Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ແຈ້ງການ! ປະກາດປັບຂຶ້ນລາຄານໍ້າມັນ ທົ່ວປະເທດ ເລີ່ມ16 ຕຸລາ ເປັນຕົ້ນໄປ

Posted on 15/10/202015/10/2020 By News No Comments on ແຈ້ງການ! ປະກາດປັບຂຶ້ນລາຄານໍ້າມັນ ທົ່ວປະເທດ ເລີ່ມ16 ຕຸລາ ເປັນຕົ້ນໄປ

ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການເລກທີ0933/ອຄ.ກຄພນລົງວັນທີ15ຕຸລາ 2020, ເຖິງ ສະມາຄົມນ້ໍາມັນເຊື້ອໄຟ ແລະ ອາຍແກ໊ສ, ບັນດາບໍລິສັດນ້ໍາມັນເຊື້ອໄຟ ແລະ ນໍ້າຂາຍຍ່ອຍນ້ໍາມັນເຊື້ອໄຟ,ເລື່ອງ ແຈ້ງປັບຂຶ້ນລາຄາຂາຍຍ່ອຍນ້ໍາມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ.

ລາຄາໃຫມ່ນີ້ ໃຫ້ເລີ່ມປະຕິບັດ ວັນທີ 16 ຕຸລາ 2020 ເວລາ 06:00 ໂມງ ໃນຂອບເຂດທົ່ວປະເທດ. ການປັບລາຄາຄັ້ງນີ້ ແອັດຊັງພິເສດ ປັບຂຶ້ນ 80 ກີບ/ລິດ, ແອັດຊັງທໍາມະດາ ປັບຂຶ້ນ 60 ກີບ/ລິດ ແລະ ກາຊວນ ປັບຂຶ້ນ 40 ກີບ/ລິດ. ການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກໍານົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ
ສະບັບເລກທີ 0837 /ກຄພນ.ຄສລ, ລົງວັນທີ 15 ຕຸລາ 2020 ຈົນກວ່າຈະມີການປ່ຽນແປງ.

ໃຫ້ບັນດາບໍລິສັດນ້ໍາມັນເຊື້ອໄຟ ປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງນໍ້າຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ.

ແຈ້ງການສະບັບນີ້ ປ່ຽນແທນແຈ້ງການ ສະບັບເລກທີ 0883/ອຄ.ກຄພນ, ລົງວັນທີ 01 ຕຸລາ 2020

.

ຂ່າວສານບ້ານເມືອງ

Post navigation

Previous Post: ຈັບສອງອ້າຍນ້ອງລັກລົດໃຫຍ່ ພິດໄພຂອງຢານະລົກແລະຕິດເກມອອນລາຍ
Next Post: ທາບທາມຮອງຫົວໜ້າກອງບັນຊາການ ປກສແຂວງອັດຕະປື ເພີ່ມຕື່ມ

Related Posts

ລົດຕູ້ຕໍາລົດຈັກ ຄົນເສຍຊີວິດ 1 ແລະ ກວດພົບຢາເສບຕິດເຕັມລົດ ຂ່າວສານບ້ານເມືອງ
ຖະແຫຼງຂ່າວ ຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນເມສາ 2020 ຂ່າວສານບ້ານເມືອງ
ໄຟຟ້າລາວອອກຂໍ້ກຳນົດ! ປັບໃໝຕໍ່ຜູ້ລັກກະແສໄຟຟ້າ ແລະ ດັດແປງໝໍ້ນັບໄຟ ຂ່າວສານບ້ານເມືອງ
ເຕືອນການເດີນທາງນໍ້າຖ້ວມທາງດ່ວນ ນະຄອນຫຼວງ-ວັງວຽງ (ຊົມຄລິບ) ຂ່າວສານບ້ານເມືອງ
ພົບເຫັນລັກລອບເລື່ອຍໄມ້ໃນປ່າສະຫງວນແຫ່ງຊາດນໍ້າຫ້າ 7.715 ແມັດກ້ອນ ຂ່າວສານບ້ານເມືອງ
ເກີດເຫດ! ຄົນອາລະວາດຕີກັນຫົວແຕກເຂດ ບ້ານສະພັງມຶກ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme