Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ໜັກໜ່ວງ! ເສັ້ນທາງເສຍຫາຍໜັກ ຈາກໄພນ້ຳຖ້ວມ ເມືອງນອງ

Posted on 15/10/202015/10/2020 By News No Comments on ໜັກໜ່ວງ! ເສັ້ນທາງເສຍຫາຍໜັກ ຈາກໄພນ້ຳຖ້ວມ ເມືອງນອງ

ລາຍງານ: ໃນວັນທີ 13 ຕຸລາ 2020 ເນື່ອງຈາກສະພາບຝົນຕົກຕິດຕໍ່ກັນເປັນເວລາຫຼາຍມື້ຕິດຕໍ່ກັນ ເຮັດໃຫ້ ການສັນຈອນໄປມາພົບຄວນຫຍຸ້ງຍາກລຳບາກຫຼາຍພໍສົມຄວນເປັນຕົ້ນ: ເສັ້ນທາງແຕ່ເມືອງນອງໄປຫາ ບ້ານດົງ ເມືອງເຊໂປນຖືກຕັດຂາດລົດທຸກປະເພດບໍ່ສາມາດສັນຈອນໄປມາໄດ້ ປະຊາຊົນຕ້ອງໄດ້ໃຊ້ເຮືອຂີ່ຂ້າມ ນ້ຳໄດ້ເລີ່ມຖ້ວມຂັງແຕ່ວັນທີ 7 ເດືອນ10

.

ມາຮອດຕອນເຊົ້າຂອງວັນທີ 14/10/2020 ລະດັບນ້ຳແມ່ນໄດ້ຫຼຸດລົງ ຈົນລົດໃຫຍ່ສາມາດແລ່ນໄດ້ ແຕ່ພໍມາຮອດຕອນສວາຍຂອງວັນດຽວກັນນັ້ນເນື່ອງຈາກສະພາບຝົນຍັງໄດ້ຕົກໜັກ ແລະ ຕົກແຮງຢ່າງສະໜຳ່ສະະເໝີ ເຮັດໃຫ້ນຳ້ຖ້ວມອັ່ງຂຶ້ນອີກ ໃນຮອບ2 ເຊິ່ງມີຄວາມຍາວ 300 ແມັດ, ຄວາມເລິກ 2ແມັດ, ເສັ້ນທາງແຕ່ບ້ານ ນາລົງເກົ່າ ຫາຈຸດສຸມ ປະເລາະ-ອາສີງ, ບ້ານໂອ້ຍຕານຕີບ ແມ່ນຖືກຕັດຂາດ, ທໍ່, ຫົວຂົວຂາດ, ດິນເຈື່ອນທັບເສັ້ນທາງ ປະມານ 6-7 ຈຸດ, ເສັ້ນທາງແຕ່ເທດສະບານເມືອງນອງຫາຈຸດສຸມແກ້ງລີ້ນ, ບາງຈຸດມີນ້ຳຖ້ວມຂັງ,ຈຸດທີ່ມີທໍ່ແມ່ນຖືກນ້ຳເຊາະເຈື່ອນ, ຈຸດທີ່ເປັນຫົວຂົວ ລວມມີ 5ຈຸດ, ເສັ້ນທາງແຕ່ ບ້ານ ພູນໝາກມີ້ ຫາບ້ານອາເລົາໃຫຍ່ ສ່ວນໃຫຍ່ແມ່ນຈຸດເສັ້ນທາງຕ່ຳ ແລະຄ້ອຍ, ຈຸດທີ່ມີທໍ່, ຫົວຂົວແມ່ນໄດ້ຖືກນ້ຳກັດເຊາະ ນອກນັ້ນກໍ່ຍັງມີເຂົ້ານາປີຖືກນ້ຳຖ້ວມຂັງ ແລະເນື້ອທີ່ສວນຈຳນວນໜຶ່ງຖືກຈົມຢູ່ພື້ນນ້ຳ ອັນສ້າງຄວາມເສຍຫາຍໃຫ້ແກ່ປະຊາຊົນຫຼາຍພໍສົມຄວນ.

.

.

ຂ່າວສານບ້ານເມືອງ

Post navigation

Previous Post: ເລັ່ງສ້ອມແປງ! ຂົວນໍ້າພະນາຍ ເມືອງທຸລະຄົມ ແຂວງວຽງຈັນ
Next Post: ເຕືອນການເດີນທາງຂົວຫ້ວຍສັງເປເພອີກແລ້ວ

Related Posts

ສາທາ ເຕືອນປະຊາຊົນ ຕ້ອງປ້ອງກັນພະຍາດລະດູຝົນ ຂ່າວສານບ້ານເມືອງ
ທ່ານເຈົ້າເມືອງປາກທາ ພ້ອມຄະນະ ໄດ້ລົງຕິດຕາມພໍ່ເເມ່ປະຊາຊົນຢູ່ສູນຈຳກັດບໍລິເວນປ້ອງກັນໂຄວິດ-19 ຂ່າວສານບ້ານເມືອງ
ແຈ້ງຂ່າວມໍລະນະກຳ ສະຫາຍ ພົນຈັດຕະວາ ບຸນລ້ຽງ ແສງພະຈັນ ຂ່າວສານບ້ານເມືອງ
ທໍາລາຍລູກບົ່ມທີ່ຍັງບໍ່ແຕກຈຳນວນໜຶ່ງ ຢູ່ກອງບັນຊາການທະຫານເມືອງຜາອຸດົມ ຂ່າວສານບ້ານເມືອງ
ທຳລາຍສິນຄ້າ ທີ່ນຳເຂົ້າບໍ່ຖືກຕ້ອງ ນ້ຳໜັກເກືອບ 2 ໂຕນ ຂ່າວສານບ້ານເມືອງ
ເຈົ້າແຂວງຫຼວງພະບາງເຂົ້າຮ່ວມ ກອງປະຊຸມບັນດາເມືອງມິດຕະພາບສາກົນ ຟູຈຽນ-ອາຊຽນຜ່ານວິດີໂອທາງໄກ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme