Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ອຸຕຸເຕືອນ ກຽມຮັບມືພາຍຸນັງກາ ວັນທີ 15 ຕຸລານີ້

Posted on 13/10/202013/10/2020 By All in LAOS No Comments on ອຸຕຸເຕືອນ ກຽມຮັບມືພາຍຸນັງກາ ວັນທີ 15 ຕຸລານີ້

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 12 ຫາ 18 ຕຸລາ 2020 ວ່າ: ໃນວັນທີ 12 ຕຸລາ 2020 ພາຍຸດີເປຼຊັນ ທີ່ກໍ່ຕົວຢູ່ດ້ານຕາເວັນຕົກຂອງປະເທດຟິລິປິນ ພວມເຄື່ອນທີ່ມາທາງທິດຕາເວັນຕົກ ດ້ວຍຄວາມໄວ 15 ກິໂລແມັດຕໍ່ຊົ່ວໂມງ ແລະ ຈະເພີ່ມກໍາລັງແຮງຂື້ນກາຍເປັນພາຍຸໝຸນເຂດຮ້ອນ ນັງກາ (Nangka) ຫົວທີ 16 ປະຈຳປີ 2020 ຄາດວ່າພາຍຸຫົວນີ້ ຈະສືບຕໍ່ເຄື່ອນທີ່ຜ່ານເກາະໃຕ້ໜ້າ ແລະ ເຄື່ອນທີ່ຂຶ້ນຝັ່ງທາງພາກເໜືອຂອງ ສສ ຫວຽດນາມ ໃນວັນທີ 15 ຕຸລາ 2020 ນີ້,

​ອຸຕຸເຕືອນອີກ! ກຽມຮັບມືກັບພາຍຸນັງກາ ວັນທີ 15 ຕຸລານີ້ ຈະເຮັດໃຫ້ຝົນຕົກໃນແຕ່ລະພາກ ແລະ ຕົກປານກາງ ຫາ ໜັກ ຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນອອກ ລົງຫາ ພາກກາງ ແລະ ພາກໃຕ້.​

ຊຶ່ງວົງລັດສະໝີຂອງພາຍຸຫົວນີ້ຈະກວມເອົາເຂດພາກເໜືອດ້ານຕາເວັນອອກຂອງປະເທດລາວ ແລະ ຈະເຮັດໃຫ້ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປໃນແຕ່ລະພາກ ແລະ ປານກາງ ຫາ ໜັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນອອກ ລົງຫາ ພາກກາງ ແລະ ພາກໃຕ້,​ ແຈ້ງເຕືອນເຖິງ ປະຊາຊົນບັນດາເຜົ່າໃນເຂດດັ່ງກ່າວ ໃຫ້ມີສະຕິຕໍ່ສະພາບຝົນຕົກໜັກ, ນໍ້າຖ້ວມຊູ ແລະ ນ້ຳຖ້ວມອັ່ງ.

ໃນໄລຍະວັນທີ 16 ຫາ 18 ຕຸລາ 2020. ມວນອາກາດເຢັນຈະປົກຄຸມເຂດພາກເໜືອ ລົງຫາ ພາກກາງ ຊຶ່ງ ຈະເຮັດໃຫ້ມີອາກາດເຢັນລົງຕື່ມອີກ ພ້ອມມີຝົນຕົກໃນລະດັບຄ່ອຍໃນແຕ່ລະພາກ ແລະ ຕົກປານກາງ ຫາ ໜັກ ຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້. ຄາດຄະເນສະພາບອາກາດໃນແຕ່ລະພາກດັ່ງລຸ່ມນີ້.

.

.

ຂ່າວສານບ້ານເມືອງ

Post navigation

Previous Post: ຜົວຮ້ອງໄຫ້ເມຍຕັ້ງຄັນຜ່າເຂດນໍ້າຖ້ວມຈະໄປເກີດລູກແຕ່ຕົກນໍ້າສູນຫາຍທີ່ຫວຽດນາມ
Next Post: ເຝົ້າລະວັງ! ລະດັບນໍ້າເຊບ​ັງຫຽງຍັງເພີ່ມລະດັບຂຶ້ນຢ່າງຕໍ່ເນື່ອງ

Related Posts

ທາງລົດໄຟລາວ-ຈີນ ປະກາດເພີ່ມຖ້ຽວລົດໄຟໃນຊ່ວງເທດສະການປີໃໝ່ ຂ່າວສານບ້ານເມືອງ
ແກ່ຢ່າງມີຄຸນະພາບ ຊະລາຢ່າງມີຄວາມສຸກ ຂ່າວສານບ້ານເມືອງ
ກົດໝາຍທັງໝົດ ຂອງ ສປປ ລາວ ທີ່ປະຊາຊົນລາວ ຕ້ອງຮູ້ ຂ່າວສານບ້ານເມືອງ
ຢຶ ດ ສິ ນ ຄ້ າ ທີ່ນໍາເຂົ້າ ບໍ່ ຖື ກ ຕ້ ອ ງ ຕາມລະບຽບກົດໝາຍ ຂ່າວສານບ້ານເມືອງ
ເຊົ່າລົດແລ້ວ ໄປຈຳເອົາເງິນ ຫລີ້ນກິນຟຸມເຟືອຍ ເຈົ້າຫນ້າທີ່ຈັ ບດຳເ ນີນຄະດີ ຂ່າວສານບ້ານເມືອງ
ເກັບມ້ຽນຂົວໄມ້ໄຜ່ຂ້າມນໍ້າຄານ ກ່ອນກະແສນໍ້າຈະພັດໜີ ທີ່ນະຄອນ ຫຼວງພະບາງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme