Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກະບະຕີນແຕກປີ້ນຮຸນແຮງ ທາງເມືອງໂພນໂຮງ (ມີຄລິບ)

Posted on 13/10/202013/10/2020 By News No Comments on ກະບະຕີນແຕກປີ້ນຮຸນແຮງ ທາງເມືອງໂພນໂຮງ (ມີຄລິບ)

ລາຍງານຈາກແຂວງວຽງຈັນ: ໃນວັນທີ 13/10/2020 ໄດ້ເກີດເຫດລົດໃຫ່ຍຢາງແຕກແລ້ວເສຍຫລັກປີ້ນ ຢູ່ເຂດບ້ານນາໂພໃຕ້ ເມືອງໂພນໂຮງ ແຂວງວຽງຈັນ .

ລົດທີ່ເກີດເຫດແມ່ນກະບະ ກໍາແພງນະຄອນ ກນ 3435 ສະພາບຕີນຫຼັງແຕກທັງສອງເບື້ອງ, ປີ້ນຫຼັງຄາລົດຍຸບ.

ຈາກເຫດການຄັ້ງນີ້ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບຕິດຄາໃນລົດເປັນເພດຍິິງ ແລະ ມີເດັກຊາຍ 1 ຄົນໄດ້ຮັບບາດເຈັບນໍາອີກ.

ຂໍ້ມູນຈາກ 1625 ແຂວງວຽງຈັນໃຫ້ຮູ້ວ່າ ຜູ້ບາດເຈັບ 01ຄົນ, ເປັນເພດຍິງ ,ອາຍຸ 21 ປີ ອາການເບື້ອງຕົ້ນແມ່ນ: ຫົວເບື້ອງຊ້າຍບວມຊໍ້າ, ມີບາດແຜເປີດເລັກນ້ອຍທີ່ ແກ້ມ-ຕີນ ເບື້ອງຊ້າຍ ແລະ ຫົວເຂົ່າ-ກົກຂາ ເບື້ອງຂວາ (ຫມົດສະຕິແຕ່ຍັງຫາຍໃຈ)

ດັ່ງນັ້ນ, ໜ່ວຍ​ກູ້​ຊີບ​ອົງການ​ກາ​ແດງ​ແຂວງວຽງຈັນ​ຈື່ງໄດ້ປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງມາໂຮງໝໍແຂວງວຽງຈັນ

.

.

ເຕືອນບັນດາທ່ານ ຈົ່ງມີສະຕິລະວັງ ເວລາຂັບລົດໃຫ້ຄ່ອຍໄປຄ່ອຍມາ ແລະ ເພື່ອຫລີກລ່ຽງບໍ່ໃຫ້ເກີດອຸບັດຕິເຫດ.

.

ຄຣິບ

ຂ່າວສານບ້ານເມືອງ

Post navigation

Previous Post: ແຂວງເຊກອງ ກໍານົດ 8 ວຽກແຜນປ້ອງກັນໂຄວິດ-19
Next Post: ແຂວງຫລວງພະບາງ ຍັງບໍ່ສາມາດຜະລິດເຂົ້າກຸ້ມກິນໄດ້ດ້ວຍຕົນເອງ

Related Posts

ຮ່ວມກັບໝູ່ 2 ຄົນ ຍັກຍອກລົດໃຫຍ່ 40 ຄັນ ບໍ່ລອດຖືກຈັບດຳເນີນຄະດີ ຂ່າວສານບ້ານເມືອງ
ສ. ເກົາຫລີ ຊ່ວຍເຫລືອ ອຸປະກອນການແພດຕ້ານພະຍາດ ໂ ຄ ວິ ດ ແກ່ ສປປ ລາວ ມູນຄ່າ100.000ກວ່າໂດລາສະຫະລັດ ຂ່າວສານບ້ານເມືອງ
ຫວັງຢາກສະບາຍ ສຸດທ້າຍຖືກກັກຕົວ ຂ່າວສານບ້ານເມືອງ
ປະກັນສັງຄົມ ຈ່າຍເງິນວ່າງງານໃນຊ່ວງໂ ຄ ວິ ດ ໃຫ້ກັບ 36 ຫົວໜ່ວຍ, 2 ພັນກວ່າຄົນ ເປັນເງິນ 1,3 ຕື້ ກວ່າກີບ ຂ່າວສານບ້ານເມືອງ
ເກີດເຫດ ໄຟໄໝ້ເຮືອນປະຊາຊົນເຂດບ້ານສີໄຄທົ່ງ ຂ່າວສານບ້ານເມືອງ
ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ອອກແຈ້ງການ ກ່ຽວກັບທິດຊີ້ນຳກ່ຽວກັບວັນພັກຊົດເຊີຍ ວັນກຳມະກອນສາກົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme