Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເມືອງຊົນນະບູລີ ມີ 40 ບ້ານໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໜັກ

Posted on 20/10/202020/10/2020 By All in LAOS No Comments on ເມືອງຊົນນະບູລີ ມີ 40 ບ້ານໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໜັກ

40 ບ້ານຂອງເມືອງຊົນນະບູລີ ໄດ້ຮັບຜົນກະທົບຈາກໄພນໍ້າຢ່າງໜັກໜ່ວງ ປະຊາຊົນຕ້ອງການຄວາມຊ່ວຍເຫຼືອທາງດ້ານອາຫານການກິນຢ່າງຮີບດ່ວນ

ອີງຕາມຂໍ້ມູນຈາກກອງເລຂາຕ້ານໄພພິບັດຂັ້ນເມືອງ ໃນຄັ້ງວັນທີ 19 ຕຸລາ 2020 ນີ້ ກ່ຽວກັບສະພາບໄພນໍ້າຖ້ວມໃນທົ່ວເມືອງຊົນນະບູລີ ແຂວງສະຫວັນນະເຂດ ໄດ້ລາຍງານວ່າ: ໃນປັດຈຸບັນນີ້ເມືອງຊົນນະບູລີ ກໍາລັງປະສົບກັບໄພນໍ້າຖ້ວມຢ່າງໜັກ ບ້ານທີ່ໄດ້ຮັບຜົນກະທົບມີທັງໝົດ 40 ບ້ານ, ມີ 3,668 ຫຼັງຄາ, ມີພົນລະເມືອງ 24,450 ຄົນ ຍິງ 12,388 ຄົນ, ເນື້ອທີ່ຖືກຖ້ວມ 5,735 ເຮັກຕາ, ສວນພຶດຜັກຖືກຖ້ວມ 176 ເຮັກຕາ, ໜອງປາ 235 ໜອງ, ລະບົບຊົນລະປະທານ 9 ແຫ່ງ, ປະຕູນໍ້າ 3 ແຫງ, ໂຮງຮຽນທີ່ໄດ້ຮັບຜົນກະທົບ ແລະຕ້ອງໂຈະການຮຽນຊົ່ວຄາວມີ: ໂຮງຮຽນປະຖົມ 9 ແຫ່ງ, ໂຮງຮຽນມູນ 6 ແຫ່ງ, ມັດທະຍົມຕົ້ນ 2 ແຫ່ງ ລວມທັງໝົດ 17 ແຫ່ງ,

ບ້ານທີ່ຕ້ອງລະງັບການໃຊ້ໄຟຟ້າຊົ່ວຄາວເພື່ອຄວາມປອດໄພມີ 9 ບ້ານ: ບ້ານບຶງຊ້າງ, ກອງປະທຸມວັນ, ບ້ານທ່າຄໍາເຫຼື້ອມ, ບ້ານດອນຍາໂນງ, ບ້ານໜອງສອງຫ້ອງ, ບ້ານເມືອງໂຮງ, ບ້ານດົງໜອງແຄນ ແລະບ້ານຕັ່ງຫວາຍນໍ້າ.

ເສັ້ນທາງຖືກຖ້ວມ ແລະຕັດຂາດການສັນຈອນມີ: ເສັ້ນທາງບ້ານນາໜອງຜໍາຫາດົງບູນ, ເສັ້ນທາງບຶງຊ້າງຫາບ້ານໂຄກຫົວຊ້າງ ເສັ້ນທາງບ້ານໂຄກຫົວຊ້າງຫາບ້ານທ່າຄໍາເຫຼື້ອມ, ເສັ້ນທາງບ້ານທ່າຄໍາເຫຼື້ອມຫາບ້ານດອນຍາໂນງ, ເສັ້ນທາງບ້ານຕັ່ງຫວາຍນໍ້າຫາບ້ານກະລືມວັງແຂ້, ເສັ້ນທາງຈຸດສຸມຕັ່ງຫວາຍຫາກະທອງເຊ, ເສັ້ນທາງບ້ານກະທອງເຊຫາບ້ານນາຈານໃຫຍ່, ເສັ້ນທາງບ້ານກອງປະທຸມວັນຫາເມມືອງຊົນນະບູລີ, ເສັ້ນທາງໂພໄຊຄູນຫາບ້ານດົງຫວາຍ, ເສັ້ນທາງບ້ານດົງຫວາຍຫາບ້ານໜອງຜື, ເສັ້ນທາງບ້ານກະຫຼາງຫາບ້ານຕໍາປອງ, ເສັ້ນທາງບ້ານຕັ່ງຫວາຍໂຄກຫາບ້ານໂພໄຊຄູນ, ເສັ້ນທາງແຕ່ຂົ້ວຫ້ວຍນ້ໍາດີ້ງຫາບ້ານໄຊສົມບູນ, ເສັ້ນທາງແຕ່ຂົ້ວຫ້ວຍເຊວັນຫາບ້ານໜອງເບັນ, ເສັ້ນທາງແຕ່ຂົ້ວຫ້ວຍຕະຫຼຶງຫາບ້ານນາບົງ ແລະ ເສັ້ນທາງແຕ່ຂົ້ວຫ້ວຍເປາະຫາບ້ານອາຫໍ.

ໃນປັດຈຸບັນທາງການນໍາຂອງເມືອງພ້ອມດ້ວຍຄະນະຕ້ານໄພພິບັດຂັ້ນເມືອງອົງການຈັດຕັ້ງມະຫາຊົນກໍາລັງ ປກຊ-ປກສ ສົມທົບກັບກໍາລັງກອງຮ້ອຍ ຄໍ 35 ໄດ້ລົງໃຫ້ການຊ່ວຍເຫຼືອອົບພະຍົບປະຊາຊົນຂົນວັດຖຸເຄື່ອງຂອງຕ່າງໆອອກຈາກພື້ນທີ່ສ່ຽງ ເພື່ອຄວາມປອດໄພທາງດ້ານຊີວິດ ແລະຊັບສີນຂອງປະຊາຊົນ ນອກນີ້ກໍ່ຍັງໄດ້ໃຊ້ເຮືອຊ່ວຍເຫຼືອປະຊາຊົນຂົນເຂົ້າຜ່ອນໃນເຂດບ້ານທີ່ໄດ້ຮັບຜົນກະທົບໄດ້ 80 ຄອບຄົວ.

ມາໃນປະຈຸບັນນີ້ລະດັບນໍ້າແມ່ນຍັງເພີ່ມຂື້ນຢ່າງຕໍ່ເນື່ອງ ແລະໄຫຼເຂົ້າຖ້ວມເນື້ອທີ່ນາຮົ້ວສວນ ແລະອາດຈະໄຫຼເຂົ້າຖ້ວມບ້ານເຮືອນຂອງປະຊາຊົນຕື່ມອີກ. ສ່ວນຄວາມເສຍຫາຍແມ່ນຈະໄດ້ລາຍງານຕື່ມອີກພາຍຫຼັງ ແລະ ສິ່ງທີ່ຈຳເປັນໃນປັດຈຸບັນທີ່ທາງເມືອງຕ້ອງການຄວາມຊ່ວຍເຫຼືອຈາກສັງຄົມຢ່າງຮີບດ່ວນທີ່ສຸດແມ່ນ ອາຫານການກິນ,ນ້ຳດື່ມ,ເຂົ້າສານ,ອາຫານແຫ້ງ,ຢາປົວພະຍາດ,ນ້ຳມັນເຊື້ອໄຟ ແລະ ເຮືອເພື່ອຊ່ວຍເຫຼືອສະເພາະໜ້າໃຫ້ກັບປະຊາຊົນຜູ້ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ.

ທີ່ມາ: Media Laos

ເລື່ອງເດັ່ນ

Post navigation

Previous Post: ສະຫະພັນກຳມະບານແຂວງສະຫວັນນະເຂດ ແລະ ອົງການຈັດຕັ້ງມະຫາຊົນທຸກຂັ້ນ ມອບເຄື່ອງຊ່ວຍເຫລືອໃຫ້ປະຊາຊົນເຂດບ້ານທີ່ຖືກນ້ຳຖ້ວມ
Next Post: ທະຫານແຂວງສາລະວັນ ເຜີຍແຜ່ຄຳສັ່ງຂອງກົມໃຫຍ່ເສນາທິການກອງທັບ

Related Posts

ພາຍຸດຽນມູອ່ອນກໍາລັງກາຍເປັນດີເປຊັນເລັ່ງເປົ້າໃສ່ພາກກາງພາກໃຕ້ ເລື່ອງເດັ່ນ
ແຈ້ງເຕືອນສະພາບຝົນຕົກໜັກ ຟ້າຮ້ອງ ຟ້າເຫລືອມ ແລະ ດິນເຈື່ອນ ໄລຍະວັນທີ 08-14 ສິງຫາ 2022 ຂ່າວສານບ້ານເມືອງ
ປກສ ຈັບແກ້ງພົວພັນຢາເສບຕິດແລະຂາຍອາວຸດເສິກທີ່ເຂດບ້ານນາໄຊ ຂ່າວສານບ້ານເມືອງ
ປາຂ່າ ຈະບໍ່ສູນພັນຈາກແມ່ນໍ້າຂອງ ຖ້າພວກເຮົາຊ່ວຍກັນປົກປ້ອງຄຸ້ມຄອງຢ່າງຈິງຈັງ ເລື່ອງເດັ່ນ
ໂຄວິດ-19 ພາກຊີວິດ ສາວໄວ 23 ປີ ອີກ 1 ຄົນ ທີ່ສະຫວັນນະເຂດ ເລື່ອງເດັ່ນ
ເສົ້າໃຈ! ລົດຂົນນໍ້າມັນເສຍຫຼັກຕົກຂ້າງທາງ ຜົວເສຍຊີວິດເມຍເຈັບໜັກ ເລື່ອງເດັ່ນ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme