Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ແຂວງອັດຕະປື ຈູດທຳລາຍຢານະລົກ

Posted on 12/10/202012/10/2020 By News No Comments on ແຂວງອັດຕະປື ຈູດທຳລາຍຢານະລົກ

ໃນວັນທີ 12 ຕຸລາ 2020 ນີ້ ແຂວງອັດຕະປື ໄດ້ຈັດພິທີສະເຫລີມສະຫລອງ ວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 19 ປີ ຄື: ວັນທີ 12/10/2001-12/10/2020, ພ້ອມທັງຈູດທຳລາຍຢາເສບຕິດຫລາຍຊະນິດເຊັ່ນ: ຢາບ້າ, ຢາໄອ, ກັນຊາແຫ້ງ ແລະ ອື່ນໆ.

ໂດຍມີທ່ານ ອຸ່ນຫລ້າ ໄຊຍະສິດ ຮອງເຈົ້າ ແຂວງ ປະທານ ກຄສ ແຂວງອັດຕະປື, ມີທ່ານ ພັນເອກ ສີເວີນ ແກ້ວສີວົງສາ ຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື ພ້ອມພະນັກງານອ້ອມຂ້າງແຂວງເຂົ້າຮ່ວມ.

ທ່ານ ພັນເອກ ບັນດິດ ສີວິໄລ ຮອງຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື ໄດ້ກ່າວວ່າ : ຢາເສບຕິດຍັງສືບຕໍ່ແຜ່ລະບາດຢ່າງຮ້າຍແຮງຢູ່ທຸກຂົງເຂດໃນທົ່ວໂລກ ນັບທັງພາກພື້ນ ອາຊີ-ອາຄະເນ ໃນນັ້ນຢາບ້າກວມເອົາເປີຊັນສູງກ່ວາໝູ່ ຂອງຢາເສບຕິດປະເພດຕ່າງໆໃນທົ່ວໂລກ ສະເພາະຢູ່ ສປປ ລາວ ກໍຄືພາຍໃນແຂວງອັດຕະປື ສະພາບການເສບ ແລະ ການຄ້າຂາຍຢາເສບຕິດແມ່ນບັນຫາທີ່ພົ້ນເດັ່ນ ແລະ ມີລັກສະນະເພີ່ມຂຶ້ນ ແລະ ແຜ່ລາມໄປທຸກພື້ນທີ່ ນັບທັງຕົວເມືອງ ແລະ ຊົນນະບົດ ເຊິ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບສຸກ-ຄວາມປອດໄພ ເປັນບັນຫາກົດໜ່ວງທ່ວງດຶງ ການພັດທະນາເສດຖະກິດ-ສັງຄົມ.

ຕະຫລອດໄລຍະ 1 ປີ ຜ່ານ ພະແນກສະກັດກັ້ນ ແລະ ປາບປາມຢາເສບຕິດ ປກສ ແຂວງອັດຕະປື ໄດ້ມີການເຄ່ື່ອນໄຫວ ສະກັດກັ້ນ ຕ້ານກັບກຸ່ມບໍ່ຫັວງດີຫັວງມ້າງເພທຳລາຍອຳນາດພັກ-ລັດ ຂອງພວກເຮົາ ເຊິ່ງໄດ້ທັບມ້າງຄະດີຢາເສບຕິດ ທັງໝົດ 165 ເລື່ອງ, ກັກຕົວຜູ້ຕ້ອງຫາໄດ້ 217 ລາຍ, ຍິງ 58 ລາຍ, ຄົນຕ່າງປະເທດ (ສັນຊາດຫວຽດນາມ) 5 ລາຍ, ໂຈະຄະດີ 2 ເລື່ອງ ຜູ້ຕ້ອງຫາ 3 ລາຍ,ຍິງ 2 ລາຍ,ຊັດມ້ຽນ 2 ເລື່ອງ, ຜູ້ຕ້ອງຫາ 2 ລາຍ, ຄະດີພວມດຳເນີນມີ 25 ເລື່ອງ, ຜູ້ຕ້ອງຫາ 54 ລາຍ,ຍິງ 10 ລາຍ, ຄະດີສານຕິດແລ້ວມີ 84 ເລື່ອງ, ຜູ້ຕ້ອງຫາ 110 ລາຍ, ຍິງ 32 ລາຍ, ຢຶດຢາບ້າໄດ້ທັງໝົດຈຳນວນ 176.133 ເມັດ, ນ້ຳໜັກ 16,116 ກິໂລກຣາມ.

ຢາໄອ 38 ຖົງ ນ້ຳໜັກ 38 ກິໂລກຣາມ. ກັນຊາແຫ້ງ 2 ແພັກ, ຢຶດຂອງກາງ ປະເພດເງິນກີບ 32.810.000 ກີບ, ສະກຸນເງິນຫວຽດນາມ 300.000 ດົ້ງ, ລົດກະບະ 1 ຄັນ, ລົດເກັງ 1 ຄັນ, ລົດຮຸນໄດ 1 ຄັນ, ລົດຈັກ 19 ຄັນ, ໂທລະສັບ 141 ເຄື່ອງ, ໂມງ 2 ໜ່ວຍ, ປືນສັ້ນ 1 ກະບອກ, ປືນ CKC 1 ກະບອກ.

ປກສແຂວງອັດຕະປື

ຂ່າວ:ສຸດໃຈ ໄຊຍະບຸນຮາຍ

ຂ່າວສານບ້ານເມືອງ

Post navigation

Previous Post: ອຸບັດຕິເຫດ! ຂັບຂີ່ລົດຈັກເສຍຫຼັກລົ້ມເອງປະຖົມພະຍາບານແລ້ວບໍ່ມີການຕອບສະໜອງ
Next Post: ກອງບັນຊາການ ປກສ ເມືອງ ບຸນເໜືອ ຈັດພິທີທຳລາຍສີ້ນສ່ວນສັດປ່າປະເພດຕີນໝີ

Related Posts

ພິທີມອບເງິນໄຖ່ຊີວິດງົວນ້ອຍ 02ຄູ່ ແລະເຮັດບຸນວັນຄ້າຍວັນເກີດເຈົ້າອະທິການວັດ ຂ່າວສານບ້ານເມືອງ
ເຈົ້າໜ້າທີ່ເລັ່ງຈັບຕົວກຸ່ມໄວລຸ້ນອາລະວາດທີ່ວັງນໍ້າເຜິ້ງ ຂ່າວສານບ້ານເມືອງ
ໂຄງການກໍ່ສ້າງເຂື່ອນໄຟຟ້າຫ້ວຍລໍາພັນຕອນລຸ່ມ ພ້ອມແລ້ວທີ່ຈະກັກເກັບນໍ້າເຂົ້າອ່າງເພື່ອທຳການທົດລອງຜະລິດກະແສໄຟຟ້າ ຂ່າວສານບ້ານເມືອງ
ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຖະແຫຼງຂ່າວຢືນຢັນການແຜ່ລະບາດພະຍາດ COVID-19 ຢູ່ຕະຫຼາດຊັງຈຽງ ແມ່ນຂ່າວປອມ ຂ່າວສານບ້ານເມືອງ
ພໍ່ແມ່ປະຊາຊົນ ແລະ ການນຳຂັ້ນເມືອງເຊບັ້ງໄຟລົງ ຊ່ວຍກັນກໍ່ສ້າງສ້ອມແປງຂົວບ້ານດອນສະອາດ ຂ່າວສານບ້ານເມືອງ
ທ່ານ ປອ ສອນໄຊ ສີພັນດອນ ເປັນປະທານຊີ້ນຳກອງປະຊຸມ 6 ເດືອນຕົ້ນປີຂອງຄະນະກຳມະການແຫ່ງຊາດດ້ານໂພຊະນາການ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme