Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຈັບສອງອ້າຍນ້ອງລັກລົດໃຫຍ່ ພິດໄພຂອງຢານະລົກແລະຕິດເກມອອນລາຍ

Posted on 15/10/202015/10/2020 By All in LAOS No Comments on ຈັບສອງອ້າຍນ້ອງລັກລົດໃຫຍ່ ພິດໄພຂອງຢານະລົກແລະຕິດເກມອອນລາຍ

ປກສ ນະຄອນຫຼວງວຽງຈັນ: ນໍາຈັບ 2 ອ້າຍ-ນ້ອງ ພ້ອມລົດກະບະຂອງກາງຫຼັງກໍ່ເຫດລັກໄດ້ 1 ວັນ

ພັທ ສອນເພັດ ພິຈິດ ຮອງຫົວໜ້າກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຜູ້ຊີ້ນໍາວຽກງານຕໍາຫຼວດ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ ປກສ ນວ ວ່າ: ພາຍຫຼັງໄດ້ຮັບແຈ້ງຄວາມຈາກ ຜູ້ເສຍຫາຍ ໃນວັນທີ 11 ຕຸລາ 2020 ວ່າ: ໄດ້ມີເຫດຄົນຮ້າຍມາລັກລົດກະບະ ສີຂາວ ເລກທະບຽນ ກທ 6239 ກໍາແພງນະຄອນ, ທີ່ຈອດໄວ້ໜ້າເຮືອນ ຢູ່ບ້ານສີຊົມຊື່ນ ເມືອງສີໂຄດຕະບອງ ນວ ເຈົ້າໜ້າທີ່ກໍ່ຮີບຮ້ອນຕິດຕາມນຳຈັບຜູ້ລົງມືກໍ່ເຫດໄດ້ 2 ຄົນ ພ້ອມເກັບກູ້ຂອງກາງມາໄດ້ໂດຍໃຊ້ເວລາ 1 ວັນ.

ຫຼັງເກີດເຫດ ທ້າວ ປັກທະວີ, ອາຍຸ 27 ປີ, ອາຊີບກໍາມະກອນ ແລະ ທ້າວ ອຸໄທ, ອາຍຸ 20 ປີ, ອາຊີບກຳມະກອນ ທັງ 2 ຄົນ ຢູ່ບ້ານຮ່ອງຄ້າໃຕ້ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ. ຜູ້ກໍ່ເຫດທັງ 2 ຄົນແມ່ນເປັນອ້າຍນ້ອງກັນ; ເຊິ່ງຜ່ານການສອບສວນເບື້ອງຕົ້ນ ທ້າວ ອຸໄທ ໃຫ້ການຍອມຮັບສາລະພາບກັບເຈົ້າໜ້າທີ່ວ່າ: ວັນທີ 11 ຕຸລາ 2020 ຕົນເອງ ແລະ ໝູ່ຄົນ 1 ໄດ້ໄປລັກເອົາລົດກະບະ ສີຂາວເລກທະບຽນ ກທ 6239 ກໍາແພງນະຄອນ ທີ່ຈອດປະໄວ້ຢູ່ເຮືອນ ເຂດບ້ານສີຊົມຊື່ນ ເມືອງສີໂຄດຕະບອງ ນວ. ແລ້ວກໍໄດ້ຂັບຂີ່ລົດໄປຈອດໄວ້ທີ່ບ້ານດົງປ່າແຫຼບ (ດິນຫວ່າງ).

ຈາກນັ້ນ ຕົນເອງກໍໄດ້ກັບເມືອບ້ານ ແລະ ບອກໃຫ້ ທ້າວ ປັກທະວີ (ຜູ້ເປັນອ້າຍ) ຕິດຕໍ່ຄົນມາຊື້ລົດຄັນດັ່ງກ່າວ. ມາຮອດວັນທີ 12 ຕຸລາ 2020 ຈຶ່ງຖືກເຈົ້າໜ້າທີ່ກັກທັງ 2 ຄົນ, ພ້ອມລົດຄັນທີ່ລັກມາ.

ສໍາລັບຂອງກາງຄະດີ ລົດກະບະ ສີຂາວ ເລກທະບຽນ ກທ 6239 ກໍາແພງນະຄອນ, ພັທ ສອນເພັດ ພິຈິດ ໄດ້ມອບຄືນໃຫ້ ນາງ ນວນຈັນ ບົວໃບອ່ອນ ເຈົ້າຂອງລົດ. ໃນວັນທີ 13 ຕຸລາ 2020 ຢູ່ກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ຂ່າວສານບ້ານເມືອງ

Post navigation

Previous Post: ການນໍາເມືອງເຊໂປນພ້ອມຄະນະສືບຕໍ່ລົງພື້ນທີ່ມອບເຄື່ອງຊ່ວຍເຫຼືອໃຫ້ບ້ານປະຊາຊົນຢູ່ລຽບຕາມສາຍນໍ້າຕ່າງໆ
Next Post: ແຈ້ງການ! ປະກາດປັບຂຶ້ນລາຄານໍ້າມັນ ທົ່ວປະເທດ ເລີ່ມ16 ຕຸລາ ເປັນຕົ້ນໄປ

Related Posts

ແຈ້ງການ! ເຂື່ອນໄຟຟ້ານ້ຳງື່ມ-1 ແຈ້ງການປ່ອຍນ້ຳ 8 ເມືອງ ທີ່ຢູ່ລຽບເຂດນ້ຳງື່ມ ໃຫ້ເຝົ້າລະວັງ ຂ່າວສານບ້ານເມືອງ
ຄົນເຈັບລາວ ທີ່ຈະໄປປິ່ນປົວຢູ່ປະເທດໄທ ແມ່ນບໍ່ອະນຸຍາດໃຫ້ໃຊ້ລົດສ່ວນຕົວ ຂ່າວສານບ້ານເມືອງ
ມາເພີ່ມອີກແລ້ວວັກຊີນຊ່ວຍເຫຼືອຮອບໃໜ່ຈາກ ສປ ຈີນ ຈຳນວນ 1.900.000 ໂດສ ຂ່າວສານບ້ານເມືອງ
ຄອບຄົວທຸກຍາກບ້ານທົ່ງຫວາຍໄດ້ຮັບເຄື່ອງຊ່ວຍເຫຼືອ ຂ່າວສານບ້ານເມືອງ
ຊີ້ແຈງຈໍານວນວັກຊິນຈາກຣັດເຊຍ ມາຮອດຕົວຈິງ ມາຮອດລາວແລ້ວ 2 ພັນໂດສ ແລະ ຈະຊ່ວຍທັງໝົດ 2 ລ້ານ ຂ່າວສານບ້ານເມືອງ
ປະຊາຊົນບ້ານປາກກະດິງ ພົບເງິນເບ້ຍບູຮານ ອາຍຸຫຼາຍກວ່າ 1000 ປີ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme