Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ທາບທາມຮອງຫົວໜ້າກອງບັນຊາການ ປກສແຂວງອັດຕະປື ເພີ່ມຕື່ມ

Posted on 15/10/202015/10/2020 By News No Comments on ທາບທາມຮອງຫົວໜ້າກອງບັນຊາການ ປກສແຂວງອັດຕະປື ເພີ່ມຕື່ມ

ເພື່ອປັບປຸງກົງຈັກການຈັດຕັ້ງຂອງກອງບັນຊາການ ປກສ ແຂວງອັດຕະປື ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ປັບປຸງແບບແຜນການຊີ້ນຳ – ນຳພາໃຫ້ດີຂື້ນກວ່າເກົ່າ ແລະ ສາມາດຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ຕາມທິດຊີ້ນຳຂອງກົມໃຫຍ່ການເມືອງກະຊວງປ້ອງກັນຄວາມສະຫງົບ.

ດັ່ງນັ້ນ,ໃນຕອນເຊົ້າຂອງວັນທີ 14 ຕຸລາ 2020 ຜ່ານມານີ້ ກອງບັນຊາການ ປກສ ແຂວງອັດຕະປື ຈຶ່ງໄດ້ຈັດກອງປະຊຸມທາບທາມບຸກຄະລາກອນຮອງຫົວໜ້າກອງບັນຊາການ ປກສ ແຂວງເພີ່ມຕື່ມ ໂດຍການເປັນປະທານຂອງ ທ່ານ ພັອ ສີເວີນ ແກ້ວສີວົງສາ ຫົວໜ້າກອງບັນຊາການ ປກສ ແຂວງ, ມີ ທ່ານ ມີໄຊ ສີສະແຫວງສຸກ ຮອງປະທານກວດກາພັກ – ລັດແຂວງ, ທ່ານ ຂັນທອງ ຍິ້ນດາວົງ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ມີຄະນະກອງບັນຊາການ ປກສ ແຂວງ, ຄະນະຫ້ອງ, ກອງພັນ, ຄ້າຍຄຸມຂັງ – ດັດສ້າງ, ຄະນະກອງບັນຊາການ ປກສ 5 ຕົວເມືອງ ແລະ ພະນັກງານຫຼັກແຫຼ່ງ ອ້ອມຂ້າງກອງບັນຊາການ ປກສ ແຂວງອັດຕະປືເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ຂັນທອງ ຍິ້ນດາວົງ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂື້ນຜ່ານມາດຖານ – ເງື່ອນໄຂ ຂອງຜູ້ທີ່ຈະສະໝັກ ເຂົ້າເປັນຮອງຫົວໜ້າກອງບັນຊາການ ປກສ ແຂວງ ເຊິ່ງປະກອບມີ 5 ມາດຖານລວມຄື: ມາດຖານດ້ານຄຸນທາດການເມືອງ – ຄຸນສົມບັດສິນທຳປະຕິວັດ, ມາດຖານທາງດ້ານຄວາມຮູ້ – ຄວາມສາມາດ, ມາດຖານດ້ານແບບແຜນການການຊີ້ນໍາ – ນໍາພາບັນຊາ, ມາດຖານທາງດ້ານສຸຂະພາບ, ມາດຖານດ້ານແບບແຜນການດຳລົງຊີວິດ ແລະ 3 ມາດຖານສະເພາະ ຂອງກຳລັງປ້ອງກັນຄວາມສະຫງົບທີ່ໄດ້ວາງໄວ້.

ຈາກນັ້ນ, ທ່ານ ພັອ ສີເວີນ ແກ້ວສີວົງສາ ກໍໄດ້ມີຄຳເຫັນ ເພື່ອຊີ້ນຳຕໍ່ກອງປະຊຸມທາບທາມບຸກຄະລາກອນເຂົ້າເປັນຮອງຫົວໜ້າກອງບັນຊາການ ປກສ ແຂວງ ເພີ່ມຕື່ມເຊິ່ງທ່ານໄດ້ເນັ້ນໜັກໃຫ້ຜູ້ແທນກອງປະຊຸມ ພ້ອມກັນເອົາໃຈໃສ່ໃນການໃຊ້ສິດປະຊາທິປະໄຕຂອງຕົນເພື່ອຄັດເລືອກເອົາຜູ້ຊີ້ນຳ – ບັນຊາ ໃຫ້ໄດ້ຕາມມາດຖານເງື່ອນໄຂທີ່ຂັ້ນເທິງກຳນົດໄວ້ແນໃສ່ປັບປຸງກົງຈັກການຈັດຕັ້ງຂອງກອງບັນຊາການ ປກສ ແຂວງອັດຕະປື ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງສາມາດຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນສະເພາະໜ້າ ແລະ ຍາວນານ.

ຕອນທ້າຍ ຜູ້ແທນກອງປະຊຸມ ກໍໄດ້ປ່ອນບັດເພື່ອຄັດເລືອກເອົາຮອງຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື ເພີ່ມຕື່ມ ຢ່າງເປັນຂະບວນຟົດຟື້ນ ແລະ ມີຄວາມຮັບຜິດຊອບສູງ.

ຂ່າວ: ເສົາດາລົງ ເພັດສົງຄາມ

ຂ່າວສານບ້ານເມືອງ

Post navigation

Previous Post: ແຈ້ງການ! ປະກາດປັບຂຶ້ນລາຄານໍ້າມັນ ທົ່ວປະເທດ ເລີ່ມ16 ຕຸລາ ເປັນຕົ້ນໄປ
Next Post: ເຈົ້າເມືອງວິລະບູລີນຳພາອົງການຈັດຕັ້ງມະຫາຊົນ ແລະ ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບເກັບກູ້ຜົນຜະລິດເຂົ້ານາປີຂອງປະຊາຊົນທີ່ຖືກນຳ້ຖ້ວມ

Related Posts

MGI ຊ່ວຍຫ້ອງທົດລອງແບບຕູ້ຄອນເທັນເນີ ແກ່ ສປປລາວ ເພື່ອຕ້ານການລະບາດຂອງ ໂຄວິດ-19 ຂ່າວສານບ້ານເມືອງ
ຈັບຍິງສອງຄົນຂົນຢາເຕັມກະບະສອງຄັນ ຂ່າວສານບ້ານເມືອງ
ຕັດສິນຄະດີລັກລອບຂົນກັນຊາ 90 ແທ່ງ ຈຳຄຸກ 7 ປີ  ຂ່າວສານບ້ານເມືອງ
ສະຫາຍ ບົວຄົງ ນາມມະວົງ ເປັນເລຂາຄະນະບໍລິຫານງານພັກແຂວງອີກສະໄໝ ຂ່າວສານບ້ານເມືອງ
ຂໍຊີ້ແຈງກໍລະນີປໍ້ານໍ້າມັນ ທ່າສີ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ບໍ່ຍອມຂາຍນໍ້າມັນໃຫ້ປະຊາຊົນ ຂ່າວສານບ້ານເມືອງ
ເຈົ້າເມືອງທ່າປາງທອງ ລົງເຄືອນໄຫວຕິດຕາມສະພາບນ້ຳຖ້ວມຕາມລຳນ້ຳເຊບັງຫຽງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme