Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ໂຮງຮຽນ ມຕ ຈຽງຕອງ ແລະ ມຕ ຫ້ວຍແສດ ສະເຫຼີມສະຫຼອງ ວັນເດັກຍິງສາກົນ ແລະ ວັນຄູແຫ່ງຊາດ

Posted on 12/10/202012/10/2020 By All in LAOS No Comments on ໂຮງຮຽນ ມຕ ຈຽງຕອງ ແລະ ມຕ ຫ້ວຍແສດ ສະເຫຼີມສະຫຼອງ ວັນເດັກຍິງສາກົນ ແລະ ວັນຄູແຫ່ງຊາດ

ວັນທີ 8 – 9 ຕຸລານີ້ ຢູ່ທີ່ໂຮງຮຽນ ມຕ ຈຽງຕອງ ແລະ ມຕ ຫ້ວຍແສດ ເມືອງປາກທາ ແຂວງບໍ່ແກ້ວ ໄດ້ຈັດພິທີ ສະເຫຼີມສະຫຼອງ ວັນເດັກຍິງສາກົນ ແລະ ວັນຄູແຫ່ງຊາດຂື້ນ ໂດຍການເຂົ້າຮວມ ແລະ ໃຫ້ກຽດປາຖະກະຖາຂອງທ່ານ ທອງຈັນ ອິນທະພອນ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດ ເມືອງປາກທາ ມີບັນດາຄະນະພັກຮາກຖານ ອຳນາດການປົກຄອງບ້ານ ຄູອາຈານ ຕະຫຼອດຮອດນ້ອງນັກຮຽນເຂົ້າຮວມຢ່າງຫຼວງຫຼາຍ.

ເພື່ອສະທ້ອນໃຫ້ເຫັນເຖິງການເກີດຂື້ນຂອງເດັກຜູ້ຍິງ ແລະ ເຍົາວະຊົນຍິງທີ່ປະສົບຜົນສຳເລັດໃນຖານະກຸ່ມທີ່ແຕກຕ່າງກັນໃນນະໂຍບາຍການພັດທະນາຂອງເດັັກຍິງ ແລະ ເຮັດໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ເຂົ້າໃຈເຖິງຄວາມໝາຍຄວາມສຳຄັນຂອງວັນດັ້ງກ່າວ ເພື່ອປຸກຈິດສຳນຶກ, ສົ່ງເສີມການຕ້ານສະກັດກັ້ນ ແລະ ລຶບລ້າງການໃຊ້ຄວາມຮຸ່ນແຮງທຸກຮູບແບບ ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ແກ່ເດັກຍິງ, ຍົກສູງຄຸນນະພາບຊີວິດການເປັນຢູ່ໃຫ້ດີຂື້ນ ດັ່ງນັ້ນສະມັດຊາໃຫ່ຍແຫ່ງອົງການສະຫະປະຊາຊາດ ໄດ້ຕົກລົງເຫັນດີຮັບຮອງເອົາວັນທີ 11 ຕຸລາ ຂອງທຸກໆປີ ເປັນວັນສະເຫຼີມສະຫຼອງວັນເດັກຍິງສາກົນ ຕາມມະຕິ 66/170 ລົງວັນທີ 19 ທັນວາ 2011 ນັບແຕ່ນັ້ນມາໄດ້ມີການສະເຫຼີມສະຫຼອງວັນເດັກຍິງສາກົນ ວັນທີ 11 ຕຸລາຂອງທຸກໆປີ ເພື່ອຮັບຮູ້ເຖີງບັນຫາ ສິງທ້າທາຍທີ່ເດັກຍິງປະເຊີນຢູ່ໃນຂອບເຂດທົ່ວໂລກ ວັນເດັກສາກົນ ເປັນວັນທີປະຕິບັດຕາມສາກົນທີ່ປະກາດໂດຍສະຫະປະຊາຊາດ ເອີ້ນອີກຢ່າງໜຶງວ່າ ວັນເດັກຜູ້ຍິງ ແລະ ວັນເດັກຜູ້ຍິງສາກົນ ວັນທີ 11 ຕຸລາ 2012 ເປັນວັນທຳອິດຂອງເດັກຜູ້ຍິງ ການສັງເກດດັ່ງກ່າວໄດ້ມີການສະໜັບສະໜູນໂອກາດສຳລັບຜູ້ຍິງຫຼາຍຂື້ນ ພິທີຍັງໄດ້ຮັບຟັງການເລົ່າມູນເຊື້ອວັນຄູແຫ່ງຊາດ ແລະ ຊົມການສະແດງລະຄອນ, ວັນນະຄະດີ ຕອບຄຳຖາມຂອງນ້ອງນັກຮຽນທັງສອງແຫ່ງ ພ້ອມທັງມອບຂອງຂັວນລາງວັນຢ່າງເປັນຂະບວນການຟົດຝື້ນ.

ພາບ-ຂ່າວ: ພອນສະຫວັນ ມະນີສີ.

ຂ່າວສານບ້ານເມືອງ

Post navigation

Previous Post: ກອງບັນຊາການ ປກສ ເມືອງ ບຸນເໜືອ ຈັດພິທີທຳລາຍສີ້ນສ່ວນສັດປ່າປະເພດຕີນໝີ
Next Post: ລົດຈັກຕໍາກັບລົດໃຫຍ່ເສຍຊີວິດຄາທີ່ທາງເມືອງປະທຸມພອນ

Related Posts

ໜ້າເປັນຫ່ວງ! ຈົນຄະນະຮັບຜິດຊອບຕ້ອງໂຈະການສັກຢາ ເພາະປະຊາຊົນເວົ້າບໍ່ຟັງຄວາມ ຂ່າວສານບ້ານເມືອງ
ຜົວສະຕິບໍ່ດີຈູດເຮືອນຕົນເອງກ້ຽງ ເສຍຊິວິດ 1 ຄົນ ທີ່ເມືອງຜາອຸດົມ ຂ່າວສານບ້ານເມືອງ
ປະກາດຮັບຮອງ ຄະນະບໍລິຫານງານຊາວໜຸ່ມແຂວງຄໍາມ່ວນ ເປັນແຂວງ 4 ບຸກ ປີທີ III ຂ່າວສານບ້ານເມືອງ
ລາວ ມີຄວາມສ່ຽງຈາກການສະໜອງທຶນໃຫ້ແກ່ການ ກໍ່ ກ າ ນ ຮ້ າ ຍ ໃນລະດັບທີ່ຕ່ຳ ຂ່າວສານບ້ານເມືອງ
ແຂວງຫຼວງ​ພະ​ບາງ​ແຈ້ງ​! ເພີ່ມທະວີຄຸມ​ເຂັ້ມ​ການ​ເຂົ້າ-ອອກ​ບ້ານ​ຕໍ່​ບ້ານ ຂ່າວສານບ້ານເມືອງ
ແບ່ງປັດນໍ້າໃຈ! ຊ່ວຍໄພນໍ້າຖ້ວມໄຊຍະບູລີ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme