Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຮ່ວມໂມທະນາບຸນສ້າງພຣະທາດຣັດຕະນະເຈດີສີມຸງຄຸນ ທີ່ວັດປ່າສະຫວັນພຣົມ ບ້ານດົງໝາກຄາຍ

Posted on 10/10/202011/10/2020 By All in LAOS No Comments on ຮ່ວມໂມທະນາບຸນສ້າງພຣະທາດຣັດຕະນະເຈດີສີມຸງຄຸນ ທີ່ວັດປ່າສະຫວັນພຣົມ ບ້ານດົງໝາກຄາຍ

ທີ່ນີ້ວັດປ່າສະຫວັນພຣົມ ທີ່ນີ້ເມືອງລາວ ອີກບໍ່ນານເກີນລໍ ຜູ້ມີບຸນທັງຫຼາຍ ກໍຈະໄດ້ຮ່ວມວາງສີລາເລີກ ສ້າງພຣະທາດຣັດຕນະເຈດີສີມຸງຄຸນ ເພື່ອນ້ອມເປັນພຸດທະບູຊາ ທັມມະບູຊາ ສັງຄະບູຊາ

ພ້ອມນັ້ນ, ຍັງຈະເປັນການສ້າງບຸນບາຣະມີທີ່ຍິ່ງໃຫຍ່ ໃຫ້ແກ່ຊີວິດ ຂອງຜູ້ປາຖະໜາບຸນທັງຫຼາຍອີກດ້ວຍ

ສະນັ້ນ, ໜຶ່ງຄັ້ງໃນຊີວິດທີ່ໄດ້ເກີດມາເປັນມະນຸດ ນັບຖືພຣະພຸດທະສາສະໜາ ຂໍໃຫ້ໄດ້ມີໂອກາດສ້າງພຣະເຈດີໃຫຍ່ ໄວ້ໃນຜືນແຜ່ນດີນເກີດ ຫຼືແຜ່ນດິນທີ່ມີພຣະພຸດທະສາສະໜາ ກໍຄົງຈະເປັນການສ້າງສົມບຸນບາຣະມີທີ່ຍິ່ງໃຫຍ່ ໃຫ້ແກ່ຊີວິດຂອງເຮົາທ່ານທັງຫຼາຍທີ່ໄດ້ຮ່ວມສ້າງພໍສົມຄວນ

ເພາະການຈະໄດ້ຮ່ວມສ້າງພຣະເຈດີໃຫຍ່ໆ ອາດຈະບໍ່ຄ່ອຍມີຫຼາຍປານໃດ ເພາະຕ້ອງອາໃສຄວາມພ້ອມຫຼາຍໆ ຢ່າງຈຶ່ງຈະສາມາດສ້າງຂື້ນໄດ້

ບັດນີ້ ຄົງຈະເປັນໂອກາດອັນດີງາມມາເຖິງແລ້ວ ທີ່ຜູ້ປາຖະໜາບຸນທັງຫຼາຍ ຈະໄດ້ຮ່ວມສ້າງ ພຣະທາດຣັດຕະນະເຈດີສີມຸງຄຸນ ໄວ້ໃນໃຈກາງນະຄອນຫຼວງວຽງຈັນ ເພື່ອຄວາມງອກງາມແຫ່ງບຸນບາຣະມີໃຫ້ເພີ່ມພູນຍິ່ງໆ ຂຶ້ນໄປ ແລະພ້ອມນັ້ນ ກໍເພື່ອເປັນການສືບທອດອາຍຸພຣະພຸດທະສາໜາໃຫ້ຕັ້ງໝັ້ນ ຍາວນານ ອີກນານແສນນານສືບໄປ ນັ້ນເອງ

ນິບພານະ ປັດຈະໂຍ ໂຫຕຸ ດ້ວຍເມຕຕາທັມ ວັດປ່າສະຫວັນພຣົມ ບ້ານດົງໝາກຄາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ 11/ພະຈິກ /2563/2020 ຜູ້ສົນໃຈສອບຖາມລາຍລະອຽດຕ່າງໆ ໄດ້ທີ່ເບີ 02099764871

.

.

.

ຂ່າວສານບ້ານເມືອງ

Post navigation

Previous Post: ຊ່ວຍຫຼານນ້ອຍເຈນນີ້ແດ່ເຈັບໜັກຕ້ອງການເລືອດໂອ່ດ່ວນ
Next Post: ໄຟໄໝ້ເຮືອນເສຍຫາຍ 1 ຫຼັງບ້ານດົງກະເລົາ

Related Posts

ເຈົ້າໜ້າທີ່ຕໍາຫຼວດ ຕ້ອງເພີ່ມທະວີກວດກາຄົນຕ່າງປະເທດ ໃຫ້ມີຄວາມເຂັ້ມງວດ ແລະ ຖືກຕ້ອງຕາມກົດໝາຍ ຂ່າວສານບ້ານເມືອງ
ຢ່າວາແຕ່ຄົນຢ້ານຂະໜາດສັດກະຍັງຕ້ອງໃສ່ໜ້າກາກ ຂ່າວສານບ້ານເມືອງ
ການນຳພັກ-ລັດ ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 66 ປີ ຂ່າວສານບ້ານເມືອງ
ຄະນະສະເພາະກິດແຂວງບໍ່ແກ້ວລົງລາດຕະເວນຕາມຂອບເຂດຊາຍແດນແມ່ນໍ້າຂອງ ຂ່າວສານບ້ານເມືອງ
ພະແນກການເງິນແຂວງຈໍາປາສັກຈັດພິທີປູກຕົ້ນໄມ້ ສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ຂ່າວສານບ້ານເມືອງ
ມີຜູ້ເສຍຊີວິດ 71 ກວ່າຄົນ ຍ້ອນອຸບັດເຫດໃນເດືອນເມສາ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme