່ມຂຶ້ນຢ່າງເປັນທາງການ ຂ່າວສານບ້ານເມືອງ
ຂ່າວດີ! ປັບລາຄານໍ້າມັນຂາຍຍ່ອຍລົງທົ່ວປະເທດ ເລີ່ມ 2 ເມສາ 2020 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme