Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຈົ້າເມືອງວິລະບູລີນຳພາອົງການຈັດຕັ້ງມະຫາຊົນ ແລະ ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບເກັບກູ້ຜົນຜະລິດເຂົ້ານາປີຂອງປະຊາຊົນທີ່ຖືກນຳ້ຖ້ວມ

Posted on 15/10/202015/10/2020 By News No Comments on ເຈົ້າເມືອງວິລະບູລີນຳພາອົງການຈັດຕັ້ງມະຫາຊົນ ແລະ ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບເກັບກູ້ຜົນຜະລິດເຂົ້ານາປີຂອງປະຊາຊົນທີ່ຖືກນຳ້ຖ້ວມ

ເພື່ອເປັນການໃຫ້ກໍາລັງໃຈ ແລະ ຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນອາທິດທີ່ຜ່ານມາ ໂດຍສະເພາະກໍ່ແມ່ນເພື່ອເປັນການຂຸ້ນຂ້ຽວກອບກູ້ເອົາເຂົ້ານາ, ເຂົ້າໄຮ່ທີ່ສຸກແລ້ວທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມເປັນຕົ້ນກໍ່ແມ່ນເຂົ້ານາທີ່ເກັບກູ້ບໍ່ທັນທີ່ກໍາລັງລົ້ມຈົມຢູ່ໃຕ້ນໍ້າ.

.

ດັ່ງນັ້ນ, ໃນວັນທີ 14 ຕຸລາ 2020 ນີ້ ໂດຍໄດ້ຮັບທິດຊີ້ນໍາຈາກການນໍາຂອງເມືອງ ທາງອົງການຈັດຕັ້ງມະຫາຊົນຂອງເມືອງປະກອບມີ : ອົງການຈັດຕັ້ງຊາວໜຸ່ມ, ກໍາມະບານ, ແມ່ຍິງ ພ້ອມນີ້ກໍ່ຍັງມີກໍາລັງຂອງກອງບັນຊາການປ້ອງກັນຄວາມສະຫງົບ, ກອງບັນຊາການທະຫານເມືອງວິລະບູລີ ລວມທັງໝົດຈໍານວນ 50 ກວ່າສະຫາຍ ໄດ້ພ້ອມກັນລົງໄປໃຫ້ການຊ່ວຍເຫຼືອປະຊາຊົນເຂດກຸ່ມບ້ານທີ 5 ຄືບ້ານນາເມືອງແສນ ແລະ ບ້ານນາຊຽງແລ ໃນການກອບກູ້ເອົາເຂົ້ານາ, ເຂົາໄຮ່ທີ່ສຸກແລ້ວ ທີ່ໄດ້ຮັບຜົນຈາກພາຍຸຝົນຕົກໜັກ ແລະ ໄພນໍ້າຖ້ວມໃນອາທິດທີ່ຜ່ານມາ

.

ໃນການລົງໄປຊ່ວຍເຫຼືອໃນຄັ້ງນີ້ ກໍ່ແມ່ນໄດ້ໃຫ້ການຊ່ວຍເຫຼືອຄອບຄົວທີ່ມີກໍາລັງແຮງງານໜ້ອຍ, ໄດ້ຮັບຜົນກະທົບຫຼາຍກວ່າໝູ່ເຊິ່ງໃນການໄປຊ່ວຍເຫຼືອປະຊາຊົນໃນຄັ້ງນີ້ແມ່ນນໍາໂດຍ ທ່ານ ຄໍາຜຸຍ ສີບຸນເຮືອງ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ວິລະບູລີ, ທ່ານນາງ ບຸນລັບ ທໍາມະຈັກ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ທ່ານນາງ ບຸນຄໍ້າ ອິນທິສານ ກໍາມະການພັກເມືອງ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ, ທ່ານນາງ ມົນຄໍາ ຫຼວງພົມມາ ກໍາມະການພັກເມືອງ ປະທານສະຫະພັນເມືອງຍິງເມືອງ ພ້ອມດ້ວຍຜູ້ຊີ້ນໍາກຸ່ມບ້ານທີ 5 ພ້ອມດ້ວຍທີມງານ.

ຂ່າວສານບ້ານເມືອງ

Post navigation

Previous Post: ທາບທາມຮອງຫົວໜ້າກອງບັນຊາການ ປກສແຂວງອັດຕະປື ເພີ່ມຕື່ມ
Next Post: ກົມມາດຕະຖານ ແລະ ວັດແທກ ຈັດກອງປະຊຸມ ສຳມະນາ ແລະ ຈັດກິດຈະກຳ

Related Posts

ເຈົ້າໜ້າທີ່ຢືນຢັນ ໄດ້ນໍາຕົວ ນາງຕີນ່າ ເບີ 59 ເຂົ້າສູ່ ຂະບວນຍຸຕິທໍາ ຫຼັງປິ່ນປົວ ຫາຍດີ ຂ່າວສານບ້ານເມືອງ
ແນວລາວສ້າງຊາດແຂວງຫຼວງພະບາງມອບເຄື່ອງຊ່ວຍເຫຼືອໃຫ້ເມືອງໂພນທອງ ຂ່າວສານບ້ານເມືອງ
ຜ່ານມາເກືອບ 2 ປີ! ການປຸກສ້າງເຮືອນໃຫ້ຜູ້ປະສົບໄພພິບັດຢູ່ເມືອງສະໜາມໄຊ ສໍາເລັດພຽງແຕ່ 30-40% ຂ່າວສານບ້ານເມືອງ
ດ່ວນເຈົ້າໜ້າທີ່ບຸກກັກໂຕແກ້ງ ໄ ລ້ ສົ ດ ໂ ປ້ ເ ປື ອ ຍ ຂ່າວສານບ້ານເມືອງ
ສືບຕໍ່ປິດດ່ານປະເພນີ ແລະ ດ່ານທ້ອງຖິ່ນ ສຳລັບການເຂົ້າ-ອອກຂອງບຸກຄົນທົ່ວໄປ ຂ່າວສານບ້ານເມືອງ
ຫ້ອງກະສີກຳ ແລະ ປ່າໄມ້ ເມືອງກະລຶມ ມອບແນວພັນໄກ່ 1.300 ກວ່າໂຕ ໃຫ້ປະຊາຊົນ 13 ບ້ານ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme