Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກວດກາໂຄງການກໍ່ສ້າງອະນຸສາວະລີນັກບິນທະຫານອະດີດສະຫະພາບໂຊຫວຽດ

Posted on 15/10/202015/10/2020 By News No Comments on ກວດກາໂຄງການກໍ່ສ້າງອະນຸສາວະລີນັກບິນທະຫານອະດີດສະຫະພາບໂຊຫວຽດ

ໃນວັນທີ 14 ຕຸລາ 2020 ນີ້, ສະຫາຍ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະໄດ້ລົງກວດກາເບິ່ງຄວາມຄືບໜ້າຂອງການກໍ່ສ້າງໂຄງການອະນຸສາວະລີນັກບິນທະຫານ ອະດີດ ສະຫະພາບໂຊວຽດທີ່ຈຸດກໍ່ສ້າງ ບ້ານອາກາດ, ເມືອງສີໂຄດຕະ ບອງ, ນະຄອນຫຼວງວຽງຈັນ, ໃຫ້ການຕ້ອນຮັບໂດຍມີ ສະຫາຍພົນຈັດຕະວາ ພູຫຼວງ ບົວພະຈັນ ຫົວໜ້າການເມືອງກອງບັນຊາການທະຫານອາກາດ, ມີສະຫາຍ ສົມພັດ ສຸພັດທອນ ປະທານບໍລິສັດ ສຸພັດທອນ ທີ່ປຶກສາ ແລະ ບໍລິການຄົບວົງຈອນ ຈຳກັດ (SCS) ແລະ ພາກສ່ວນທີ່ກ່ຽວຂ້ອງໃຫ້ການຕ້ອນຮັບ.

ສະຫາຍ ສົມພັດ ສຸພັດທອນ ໄດ້ໃຫ້ຮູ້ວ່າ: ໂຄງການກໍ່ສ້າງອະນຸສາວະລີ ນັກບິນທະຫານອະດີດ ສະຫະພາບໂຊວຽດໄດ້ຮັບອະນຸ ມັດໃຫ້ກໍ່ສ້າງຂຶ້ນ ໂດຍແມ່ນກະຊວງປ້ອງກັນປະເທດເປັນເຈົ້າຂອງໂຄງການ ແລະ ມອບໝາຍໃຫ້ບໍລິສັດຂອງຂ້າພະເຈົ້າເປັນ ຜູ້ຮັບເໝົາກໍ່ສ້າງເຊິ່ງທັງສອງ ຝ່າຍໄດ້ເຊັນສັນຍາຮ່ວມກັນໃນຕົ້ນເດືອນພຶດສະພາຜ່ານມາ ແລະ ລົງມືກໍ່ສ້າງໃນເດືອນມິຖຸນາ 2020 ນີ້, ມາຮອດປັດຈຸບັນການກໍ່ສ້າງແມ່ນສຳເລັດ 100% ຖືວ່າສຳເລັດກ່ອນແຜນການທີ່ກຳນົດໄວ້.

ໂຄງການກໍ່ສ້າງດັ່ງກ່າວເປັນ ການຮ່ວມມືກັນຂອງທັງສອງລັດຖະບານລາວ ແລະ ຣັດເຊຍກໍຄື ສອງກະຊວງປ້ອງກັນປະເທດ ລາວ-ຣັດເຊຍ, ທັງນີ້ເພື່ອເປັນການສະແດງຄວາມກະຕັນຍູຮູ້ບຸນຄຸນ ແລະ ຈາລຶກຜົນງານຄຸນງາມຄວາມດີຂອງອະດີດນັກບິນ ທະຫານຣັດເຊຍທີ່ເສຍຊີວິດຢູ່ ລາວ ພວກເຮົາໃນໄລຍະທີ່ຜ່ານມາ ແລະ ເປັນສະຖານທີ່ສຶກສາຮຽນຮູ້ຂອງອະນຸຊົນໃນອະນາຄົດ, ໂດຍສະເພາະແມ່ນໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລາວ- ຣັດເຊຍ ຄົບຮອບ 60 ປີໃນປີ 2020 ນີ້.

ໂຄງການດັ່ງກ່າວມີເນື້ອທີ 400 ກວ່າຕາເມັດ, ກໍ່ສ້າງໂດຍ ເປຕົງເສີມເຫຼັກທີ່ແໜ້ນໜາ, ພ້ອມດ້ວຍສິ່ງຕົບແຕ່ງປະດັບປະດາ ເປັນຕົ້ນແມ່ນປູກຫຍ້າມີຮົ້ວ ແລະ ດອກໄມ້ອ້ອມຮອບຕັ້ງຢູ່ແຄມຖະໜົນຢ່າງສະຫງ່າອົງອາດຈະກາຍເປັນສັນຍາລັກອັນໃໝ່ຂອງການຮ່ວມມືຂອງທັງສອງປະເທດ ລາວ-ຣັດເຊຍ ພວກເຮົາ, ເຊິ່ງຈະເປີດນຳໃຊ້ຢ່າງເປັນທາງການໃນມໍ່ໆນີ້.

ໂດຍ: ຈັນທະວົງ ອຸ່ນວິໄລຫົງ

ຂ່າວສານບ້ານເມືອງ

Post navigation

Previous Post: ທລຍ ຝຶກອົບຮົມການຄຸ້ມຄອງຄວາມສ່ຽງໄພພິບັດ ໃຫ້ແກ່ພະນັກງານ
Next Post: ການນໍາເມືອງເຊໂປນພ້ອມຄະນະສືບຕໍ່ລົງພື້ນທີ່ມອບເຄື່ອງຊ່ວຍເຫຼືອໃຫ້ບ້ານປະຊາຊົນຢູ່ລຽບຕາມສາຍນໍ້າຕ່າງໆ

Related Posts

Update ໄວຣັສໂຄໂຣນາ ເວລາ 21:30 ວັນທີ່ 5/2/2020 – ປົວຫາຍດີ 1001 ຄົນ ຫຼາຍປະເທດພົບຜູ່ຕິດເຊື່ອເພີ່ມຂຶ້ນ ຂ່າວສານບ້ານເມືອງ
ຫົວໜ້າຫ້ອງການເມືອງໂຮງຮຽນກໍ່ສ້າງນາຍສິບເລກ 1 ຢ້ຽມຢາມຂະບວນເຄື່ອນທັບຊ້ອມຮົບຂອງນັກຮຽນນາຍສິບ ຊຸດທີ 34 ຂ່າວສານບ້ານເມືອງ
ກະຊວງ ອຄ ປະກາດການແຕ່ງຕັ້ງ-ຍົກຍ້າຍ ພະນັກງານນຳພາຄຸ້ມຄອງຫຼາຍຕຳແໜ່ງ ຂ່າວສານບ້ານເມືອງ
ແຕ່ງຕັ້ງ ທ່ານ ວຽງທອງ ຫັດສະຈັນ ຂຶ້ນເປັນເຈົ້ານະຄອນ-ຫຼວງພະບາງ ຜູ້ໃໝ່ ຂ່າວສານບ້ານເມືອງ
ໂຮງຮຽນສອນຂັບລົດ 404 ເປີດຊຸດອົບຮົມນັກຂັບຂີ່ຊຸດທີ 39 ຂ່າວສານບ້ານເມືອງ
ດ່ວນ! ສປປລາວ ພົບຜູ້ຕິດເຊື້ອໂຄວິດ-19 ອີກ1 ຄົນເປັນກໍລະນີນຳເຂົ້າ ຈາກປະເທດທີ່ມີການລະບາດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme