Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສຸດເສົ້າສະຫຼົດໃຈ! ລູກສາວຫາກໍຮຽນຈົບ ແຕ່ຕ້ອງມາຈົບຊີວິດລົງດ້ວຍອຸປະຕິເຫດ

Posted on 12/10/202012/10/2020 By News No Comments on ສຸດເສົ້າສະຫຼົດໃຈ! ລູກສາວຫາກໍຮຽນຈົບ ແຕ່ຕ້ອງມາຈົບຊີວິດລົງດ້ວຍອຸປະຕິເຫດ

ນະຄອນຫຼວງວຽງຈັນ: ກາຍເປັນຂ່າວສຸດເສົ້າ ພໍ່ແມ່ພູມໃຈທີ່ເຫັນລູກສາວຮຽນຈົບ ເພາະລູກຄວາມຫວັງສຸດທ້າຍຂອງພໍ່ແມ່ ແຕ່ຄວາມຫວັງຕ້ອງມາຈົບລົງດ້ວຍອຸປະຕິເຫດ ໃນຕອນເດິກຄືນວັນທີ 11/10/2020 ທີ່ດອນກອຍ, ເມືອງສີສັດຕະນາກ, ນະຄອນຫລວງວຽງຈັນ.

ຜູ່ເສຍຊິວິດ ຊື່ ນາງຝົນ ເປັນນັກສຶກສາຈົບຈາກ ສະຖາບັນແຫ່ງໜື່ງ. ໄດ້ປະສົບອຸບັດຕິເຫດແບບບໍ່ຄາດຝັນ ແລະ ເສຍຊິວິດຄາທີ່.

ຂໍ້ມູນຈາກກູ້ໄພໃຫ້ຮູ້ວ່າ ໃນວັນທີ ເວລາ 00:04 ນາທີ 12/10/2020 ໜ່ວຍກູ້ໄພຊ່ວຍເຫຼືອ ແລະ ບັນເທົາທຸກ ໄດ້ຮັບແຈ້ງເຫດເຂົ້າເບີໂທສຸກເສີນ 02054000089 ວ່າມີລົດຈັກຕໍາກັບລົດໃຫຍ່. ຈຸດເກີດເຫດແມ່ນ: ບ້ານດົງສະຫວາດ ,ເມືອງສີສັດຕະນາກ,ແຂວງນະຄອນຫຼວງວຽງຈັນ.

ຜູ່ບາດເຈັບພົບເຫັນຢູ່ທີ່ເກີດເຫດ ເພດຍີງ ອາຍຸ 20 ປີ ຢູ່ບ້ານຖີ່ນຍຸງ, ເມືອງວຽງຄຳ, ແຂວງວຽງຈັນ. ອາການເບື້ອງຕົ້ນແມ່ນເຮົາໄປຮອດທີ່ເກີດເຫດແມ່ນເສຍຊີວີດແລ້ວ.

ດັ່ງນັ້ນໜ່ວຍກູ້ໄພຊ່ວຍເຫຼືອ ແລະ ບັນເທົາທຸກຈຶ່ງໄດ້ອານາໄມໂຕເສັດຄາບເລືອດ ຊ່ວຍເຫຼືອ ເບື້ອງຕົ້ນແລ້ວນຳສົ່ງກັບບ້ານເພື່ອໃຫ້ພີ່ນ້ອງເຮັດພີທີທາງສາດສະຫນາ

ທາງທີມງານຂອງພວກເຮົາ ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊີວິດ ທີ່ໄດ້ສູນເສຍບຸກຄົນອັນເປັນທີ່ຮັກໄປ.

ພໍ່ ແລະ ແມ່ ພ້ອມຍາດພີ່ນ້ອງໝູ່ເພື່ອນ ຍັງຄົງທຳໃຈບໍ່ໄດ້ກັບເຫດການທີ່ເກີດຂຶ້ນໃນຄັ້ງນີ້

.

ຂໍສະແດງຄວາມເສຍໃຈນຳຄອບຄົວຫຼາຍໆເດີໄປເປັນນາງຟ້າຢູ່ສະຫວັນເດີ້

ຂ່າວສານບ້ານເມືອງ

Post navigation

Previous Post: ເກືອບຖືກຫໍາແຕກຕາຍເຈັບສາຫັດທີ່ບ້ານນາຝ້າຍ
Next Post: ສະຫາຍຫວາງ ອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງສາທາລະນະລັດປະຊາຊົນຈີນ ຈະເດີນທາງມາຢ້ຽມຢາມ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ

Related Posts

ຈຳຄຸກ 5 ເດືອນ ຍິງໄວ 36 ປີ ຖານຄອບຄອງອາວຸດແບບຜິດກົດໝາຍ ຂ່າວສານບ້ານເມືອງ
ເຈົ້າແຂວງໆຜົ້ງສາລີ ຢ້ຽມຢາມການຜະລິດທີ່ເມືອງຍອດອູ ຂ່າວສານບ້ານເມືອງ
WhatsApp ດ່ວນ ແຈ້ງເຫດປະກົດການຫຍໍ້ທໍ້ ແລະ ຂໍການຊ່ວຍເຫຼືອ ຂ່າວສານບ້ານເມືອງ
ກະຊວງປ້ອງກັນປະເທດຣັດເຊຍ ປະດັບຫຼຽນກາມິດຕະພາບໃຫ້ການນຳ ແລະພະນັກງານ-ນັກ ຮົບ ກອງທັບປະຊາຊົນລາວ ຂ່າວສານບ້ານເມືອງ
ຫ້ອງການກະຊວງການເງິນຮັບສະໝັກພະນັກງານສັນຍາຈ້າງ 5 ຕໍາແໜງດ່ວນ! ຂ່າວສານບ້ານເມືອງ
ເມົາແລ້ວຂັບເກີດອຸບັດຕິເຫດຢ້ານເມຍຮ້າຍເລີຍຕົວະວ່າຖືກປົ້ນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme