Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກອງບັນຊາການທະຫານແຂວງຫຼວງນ້ຳທາຍ້ອງຍໍຜົນງານ 5 ປີ ໃຫ້ບັນດາກົມກອງ

Posted on 16/10/202016/10/2020 By News No Comments on ກອງບັນຊາການທະຫານແຂວງຫຼວງນ້ຳທາຍ້ອງຍໍຜົນງານ 5 ປີ ໃຫ້ບັນດາກົມກອງ

ໃນວັນທີ 13 ຕຸລາ 2020 ນີ້, ກອງບັນຊາການທະຫານແຂວງ ຫຼວງນໍ້າທາ ໄດ້ຈັດພິທີມອບໃບຍ້ອງຍໍຜົນງານ 5 ປີ 2016-2020, ຢູ່ທີ່ສະໂມສອນກອງບັນຊາການທະຫານແຂວງໂດຍ ການເປັນປະທານຂອງສະຫາຍ ພົນຈັດຕະວາ ອີ່ນແກ້ວ ມະນີຈັນ ຫົວໜ້າກອງບັນຊາການທະຫານ ແຂວງຫຼວງນໍ້າທາ, ມີຄະນະປະຈໍາພັກກອງບັນຊາການ, ຄະນະພັກ-ຄະນະບັນຊາ 5 ຫ້ອງ, ກົມກອງອ້ອມຂ້າງກອງບັນຊາການເຂົ້າຮ່ວມ.

ໃນພິທີ, ສະຫາຍ ພັນຕີ ບຸນໄລ ຕຽນແສງດາວ ຫົວໜ້າພະແນກ ນະໂຍບາຍໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ສະບັບເລກທີ 3415/ກປທ ລົງວັນທີ 17/8/2020 ວ່າດ້ວຍການມອບຫຼຽນໄຊພິລາດອາດຫານໃຫ້ກົມກອງລວມໝູ່ 3 ກົມກອງ ໃນນີ້ຫຼຽນໄຊພິລາດອາດຫານຊັ້ນ II ກອງບັນຊາການທະຫານແຂວງຫຼວງນໍ້າທາ, ຊັ້ນ III ກອງບັນຊາກາທະຫານມືອງນາແລ ແລະ ກອງບັນຊາການທະຫານເມືອງລອງ, ພ້ອມນັ້ນຍັງມີຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບວ່າດ້ວຍການຍ້ອງຍໍ ລວມໝູ່ 6 ກົມກອງ.

ໂອກາດນີ້, ສະຫາຍ ພົນຈັດຕະວາ ອີ່ນແກ້ວ ມະນີຈັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາກົມກອງຍາດມາໄດ້ໃນໄລຍະຜ່ານມາຈົ່ງສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນບັນຫາສຳຄັນຕິດພັນກັບການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ປະຕິບັດຕາມ 5 ຫຼັກການ 3 ທິດນໍາ ຂອງພັກ ເຮັດໃຫ້ພະນັກງານສະມາຊິກພັກເຂົ້າໃຈຕໍ່ພາລະບົດບາດສິດ, ໜ້າທີ່ ຂອງຕົນ, ກຳແໜ້ນທາງດ້ານທິດສະດີຫຼັກການໃນການປັບປຸງກໍ່ສ້າງກົມກອງເຂັ້ມແຂງ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ຈັດຕັ້ງເຊື່ອມຊຶມຜັນຂະຫຍາຍບັນດາມະຕິແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ, ຂໍ້ກຳນົດກົດລະບຽບຂອງກອງທັບສາມາດເຮັດໃຫ້ພະນັກງານສະມາຊິກພັກມີຄວາມຮູ້-ຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ທາດແທ້ຂອງພັກມູນເຊື້ອອັນດີງາມຂອງຊາດ, ຂອງກອງທັບ, ພະນັກງານມີທັດ ສະນະຫັນປ່ຽນຢ່າງຕັ້ງໜ້າ, ມີຄວາມບຸກບືນຕໍ່ໜ້າທີ່ວຽກງານ, ຫັນເອົາມະຕິຕ່າງໆຂອງຄະນະພັກຂັ້ນເທິງເປັນແຜນການ, ໂຄງ ກາານ, ແຜນງານຂອງກົມກອງກໍ ຄືໜ່ວຍພັກ,ເປັນລະບົບ,ທວງທັນ ກັບເວລາແທດເໝາະກັບສະພາບ ທ່າ ແຮງຄວາມເປັນຈິງຂອງກົມກອງ.

ໂດຍ: ບຸນມີ

ຂ່າວສານບ້ານເມືອງ

Post navigation

Previous Post: ແຈ້ງການ ! ຫ້ອງວ່າການ ສູນກາງພັກ ເຫັນດີໃຫ້ການຈັດງານນະມັດສະການ ບຸນທາດຫຼວງປີ 2020
Next Post: ຄະນະປະທານສະຫະພັນກຳມະບານແຂວງສະຫວັນນະເຂດ ຖືເອົາຊີວິດການເປັນຢູ່ຂອງປະຊາຊົນເປັນສຳຄັນ ໃນຊວງວິກິດໄພນ້ຳຖ້ວມ

Related Posts

ພົບສົບແຂວນຄໍກາງປ່າ ບ້ານນາແຄ ເມືອງໄຊທານີ ຂ່າວສານບ້ານເມືອງ
ສະພາແຫ່ງຊາດ ຫວຽດນາມ ມອບຜ້າອັດປາກການແພດໃຫ້ ສະພາແຫ່ງຊາດບາງປະເທດ ສະມາຊິກ ອາຊຽນ ແລະ ຍີ່ປຸ່ນ ຂ່າວສານບ້ານເມືອງ
ຂ່າວດ່ວນ ນໍ້າແບງສູງຈະຖ້ວມທາງເຂດເມືອງຮຸນແລ້ວ ຂ່າວສານບ້ານເມືອງ
ລາຄາ ເຂົ້າ, ຊີ້ນ, ປາ ຢູ່ ບາງຕະຫລາດໃນນະຄອນຫລວງ ຍັງຢູ່ເກນປົກກະຕິ ຂ່າວສານບ້ານເມືອງ
ມະຫາເສດຖີຜູ້ຮັ່ງມີທີ່ສຸດໃນຈີນ “ແຈັກມ່າ” ບໍລິຈາກເງິນ 100 ລ້ານຢວນ ເພື່ອນຳໄປພັດທະນາວັກຊີນ ຮັກສາໄວຣັສໂຄໂຣນາ ຂ່າວສານບ້ານເມືອງ
ຮັກແທ້ບໍ່ກ່ຽວກັບການຈັດງານແຕ່ງໃຫຍ່ໂຕ ແບບສາມເຖົ້າສີ່ແກ່ ກໍໄດ້ຫາກຮັກກັນຈິງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme