Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຜູ້ນຳເຮົາຕ້ອນຮັບລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປ ຈີນ

Posted on 15/10/202015/10/2020 By News No Comments on ຜູ້ນຳເຮົາຕ້ອນຮັບລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປ ຈີນ

ໃນວັນທີ 14 ຕຸລາ 2020, ທຳນຽບປະທານປະເທດ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ຫວັງ ອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ໃນລະຫວ່າງ ວັນທີ 13-14 ຕຸລາ 2020 ນີ້.

ໃນໂອກາດນີ້, ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງທ່ານ ຫວັງ ອີ້ ພ້ອມດ້ວຍຄະນະໃນຄັ້ງນີ້, ເຊິ່ງເປັນການປະ ກອບສ່ວນອັນສຳຄັນ ເຂົ້າໃນການຈັດປະຕິບັດແຜນການຮ່ວມມື ລະຫວ່າງສອງພັກ, ສອງລັດ ລາວ-ຈີນ, ທັງເປັນການປະກອບສ່ວນສຳຄັນ ໃນການເສີມຂະຫຍາຍມູນເຊື້ອແຫ່ງການພົວພັນມິດຕະພາບ ແລະ ການ ຮ່ວມມືຍຸດທະສາດຮອບດ້ານ ແລະ ການເປັນຄູ່ຮ່ວມຊາຕາກຳສັງຄົມນິຍົມ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ໃຫ້ໄດ້ຮັບການເພີ່ມພູນຄູນສ້າງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ທ່ານ ຫວັງ ອີ້ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ເປັນກັນເອງ ຂອງ ທ່ານ ບຸນຍັງ ວໍລະຈິດ ທີ່ໄດ້ເສຍສະຫລະເວລາອັນມີຄ່າ ໃນການຕ້ອນຮັບໃນຄັ້ງນີ້. ພ້ອມນີ້, ທ່ານ ຫວັງ ອີ້ ໄດ້ລາຍງານຜົນຂອງການເຄື່ອນໄຫວຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ໃຫ້ທ່ານ ປະທານປະເທດ ໄດ້ຮັບຊາບຕື່ມອີກ.

ໃນວັນດຽວກັນ, ທ່ານ ຫວັງ ອີ້ ພ້ອມດ້ວຍຄະນະ ກໍໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຊັ່ນດຽວກັນ.

ຂ່າວ: ສົມຫວັງ

ພາບ: ເກດສະໜາ+ອ່າຍຄຳ

ຂ່າວສານປະເທດລາວ

ຂ່າວສານບ້ານເມືອງ

Post navigation

Previous Post: ນອນເສຍຊີວິດທີ່ຕູບແຄມທົ່ງນາໂດຍບໍ່ຮູ້ສາເຫດທີ່ເມືອງທຸລະຄົມ
Next Post: ເລັ່ງສ້ອມແປງ! ຂົວນໍ້າພະນາຍ ເມືອງທຸລະຄົມ ແຂວງວຽງຈັນ

Related Posts

ຜົນສຳເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 12 ສະໄໝທີ X ຂ່າວສານບ້ານເມືອງ
ລົດຈັກປະທະລົດເກງເສຍຊີວິດຄາທີ 1 ຄົນ ທາງບ້ານຊຽງຄວນ ຂ່າວສານບ້ານເມືອງ
ໝາກອຶ ທີ່ເມືອງນາໝໍ້ 3267 ໂຕ່ນ ຕົກຄ້າງສົ່ງໄປຂາຍ ສປ.ຈີນ ບໍ່ທັນໄດ້ ຂ່າວສານບ້ານເມືອງ
ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອໃໝ່ 95 ຄົນ ຂ່າວສານບ້ານເມືອງ
ຈັບຄົນຮ້າຍດຶງສາຍຄໍຄໍາເຂດຕະຫຼາດເຂດດົງໂດກ (ມີຄລິບ) ຂ່າວສານບ້ານເມືອງ
ສະພາບອາກາດມື້ນີ້ ອາກາດເຢັນ ຍັງຈະສືບຕໍ່ແພ່ລົງມາປົກຄຸມ ຢູ່ເຂດພາກເໜືອ ລົງຫາ ພາກກາງຂອງປະເທດລາວ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme