Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກົມມາດຕະຖານ ແລະ ວັດແທກ ຈັດກອງປະຊຸມ ສຳມະນາ ແລະ ຈັດກິດຈະກຳ

Posted on 15/10/202015/10/2020 By News No Comments on ກົມມາດຕະຖານ ແລະ ວັດແທກ ຈັດກອງປະຊຸມ ສຳມະນາ ແລະ ຈັດກິດຈະກຳ

ໃນຕອນເຊົ້າຂອງວັນທີ 14 ຕຸລາ 2020, ທີ່ຫ້ອງປະຊຸມ ສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ). ກົມມາດຕະຖານ ແລະ ວັດແທກ, (ກວຕ) ໄດ້ຈັດກອງປະຊຸມສຳມະນາຂຶ້ນ ໃນຫົວຂໍ້ ຄວາມສຳຄັນຂອງວຽກງານມາດຕະຖານ ແລະ ວັດແທກ ຕໍ່ຜູ້ປະກອບການ SME ຂອງ ສປປ ລາວ ເນື່ອງໃນໂອກາດການສະເຫຼີມສະຫຼອງ ວັນມາດຕະຖານໂລກ ຄົບຮອບ 73 ປີ, ໃຫ້ກຽດເປັນປະທານກ່າວເປີດກອງປະຊຸມຂອງ ທ່ານ ວຽງທອງ ວົງທະວິໄລ, ຫົວໜ້າກົມມາດຕະຖານ ແລະ ວັດແທກ, ກວຕ.

.

.

ຈຸດປະສົງ ແມ່ນເພື່ອເຜີຍແຜ່ວຽກງານມາດຕະຖານ ແລະ ວັດແທກ ໃຫ້ບັນດາຜູ້ປະກອບການພາຍໃນ ມີຄວາມຮູ້ຄວາມເຂົ້າໃຈຕໍ່ກັບວຽກງານມາດຕະຖານ, ວຽກງານການຢັ້ງຢືນຄຸນນະພາບຂອງຜະລິດຕະພັນສິນຄ້າລວມໄປເຖິງວຽກງານການໃຫ້ການບໍລິການຂອງໜ່ວຍງານວັດແທກ ເພື່ອໃຫ້ມີຄວາມສອດຄ່ອງ ແລະ ເຊື່ອມໂຍງກັບວຽກງານມາດຕະຖານ ແລະ ວັດແທກ ຂອງພາກພື້ນ ແລະ ສາກົນ.

.

.

ໃນໂອກາດນີ້ ທ່ານ ວຽງທອງ ວົງທະວິໄລ, ຫົວໜ້າກົມມາດຕະຖານ ແລະ ວັດແທກ, ກວຕ ໄດ້ໃຫ້ກຽດກ່າວເປີດກອງປະຊຸມ ຊຶ່ງທ່ານໄດ້ກ່າວວ່າ: ການຈັດກອງປະຊຸມສຳມະນາໃນຄັ້ງນິ້ ແມ່ນເພື່ອສ້າງຈິດສຳນຶກໃຫ້ແກ່ ຜູ້ປະກອບການລົງທຶນ, ນັກທຸລະກິດ, ຜູ້ຜະລິດ ແລະ ຜູ້ຊົມໃຊ້ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບບົດບາດ ແລະ ຄວາມສຳຄັນຂອງວຽກງານມາດຕະຖານ ຕໍ່ການພັດທະນາເສດຖະກິດ-ສັງຄົມ ໃນລະດັບຊາດ, ພາກພື້ນ ແລະ ສາກົນ. ພ້ອມກັນນັ້ນ ກໍ່ເພື່ອພັດທະນາວຽກງານມາດຕະຖານເພື່ອອໍານວຍຄວາມສະດວກຊຸກຍູ້ສົ່ງເສີມດ້ານການຄ້າ, ການຜະລິດ ແລະ ການຖ່າຍທອດເຕັກໂນໂລຊີ ທີ່ກ້າວໜ້າຂອງໂລກ. ການນຳໃຊ້ມາດຕະຖານເພື່ອຄຸ້ມຄອງ ແລະ ຊຸກຍູ້ສົ່ງເສີມການຜະລິດ ແລະ ການບໍລິການ ມີບົດບາດສຳຄັນ ໃນການພັດທະນາແບບຍືນຍົງ. ການຢັ້ງຢືນຮັບຮອງເອົາມາດຕະຖານຂອງຜະລິດຕະພັນ, ລະບົບການກວດສອບ, ການຢັ້ງຢືນຄຸນນະພາບຂອງຜະລິດຕະພັນ ແລະ ສິນຄ້າ, ນອກນັ້ນ ຍັງຊ່ວຍຍົກສູງສະມັດຕະພາບການຜະລິດ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ຊົມໃຊ້ອີກດ້ວຍ.

.

.

ທ່ານ ກ່າວຕື່ມວ່າ: ວັນທີ 14 ຕຸລາ ແມ່ນວັນມາດຕະຖານໂລກ ໄດ້ໜູນວຽນມາບັນຈົບຄົບຮອບ 73 ປີ. ໃນປີ 2020 ນີ້ ສປປ ລາລ ກໍ່ໄດ້ເຂົ້້າເປັນສະມາຊິກອົງການມາດຕະຖານສາກົນ ເປັນປີທີ 13 ແລະ ໄດ້ພ້ອມກັບບັນດາປະເທດສະມາຊິກອົງການມາດຕະ ຖານສາກົນ (ISO) ໄດ້ຈັັດການສະເຫຼີມສະຫຼອງວັນດັ່ງກ່າວ ໃນທົ່ວໂລກ ພາຍໃຕ້ ຄຳຂວັນທີ່ອົງການມາດຕະຖານສາກົນວາງອອກວ່າ: ການປົກປ້ອງໂລກດ້ວຍມາດຕະຖານ (Protecting the planet with standards), ການປົກປ້ອງໂລກດ້ວຍມາດຕະຖານ ໝາຍເຖິງ ການນໍາໃຊ້ມາດຕະຖານ ເຂົ້າຊ່ວຍໃນຂະບວນການຜະລິດ ເພື່ອຫຼຸດຜ່ອນການກະທໍາຂອງມວນມະນຸດທີ່ສົ່ງຜົນກະທົບຕໍ່ໂລກຂອງເຮົາ, ການປະຕິບັດຕາມມາດຕະຖານແມ່ນມີ ການຂະຫຍາຍຕົວສູງ ແລະ ນໍາໃຊ້ອຸປະກອນເຄື່ອງມືເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການຈັດຕັ້ງປະຕິບັດວຽກງານ ເພື່ອໃຫ້ສອດຄ່ອງກັບລະບຽບການຂອງບັນດາປະເທດສະມາຊິກອົງການມາດຕະຖານສາກົນ.

.

.

ທ່ານ ຍັງໄດ້ກ່າວຕື່ມອີກວ່າ: ມາດຕະຖານສາກົນແມ່ນເປັນແມ່ແບບທາງດ້ານເອກະສານອັນໜຶ່ງທີ່ມີຄວາມສຳຄັນ ແລະ ຖືກພັດທະນາຂຶ້ນໂດຍອົງການສາກົນເຊັ່ນ: IEC, ISO ແລະ ITU ແລະ ຍັງໄດ້ກວມເອົາ ທຸກໆຂົງເຂດເຊັ່ນ: ການປະຢັດພະລັງງານ, ນໍ່້າ ແລະ ຄຸນນະພາບຂອງອາກາດໂດຍມີຮູບແບບ ແລະ ວິທີການວັດແທກທີ່ ເປັນໄປຕາມມາດຕະຖານ, ການນໍາໃຊ້ມາດຕະຖານຈະຊ່ວຍຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມຈາກຂະບວນການຜະລິດທາງດ້ານອຸດສາຫະກຳ ແລະ ສາມາດອຳນວຍຄວາມສະດວກໃນການນຳໃຊ້ຊັບພະຍາກອນທໍາມະຊາດທີ່ມີຢູ່ຢ່າງຈຳກັດ ແລະ ເຮັດໃຫ້ສາມາດນຳກັບມາໃຊ້ຄືນໃໝ່ໄດ້. ດັ່ງນັ້ນ, ຈຶ່ງເຮັດໃຫ້ມີບົດບາດ ແລະ ຄວາມຕ້ອງການດ້ານມາດຕະຖານນັບມື້ນັບຂະຫຍາຍຕົວຂຶ້ນໃນທົ່ວໂລກ ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມສຳຄັນຂອງມາດຕະຖານ ຕໍ່ກັບການພັດທະນາເສດ ຖະກິດ-ສັງຄົມ ແລະ ເປັນສິ່ງຢັ້ງຢືນເຖິງຄຸນນະພາບໃຫ້ຜູ້ຊົມໃຊ້ສາມາດເຊື່ອຖືໄດ້.

.

.

ນອກນັ້ນ, ຍັງໄດ້ເນັ້ນໃຫ້ ເຫັນເຖິງບົດບາດຄວາມສຳຄັນຂອງການເຄື່ອນໄຫວວຽກງານມາດຕະຖານ ໃນການເຊື່ອມໂຍງເຂົ້າກັບບັນດາສະມາຊິກ ຂອງປະຊາຄົມເສດຖະກິດອາຊຽນ, ອົງການການຄ້າໂລກ ແລະ ການຮ່ວມມືໃນເວທີສາກົນອື່ນໆ, ທ່ານ ເຊື່ອໝັ້ນວ່າພາຍຫຼັງສຳເລັດການຈັດກອງປະຊຸມສຳມະນາຄັ້ງນີ້ແລ້ວ ບັນດາຜູ້ປະກອບການຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ, ນັກທຸລະກິດຍິງ ແລະ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ຈະໄດ້ມີຄວາມຮູ້, ຄວາມເຂົ້າໃຈ ແລະ ບົດຮຽນອັນໃໝ່ໆ ທີ່ຈະນຳໄປໃຊ້ເພື່ອຄົ້ນຄວ້າໃນຂະບວນການຜະລິດ, ການບໍລິການ ຈົນລວມໄປເຖິງການຍົກສູງດ້ານຄຸນນະພາບຂອງຜະ ລິດຕະພັນພາຍໃນ ໃຫ້ທຽບເທົ່າກັບພາກພື້ນ ແລະ ສາກົນ.

.

.

ໃນກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີ ພາລະບົດບາດຂອງກົມມາດຕະຖານ ແລະ ວັດແທກ, ຄວາມສໍາຄັນຂອງວຽກງານມາດຕະຖານຕໍ່ SME, ເຄື່ອງມີ ແລະ ອຸປະກອນວັດແທກ, ການສົມທຽບໃຫ້ເຫັນຜະລິດາຕະພັນທີ່ໄດ້ມາດຕະຖານ, ວຽກງານປົກປ້ອງຜູ້ຊົມໃຊ້ ແລະ ວຽກງານຮັບຮອງລະບົບ, ພ້ອມນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄຳຄິດຄຳເຫັນ ຕໍ່ກັບວຽກງານມາດຕະຖານ ແລະ ວັດແທກ ອີກດ້ວຍ.

ກອງປະຊຸມໃນຄັ້ງນີ້, ມີບັນດາທ່ານຮອງຫົວໜ້າ ກົມມາດຕະຖານ ແລະ ວັດແທກ, ຫົວໜ້າພະແນກ, ຮອງພະແນກ, ບັນດາຜູ້ປະກອບການຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ, ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ເຊີ່ງໃນຕອນບ່າຍຂອງວັນດຽວກັນນີ້ ກໍ່ຍັງໄດ້ມີການຈັດກິດຈະກຳໃນການລົງເຜີຍແຜ່ກ່ຽວກັບຄວາມຮູ້ຄວາມສຳຄັນຂອງວຽກງານມາດຕະຖານ ແລະ ວັດແທກ ໃຫ້ແກ່ຄູອາຈານ ແລະ ນ້ອງນັກຮຽນ ຢູ່ທີ່ ໂຮງຮຽນ ມັດທະຍົມສົມບູນ ເພຍວັດ ໂດຍການເປັນປະທານຮ່ວມກ່າວຈຸດປະສົງຂອງງານດັ່ງກ່າວຂອງທ່ານ ນາງ ນິສິດ ຄຳມູນເຮືອງ ຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ ແລະ ການກ່າວຕ້ອນຮັບຂອງ ທ່ານ ຄຳວອນ ສໍຫຼວງໂຄດ ຜູ້ອຳນວຍການ ໂຮງຮຽນ ມັດທະຍົມສົມບູນ ເພຍວັດ ໂດຍມີພະນັກງານຈາກກົມມາດຕະຖານເຂົ້າຮ່ວມ ພ້ອມທັງບັນດາຄູອາຈານ ແລະ ນ້ອງນັກຮຽນຈາກໂຮງຮຽນດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.

ພາຍໃນງານດັ່ງກ່າວແມ່ນໄດ້ມີການບັນລະຍາຍໃຫ້ຄວາມຮູ້ກ່ຽວກັບຄວາມສຳຄັນຂອງມາດຕະຖານພ້ອມທັງມີການຫຼີ້ນກິດຈະກຳຖາມ-ຕອບເອົາຂອງລາງວັນຕ່າງໆ ເຊີ່ງບັນດາຄູອາຈານ ແລະ ນ້ອງນັກຮຽນລ້ວນແລ້ວແຕ່ໃຫ້ຄວາມສົນໃຈ ແລະ ມີສ່ວນຮ່ວມ ໃນກິດຈະກຳດັ່ງກ່າວ ຫຼັງຈາກນັ້ນທາງກົມມາດຕະຖານ ແລະ ວັດແທກ ໄດ້ມີການມອບອຸປະກອນກິລາປະເພດໝາກບານເຕະ, ກະຕໍ້, ບານຕີ, ບານບ້ວງ ຈຳນວນໜື່ງ ແລະ ເສື້ອວັນມາດຕະຖານຈຳນວນ 14 ຜືນ ໃຫ້ແກ່ໂຮງຮຽນເພື່ອສົ່ງເສີມດ້ານກິລາໃຫ້ແກ່ນ້ອງນັກຮຽນ ເຊີ່ງມອບໂດຍທ່ານ ນາງ ນິສິດ ຄຳມູນເຮືອງ ຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ ແລະ ຕາງໜ້າຮັບໂດຍທ່ານ ຜູ້ອຳນວຍການ ໂຮງຮຽນ ມັດທະຍົມສົມບູນ ເພຍວັດ.

ບົດຂ່າວ: ທ ພຸດທະຈັນ ຊັບທະວີ

ຮູບພາບ: ທ ອໍລະຊຸນ ມະນີ

ຂ່າວສານບ້ານເມືອງ

Post navigation

Previous Post: ເຈົ້າເມືອງວິລະບູລີນຳພາອົງການຈັດຕັ້ງມະຫາຊົນ ແລະ ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບເກັບກູ້ຜົນຜະລິດເຂົ້ານາປີຂອງປະຊາຊົນທີ່ຖືກນຳ້ຖ້ວມ
Next Post: ແຈ້ງການ ! ຫ້ອງວ່າການ ສູນກາງພັກ ເຫັນດີໃຫ້ການຈັດງານນະມັດສະການ ບຸນທາດຫຼວງປີ 2020

Related Posts

ປີ 2019 ຫຼວງນໍ້າທາ ມີຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ 100 ກວ່າຄົນ ຂ່າວສານບ້ານເມືອງ
ທົດສອບພິທີເປີດ ຊຽງຂວາງ ເກມ ຢ່າງຍິ່ງໃຫຍ່ ອະລັງການ ຂ່າວສານບ້ານເມືອງ
ເຈົ້າແຂວງອັດຕະປື ລົງຊຸກຍູ້ວຽກງານພັດທະນາເສດຖະກິດ ຢູ່ເມືອງໄຊເສດຖາ ຂ່າວສານບ້ານເມືອງ
ຄຳມ່ວນ ປິ່ນປົວຜູ້ຕິດເຊື້ອ ໂ ຄ ວິ ດ
ຫາຍດີໝົດທຸກຄົນແລ້ວ
ຂ່າວສານບ້ານເມືອງ
ປະກາດການຈັດຕັ້ງຫຼາຍຕຳແໜ່ງຢູ່ກອງບັນຊາການທະຫານອາກາດ ຂ່າວສານບ້ານເມືອງ
ມີປໍ້ານໍ້າມັນເປີດໃຫ້ບໍລິການ​ໃນ ຕົວເມືອງ​ທົ່ວນະຄອນຫລວງວຽງຈັນ​ຈຳນວນ​ທັງໝົດ 70​ ປໍ້າ ໃນວັນທີ 28 ພຶດສະພາ 2022  ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme