Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຈົ້າເມືອງອຸທຸມພອນລົງເບິ່ງສະພາບເສັ້ນທາງເຂົ້າຫາບ້ານນາເກັງ ແລະ ບ້ານເອ້

Posted on 19/10/202019/10/2020 By News No Comments on ເຈົ້າເມືອງອຸທຸມພອນລົງເບິ່ງສະພາບເສັ້ນທາງເຂົ້າຫາບ້ານນາເກັງ ແລະ ບ້ານເອ້

ໃນວັນທີ 15 ຕຸລາ 2020 ທ່ານ ປະສົງສິນ ຈະເລີນສຸກ ເຈົ້າເມືອງອຸທຸມພອນ ແຂວງສະຫວັນນະເຂດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງໄປເບິ່ງສະພາບເສັ້ນທາງແຕ່ທາງແວ່ທາງເລກທີ 10 ເຂົ້າຫາບ້ານນາເກັງ ແລະ ບ້ານເອ້ ທີ່ພົບກັບຄວາມຫຍຸ້ງຍາກລໍາບາກຂອງປະຊາຊົນໃນການທ່ຽວໄປມາຄ້າຂາຍ,ຖ້າຫາກວ່າມື້ໃດຝົນຕົກສະພາບການສັນຈອນແຕ່ບ້ານນາເກັງ ຫາບ້ານເອ້ ລົດໃຫຍ່ແມ່ນໄປບໍ່ໄດ້ເລີຍ

ທ່ານ ພັນມະຫາ ແກ້ວນິນ ຫົວໜ້າຫ້ອງການໂຍທາທິການ-ຂົນສົ່ງເມືອງລາຍງານຕໍ່ນັກຂ່າວພວກເຮົາວ່າ: ຈາກການສໍາຫຼວດຕົວຈິງຂອງເສັ້ນທາງດັ່ງກ່າວນັບຕັ້ງແຕ່ທາງເລກທີ 10 ແວ່ເຂົ້າຫາບ້ານນາເກັງ ມີຄວາມຍາວ 2 ກິໂລແມັດ,ເຊິ່ງຈະໄດ້ມີການກວດແປຮູບ ແລະ ຖົມບາງຈຸດດ້ວຍວັດສະດຸທີ່ມີຄຸນະພາບ,ເສັ້ນທາງຈາກບານນາເກັງ ໄປຈົນຮອດບ້ານເອ້ ມີຄວາມຍາວ 3,5 ກິໂລແມັດ,ໂດຍຈະໄດ້ແປຮູບ ແລະ ຍົກລະດັບເພາະເປັນພື້ນທີ່ຂ້ອນຂ້າງຕໍ່າ,ເຊິ່ງຈະໄດ້ໃສ່ທໍ່ພີ 80 ຢູ່ 05 ຈຸດ ຮອດທາງແຍກບ້ານນາໂພ ແລະ ຖົມບາງຈຸດໄປຈົນຮອດບ້ານເອ້,ລວມມູນຄ່າທັງໝົດຊິຕົກຢູ່ປະມານ 500 ລ້ານກວ່າກີບ

ໂອກາດລົງເບິ່ງສະພາບເສັ້ນທາງຕົວຈິງ ທ່ານ ປະສົງສິນ ຈະເລີນສຸກ ຍັງເນັ້ນໃຫ້ນາຍບ້ານວ່າ: ຈັ່ງໃດກະຕາມກ່ອນເຮົາຊິໄດ້ສ້ອມແປງຄືນໃໝ່ຢາກໃຫ້ນາຍບ້ານລະດົມປະຊາຊົນພາຍໃນບ້ານສ້າງຂະບວນການອອກແຮງງານລວມປົວແປງເສັ້ນທາງບ່ອນໃດທີ່ເປັນບວກເປັນຂຸມພ້ອມກັນຂຸດເອົາດິນມາຖົມໃຫ້ມັນທຽວໄປມາໄດ້ສະດວກເສຍກ່ອນ, ໂດຍສະເພາະແມ່ນເສັ້ນທາງຮ່ອມຂອງບ້ານ ໃຫ້ມັນສະອາດງາມຕາ, ບໍ່ໃຫ້ເປິໃຫ້ເປື້ອນ ບໍ່ຟ້າວໃຫ້ຄອງຄອຍງົບປະມານຂອງລັດ ເຮົາເຮັດໄປເສຍກ່ອນ,ຕາມແຜນແລ້ວເສັ້ນທາງດັ່ງກ່າວທາງເມືອງແມ່ນໄດ້ເອົາເສັ້ນທາງເລກທີ 10 ແວ່ເຂົ້າບ້ານນາເກັງໄປຫາບ້ານເອ້ ຈັດເປັນບູລິມະສິດເຂົ້າໃນການສ້ອມແປງແລ້ວໃນປີ 2021 ລໍຖ້າແຕ່ຂັ້ນເທິງອະນຸມັດເທົ່ານັ້ນ,ຈາກນັ້ນທ່ານເຈົ້າເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ກໍ່ໄດ້ຍ່າງສໍາຫຼວດເສັ້ນທາງແຕ່ບ້ານນາເກັງຮອດບ້ານເອ້ຕື່ມອີກ.

.

ຂ່າວສານບ້ານເມືອງ

Post navigation

Previous Post: ບໍລິສັດ ໄຟຟ້າຫົງສາ ມອບທຶນການສຶກສາໃຫ້ແກ່ນັກຮຽນດີ-ຮຽນເກັ່ງ 3 ເມືອງເໜືອຂອງແຂວງໄຊຍະບູລີ
Next Post: ຜະລິດເສັ້ນເຂົ້າປຽກ ເສັ້ນໝີ່ ໝູຢໍ ແລະ ລູກຊີ້ນ ມີລາຍຮັບປີໜຶ່ງ 1 ຕື້ກວ່າກີບ

Related Posts

ດ່ວນ! ກະຊວງໂຍທາທິການ ແລະ ຂົນສົ່ງ ແຈ້ງການປັບປຸງລາຄາ ຄ່າຂົນສົ່ງໂດຍສານ ທາງບົກ ທົ່ວປະເທດ ຂ່າວສານບ້ານເມືອງ
ຂ່າວໂຄວິດຕິດເຊື້ອມື້ນີ້ 548ຄົນ ຂ່າວສານບ້ານເມືອງ
ຄະນະສະເພາະກິດກວດເຂັ້ມງວດອຸນຫະພູມຮ່າງກາຍຂອງຜູ້ໂດຍສານສາຍການບິນ ເພື່ອປ້ອງກັນ COVID-19 ຂ່າວສານບ້ານເມືອງ
ກະຊວງການຕ່າງປະເທດຈັດພິທີເອົາທຸງຊາດລາວ ແລະ ທຸງອາຊຽນຂຶ້ນສູ່ຍອດເສົາ ສະຫຼອງ 53 ປີສ້າງຕັ້ງອາຊຽນ ຂ່າວສານບ້ານເມືອງ
ອ່ານດ່ວນ ຫ້ າ ມ ເຕົ້າໂຮມຊຸມແຊວສັງສັນດື່ມສິ່ງ ມຶ ນ ເ ມົ າ ທຸກຮູບແບບ ຂ່າວສານບ້ານເມືອງ
ພາບຄວາມງົດງາມຈາກ ທຳມະຊາດເມືອງກາສີ ແຂວງວຽງຈັນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme