Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປະທານສະພາປະຊາຊົນແຂວງ ລົງຕິດຕາມກວດກາ ແລະ ຊຸກຍູ້ແກ້ໄຂຜົນກະທົບຈາກໄພພິບັດນໍ້າຖ້ວມພ້ອມມອບເຄື່ອງຊ່ວຍເຫຼືອແກ່ປະຊາຊົນເມືອງນອງ ແລະ ເຊໂປນ

Posted on 14/10/202014/10/2020 By News No Comments on ປະທານສະພາປະຊາຊົນແຂວງ ລົງຕິດຕາມກວດກາ ແລະ ຊຸກຍູ້ແກ້ໄຂຜົນກະທົບຈາກໄພພິບັດນໍ້າຖ້ວມພ້ອມມອບເຄື່ອງຊ່ວຍເຫຼືອແກ່ປະຊາຊົນເມືອງນອງ ແລະ ເຊໂປນ

ເນື່ອງຈາກສະພາບດິນຟ້າອາກາດປະຈຸບັນມີການຜັນແປຢ່າງສັບສົນໂດຍສະເພາະໄພພິບັດທາງທໍາມະຊາດໃນທົ່ວປະເທດ ແລະ ໃນແຂວງສະຫວັນນະເຂດໄດ້ສ້າງຄວາມເສຍຫາຍທາງດ້ານຜົນຜະລິດ ແລະ ພື້ນຖານໂຄງລ່າງໜັກພໍສົມຄວນຕໍ່ສະພາບການດັ່ງກ່າວນີ້ ດ້ວຍຄວາມເປັນຫ່ວງເປັນໃຍຕໍ່ການດໍາລົງຊີວິດຂອງ ປະຊາຊົນ ດັ່ງນັ້ນ, ໃນລະຫວ່າງວັນທີ 9-11 ຕຸລາ 2020 ທີ່ຜ່ານມານີ້ ທ່ານ ປອ ຄໍາເຜີຍ ຜັນທະຈອນ ຮອງເລຂາພັກແຂວງ ປະທານຄະນະປະຈໍາສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ ຈຶ່ງໄດ້ເດີນທາງລົກມາຕິດຕາມກວດກາ ແລະ ຊຸກຍູ້ແກ້ໄຂຜົນກະທົບຈາກໄພພິບັດນໍ້າຖ້ວມຢ່າງເລັ່ງດ່ວນ ທີ່ເມືອງນອງ ໂດຍໄດ້ຮັບການຕ້ອງຮັບຈາກ ທ່ານ ລໍາແກ້ວ ແສງໜູທອງ ເຈົ້າເມືອງໆ ນອງ

ຊຶ່ງທ່ານໄດ້ລາຍງານເບື້ອງຕົ້ນໃຫ້ຮູ້ວ່າ: ປະຈຸບັນມີຝົນຕົກລິນ, ຕົກແຮງບາງຄັ້ງເຮັດໃຫ້ເສັ້ນທາງລະຫວ່າງເມືອງກັບເມືອງ ແລະ ບ້ານຕໍ່ບ້ານຖືກຕັດຂາດ, ຈຸດຫົວຂົວຖືກນໍ້າເຊາະເຈື່ອນເຊິ່ງພົບຄວາມຍຸ້ງຍາກໃນການສັນຈອນໄປມາ ລົດໃຫຍ່ທຸກປະເພດແມ່ນບໍ່ສາມາດຂ້າມໄປມາໄດ້ເປັນຕົ້ນ: ເສັ້ນທາງແຕ່ບ້ານດົງສະຫວັນ ເມືອງເຊໂປນ ຫາ ເມືອງນອງ ( ໄລຍະທາງກ່ວາ 1 ກິໂລແມັດ ) ການສັນຈອນຕ້ອງໄດ້ໃຊ້ເຮືອຂ້າມ ສ່ວນເສັ້ນທາງລະຫວ່າງບ້ານຕໍ່ບ້ານຂອງເມືອງນອງຖືກຕັດຂາດຫຼາຍບ່ອນເຊັ່ນ: ເຂດຈຸດສຸມແກ້ງລີ້ນມີເສັ້ນທາງແຕ່ບ້ານໄກສອນ-ຕັງອະ ຫາບ້ານແກ້ງລີ້ນ, ແຕ່ຈຸດສຸມແກ້ງລີ້ນຫາ ບ້ານປະຈະຕຽນ. ຈຸດນໍ້າຖ້ວມຂັງແມ່ນຂົວຈົມເຊສະໜູນ ປະຊາຊົນຕ້ອງໄດ້ໃຊ້ເຮືອຂ້າມ, ເຂດຈຸດສຸມປະເລາະ-ອາສິງ ເສັ້ນທາງຖືກຕັດຂາດໃນບໍລິເວນທີ່ເປັນຫ້ວຍແຕ່ບ້ານອາສິງຫາບ້ານແສນ ເຊິ່ງການປະເມີນຄວາມເສຍຫາຍໃນເບື້ອງຕົ້ນໜັກສຸດແມ່ນເນື້ອທີ່ການຜະລິດເປັນຕົ້ນ: ສວນປູກເຂົ້າ, ສວນກ້ວຍ, ສວນມັນຕົ້ນ ແລະ ອື່ນໆ

ຈາກນັ້ນຄະນະໄດ້ເດີນທາງໄປເມືອງເຊໂປນ ໂດຍການຕ້ອນຮັບຈາກ ທ່ານ ວົງສະຫວັນ ວຽງມະນີ ເຈົ້າເມືອງໆ ເຊໂປນ ພ້ອມດ້ວຍຄະນະ ເຊິ່ງທ່ານໄດ້ໃຫ້ຂໍ້ມູນວ່າຕັ້ງແຕ່ວັນທີ 7 ຕຸລາ 2020 ນໍ້າໄດ້ໄຫຼເຂົ້າຖ້ວມເນື້ອທີ່ນາແລະບ້ານຂອງປະຊາຊົນຕາມແຄມນໍ້າເຊໂປນແລະນໍ້າເຊບັ້ງຫຽງສ່ວນຫຼາຍແມ່ນເຂດບ້ານເຊໂປນເກົ່າ, ກະຕູບ, ຫ້ວຍສານ, ບ້ານເຟືອງ, ໂພນມ່ວງແລະບ້ານອື່ນໆ ຜົນກະທົບດັ່ງກ່າວເຮັດໃຫ້ບ້ານເຮືອນປະຊາຊົນຈໍານວນ 25 ບ້ານ,ໃນນັ້ນ ມີເຮືອນປະຊາຊົນຖ້ວມແລ້ວ 1.274 ຫຼັງຄາ, ມີ 1.172 ຄອບຄົວ, ຜົນລະເມືອງ 9.600 ກວ່າຄົນ; ມີປະຊາຊົນຍ້າຍອອກຈາກບ້ານຈໍານວນ 7 ບ້ານມີ 574 ຄອບຄົວ, ພົນລະເມືອງ 6.670 ຄົນ, ເຮືອນຫັກເປເພ 32 ຫຼັງ;ຖ້ວມວັດ 4 ແຫ່ງ.

ຖ້ວມເນື້ອທີ່ນາກວມເອົາ 28 ບ້ານມີເນື້ອທີ່ນາ 1.505ເຮັກຕາ, ສວນປູກເຂົ້າ 709 ເຮັກຕາ, ສວນໄມ້ອຸດສາຫະກໍາ 695 ເຮັກຕາແລະພືດຕ່າງໆ 10 ເຮັກຕາ.ລະດັບນໍ້າໃນປະຈຸບັນ ແມ່ນໄດ້ຖ້ວມໄມ້ຫຼາວັດແທກ ເກີນ 18 ແມັດ ຈາກເຂດອັນຕະຫຼາຍ ແມ່ນ 17 ເມັດ ສ່ວນຜົນເສຍຫາຍອື່ນໆ ແມ່ນຈະໄດ້ມີການປະເມີນແລະແຈ້ງໃຫ້ຮູ້ຕາມພາຍຫຼັງ.

ໃນເວລາດຽວກັນນີ້ ທ່ານ ປອ ຄໍາເຜີຍ ຜັນທະຈອນຕ່າງໜ້າໃຫ້ວັດປ່າລັດຕະນະໂຄດຈະເລີນ( ວັດພະເຈົ້າທັນໃຈເມືອງໄຊບູລີແຂວງສະຫວັນນະເຂດ )ໄດ້ນໍາເອົາເຄື່ອງອຸປະໂພກ ແລະ ບໍລິໂພກທີ່ສໍາຄັນຈໍານວນໜຶ່ງເປັນຕົ້ນແມ່ນ: ເສື້ອກັນຝົນ, ນໍ້າດື່ມ, ໝີ່, ປາກະປ໋ອງ, ອາຫານແຫ້ງ ແລະ ອື່ນໆ ລວມມູນຄ່າ 58 ລ້ານກີບ ມອບໃຫ້ແກ່ປະຊາຊົນຜູ້ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມໃນຄັ້ງນີ້.

ທ. ທະນູສິດ ສິງມາວົງ

ຂ່າວສານບ້ານເມືອງ

Post navigation

Previous Post: ການ​ນຳ​ແຂວງ ລົງ​ຕິດ​ຕາມ​ສະ​ພາບນ້ຳ​ຖ້ວມ ພ້ອມມອບ​ເຄື່ອງ​ຊ່ວຍ​ເຫຼືອ​ແກ່​ປະ​ຊາ​ຊົ​ນ​ຜູ້ຖືກໄພນໍ້າຖ້ວມຢູ່ເມືອງ​ພີນ
Next Post: ບັນດາກຸ່ມປະເທດອາຊຽນ ມີຜູ້ຕິດເຊື້ອພະຍາດ ໂຄວິດ-19 ຈຳນວນ 795.744 ຄົນ ແລະ ເສຍຊີວິດ 19.380 ຄົນ ສ່ວນ ສປປ ລາວ ແມ່ນບໍ່ພົບຜູ້ຕິດເຊື້ອໃໝ່

Related Posts

ຊົມເຊີຍໜຸ່ມໃຈກຸສົນຊ່ວຍກັນປົວແປງຂົວນໍ້າຄານ ຂ່າວສານບ້ານເມືອງ
ມາດຕະການ ການຄຸ້ມຄອງສັດນ້ຳ, ສັດປ່າ ໃຫ້ມີຄວາມຍືນຍົງ ເນື່ອງໃນວັນປ່ອຍປາ ແລະ ອະນຸຮັກສັດນ້ຳ ແລະ ສັດປ່າແຫ່ງຊາດ ຂ່າວສານບ້ານເມືອງ
ນະຄອນຫລວງວຽງຈັນ ທຳລາຍສິ່ງຜິດກົດໜາຍ 600 ກວ່າກິໂລກຣາມ ຂ່າວສານບ້ານເມືອງ
​ຄບຕ.ນວ ແຈ້ງຫ້າມຈອດລົດທຸກຊະນິດ ຢູ່ເສັ້ນທາງໜອງບອນແຕ່ໄຟແດງ ສະຖານີລົດເມຫາໄຟແດງວັດທາດຝຸ່ນ ຂ່າວສານບ້ານເມືອງ
ມອບ-ຮັບໜ້າທີ່ປະທານສະພາບໍລິຫານ ທະນາຄານແຫ່ງ ສປປ ລາວ ຂ່າວສານບ້ານເມືອງ
ພົນລະເມືອງດີພົບເຫັນວັດຖຸສົງໃສແຈ້ງເຈົ້າໜ້າທີ່ກວດສອບພົບ ຢ າ ເ ສ ບ ຕິ ດຈຳນວນຫຼາຍ  ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme