Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ແຂວງວຽງຈັນ ຈູດທຳລາຍຢານະລົກ

Posted on 16/10/202016/10/2020 By News No Comments on ແຂວງວຽງຈັນ ຈູດທຳລາຍຢານະລົກ

ໃນວັນທີ 16 ຕຸລາ 2020 ນີ້ ແຂວງວຽງຈັນ ໄດ້ຈູດທຳລາຍສິ່ງເສບຕິດປະເພດຢາບ້າລວມທັງໝົດ 127.859 ເມັດ ແລະ ຢາໄອສ໌ 72 ກຣາມ ທີ່ຢຶດມາໄດ້ ແລະ ສານປະຊາຊົນແຂວງວຽງຈັນ ໄດ້ຕັດສິນໃຊ້ໄດ້ຢ່າງເດັດຂາດແລ້ວ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 19 ປີ ຄືວັນທີ 12 ຕຸລາ 2001 ຫາ 12 ຕຸລາ 2020.

ພິທີດັ່ງກ່າວຈັດຂຶ້ນທີ່ສະໂມມສອນໃຫຍ່ຫ້ອງວ່າການແຂວງ, ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນສອນ ເພັດລາວັນ ຮອງເຈົ້າແຂວງໆວຽງຈັນ, ປະທານຄະນະກຳມະການຄວບຄຸມ ແລະ ຕ້ານຢາເສບຕິດແຂວງ, ທ່ານ ພົນຈັດຕະວາ ທອງເຄນ ບຸນໝັ້ນຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງວຽງຈັນ, ມີຫົວໜ້າພະແນກການອ້ອມຂ້າງ, ນາຍ ແລະ ພົນຕຳຫຼວດເຂົ້າຮ່ວມ.

ພັນໂທ ຄໍາຟອງ ວົງດາລາແສນ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງວຽງຈັນ ລາຍງານຕໍ່ພິທີວ່າ: ຄະດີທີ່ຄ້າງດໍາເນີນແຕ່ປີ 2019 ແລະ ຄະດີທີ່ເກີດຂຶ້ນໃນປີ 2020 ມີທັງໝົດ 400 ເລື່ອງ, ມີຜູ້ຖືກຫາທັງໝົດ 519 ຄົນ, ຍິງ 74 ຄົນ ແລະ ສາມາດຍຶດຂອງກາງໄດ້ທັງໝົດຄື: ຢາບ້າ 1.083.554 ເມັດ, ຢາໄອສ໌ 275 ກວ່າກິໂລກຣາມ, ຢາເຄ 302 ກວ່າກິໂລກຣາມ, ເຮໂຣອິນ 1 ຄູ່, ກັນຊາອັດແທ່ງ 14 ແທ່ງ, ໂທລະສັບ 420 ເຄື່ອງ, ລົດຈັກ 108 ຄັນ, ລົດໃຫຍ່ 13 ຄັນ, ປືນສັ້ນ 6 ກະບອກ, ປືນສັ້ນ AK 1 ກະບອກ, ລູກປືນສັ້ນຈຳນວນ 90 ລູກ, ລູກປືນແວ່ງຈໍານວນ 20 ລູກ, ລູກປືນ AK ຈຳນວນ 32 ລູກ, ໝາກແຕກຂຽບ 1 ໜ່ວຍ, ໝາກຝ່າ 2 ໜ່ວຍ,ເງິນກີບ 184 ລ້ານກວ່າກີບ, ເງິນບາດ 23.000 ກວ່າບາດ, ເງິນໂດຣາ 1.000 ກວ່າໂດລາ, ເງິນຢວນ 2.100 ຢວນ.

ຄະດີສົ່ງໃຫ້ອົງການໄອຍະການປະຊາຊົນມີທັງໝົດ 222 ເລື່ອງ, ມີຜູ້ຖືກຫາ 255 ຄົນ, ຍິງ 42 ຄົນ ພ້ອມດ້ວຍຂອງກາງ, ຄະດີທີ່ພວມດໍາເນີນການສຶບສວນ-ສອບສວນມີທັງໝົດ 178 ເລື່ອງ, ມີຜູ້ຖືກຫາ 264 ຄົນ,ຍິງ 32 ຄົນພ້ອມດ້ວຍຂອງກາງ. ສ່ວນຢາເສບຕິດທີ່ສານຕັດສິນໃຊ້ໄດ້ຢ່າງເດັດຂາດນັບແຕ່ປີ 2019-2020 ລວມມີທັງໝົດຢາບ້າ 127.859 ເມັດ, ຢາໄອສ໌ 72 ກຣາມ ແລະ ໄດ້ນຳມາຈູດທຳລາຍຖິ້ມໃນມື້ນີ້ແລ້ວ, ສ່ວນທີ່ຍັງເຫຼືອແມ່ນພວມດຳເນີນການສືບສ່ວນ-ສອບສ່ວນຄະດີຢູ່.

ພາບ-ຂ່າວ:ບຸນມາ ແກ້ວບຸດດາ

ຂ່າວສານບ້ານເມືອງ

Post navigation

Previous Post: ຄະນະປະທານສະຫະພັນກຳມະບານແຂວງສະຫວັນນະເຂດ ຖືເອົາຊີວິດການເປັນຢູ່ຂອງປະຊາຊົນເປັນສຳຄັນ ໃນຊວງວິກິດໄພນ້ຳຖ້ວມ
Next Post: ແຈ້ງການ! ເຂື່ອນໄຟຟ້ານ້ຳງື່ມ-1 ແຈ້ງການປ່ອຍນ້ຳ 8 ເມືອງ ທີ່ຢູ່ລຽບເຂດນ້ຳງື່ມ ໃຫ້ເຝົ້າລະວັງ

Related Posts

ດ່ານພາສີສາກົນ ຂົວມິດຕະພາບນໍ້າເຫືອງ ສ້າງລາຍຮັບໄດ້ 390 ຕື້ກວ່າກີບ ຂ່າວສານບ້ານເມືອງ
ເປີດບັ້ນສອບເສັງຈົບຊັ້ນປະຖົມສຶກສາ ສົກຮຽນ 2019-2020 ທົ່ວ ເມືອງປາກຊັນ ຂ່າວສານບ້ານເມືອງ
ປກສ ເມືອງສີໂຄດ ຈັບຍິງອາຍຸ 39 ປີ ພ້ອມຂອງກາງ ຢາບ້າ 2000 ກວ່າເມັດ ຂ່າວສານບ້ານເມືອງ
ພະແນກສຶກສາທິການ ແລະ ກິລາ ແຂວງບໍ່ແກ້ວ ໄດ້ສືບຕໍ່ປະຕິບັດມາດຕະການເພືີ່ອປ້ອງກັນການລະບາດຂອງພະຍາດ COViD-19 ຢູ່ໃນໂຮງຮຽນ. ຂ່າວສານບ້ານເມືອງ
ທ່ານ ລັດຖະມົນຕີ ກະຊວງໂຍທາທິການ ແລະຂົນສົ່ງ ເຄື່ອນໄຫວຕິດຕາມ, ຊຸກຍູ້ ໂຄງການກໍ່ສ້າງທາງລົດໄຟຢູ່ແຂວງອຸດົມໄຊ ຂ່າວສານບ້ານເມືອງ
ຂ່າວດ່ວນ ຫີນຜາເຈື່ອນຖືກລົດຕູ້ ທາງພູເກົ້າຫຼັກ ມີຜູ້ບາດເຈັບ (ມີຄລິບ) ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme