Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປ່າສະຫງວນຫ້ວຍຍາງດົງໝາກຄາຍມີເນື້ອທີ່ ຫຼາຍກວ່າ 268 ເຮັກຕາ

Posted on 11/10/202011/10/2020 By All in LAOS No Comments on ປ່າສະຫງວນຫ້ວຍຍາງດົງໝາກຄາຍມີເນື້ອທີ່ ຫຼາຍກວ່າ 268 ເຮັກຕາ

ຂໍ້ມູນຈາກກອງທຶນປົກປັກຮັກສາສິ່ງແວດລ້ອມ ພິທີເປີດ ປ້າຍປະກາດສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ ໄດ້ຈັດຂື້ນໃນວັນທີ 9 ມິຖຸນາ 2018 ທີ່ຜ່ານມາ ທີ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ,

ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນພິທີດັ່ງກ່າວ ທ່ານ ສົມມາດ ພົລເສນາ ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ລາຍງານໂດຍຫຍໍ້ກ່ຽວກັບຄວາມເປັນມາຂອງການປະກາດສວນພຶກສາສາດ ຊຶ່ງມີບາງຕອນທີ່ສໍາຄັນເຊັ່ນວ່າ:

ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ດໍາເນີນການປັກຫຼັກໝາຍອ້ອມເຂດ B ຈໍານວນ 130 ຫຼັກ ກວມເນື້ອທີ່ຈໍານວນ 268 ເຮັກຕາ ແລະ ສ້າງປ້າຍຖາວອນປະກາດເປັນສວນພືກສາສາດຫ້ວຍຍາງ-ດົງໝາກຄາຍ ເພື່ອສືບຕໍ່ປູກຕົ້ນໄມ້ນາໆຊະນິດປະກອບສ່ວນໃນການເພີ່ມອັດຕາປ່າໄມ້ປົກຫຸ້ມຂອງປ່າໄມ້ກໍຄືປົກປັກຮັກສາ ແລະ ຄຸ້ມຄອງເຂດດັ່ງກ່າວໃຫ້ກາຍເປັນເຂດສີຂຽວໃນອະນາຄົດ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຈະໄດ້ສົມທົບກັບກະຊວງກະສິກໍາ ແລະ ປ່າໄມ້ ເພື່ອວາງແຜນການນໍາໃຊ້ພື້ນທີ່ສີຂຽວນີ້ໃຫ້ກາຍເປັນ ເຂດນິເວດວິທະຍາ ແລະ ແຫຼ່ງທ່ອງທ່ຽວທໍາມະຊາດເປັນບ່ອນພັກຜ່ອນສໍາລັບພະນັກງານກໍຄືພໍ່ແມ່ປະຊາຊົນທີ່ຢູ່ໃກ້ ແລະ ໄກ,

ທ່ານລັດຖະມົນຕີຍັງໄດ້ກ່າວຕື່ມອີກວ່າ: ອົງການປົກຄອງເມືອງໄຊທານີ, ຄະນະບ້ານດົງໝາກຄາຍ, ບ້ານໂນນສະຫວ່າງ ແລະ ພໍ່ແມ່ປະຊາຊົນ ທັງສອງບ້ານ ຈົ່ງໃຫ້ການຮ່ວມມືໃນການປົກປັກຮັກສາເຂດສີຂຽວນີ້ໃຫ້ກາຍເປັນສວນພຶກສາສາດໃນອະນາຄົດຢ່າງສົມບູນ ໃນພິທີຫຼັງສໍາເລັດປະກາດສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍແລ້ວຍັງໄດ້ຮ່ວມກັນປູກຕົ້ນໄມ້ຕື່ມອີກ.

ພາບຖ່າຍທາງດາວທຽມ ປີ 2016-2017

ສະພາບປ່າ ໃນປະຈຸບັນ (ຖ່າຍພາບວັນທີ 9 ຕຸລາ 2020)

ກົດນີ້ເພື່ອເບິ່ງຮູບແບບ 360 ອົງສາ

ຂ່າວສານບ້ານເມືອງ

Post navigation

Previous Post: ພາກກາງພາກໃຕ້ກຽມຮັບມືພາຍຸລິນຟາ 11-13 ຕຸລານີ້
Next Post: ແຈ້ງການຈັບຕົວຜູ່ພົວພັນການທໍາອະນາຈານເດັກ

Related Posts

ບ້ານໜອງຫອຍ ຕັ້ງຈຸດກວດກາເຂັ້ມງວດປ້ອງກັນ ໂຄວິດ-19 ຂ່າວສານບ້ານເມືອງ
ຂ່າວດ່ວນ! ນຳຈັບແຮງງານລາວຈາກຝັ່ງໄທ ຂ່າວສານບ້ານເມືອງ
ກອງພັນ 617 ຈັດຕັ້ງພະນັກງານ – ນັກຮົບບົວລະບັດພັດເຊັດພາຫະນະຂອງຕົນ ຂ່າວສານບ້ານເມືອງ
ສໍານັກງານນາຍົກລັດຖະມົນຕີອອກແຈ້ງການໃຫ້ກວດຄືນຄະດີບໍລິສັດພີເອັສ ຂ່າວສານບ້ານເມືອງ
ຂ່າວດ່ວນ! ວັນເສົານີ້ລາວເຮົາພົບຜູ້ຕິດເຊື້ອໂຄວິດເພີ່ມຂຶ້ນ +28 ຄົນ ຂ່າວສານບ້ານເມືອງ
ໄຂງານບຸຸນສະເຫຼີມສະຫຼອງບັນຈຸອັດຖິ ອະດີດ ຍາທ່ານໃຫຍ່ ຄຳປານ ແສນອຳພາ ແລະ ງານບຸນປະຕິບັດທັມກັມມະຖານປະຈຳປີ 2020 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme