Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ນະຄອນຫລວງວຽງຈັນ ທຳລາຍສິ່ງຜິດກົດໜາຍ 600 ກວ່າກິໂລກຣາມ

Posted on 10/10/202010/10/2020 By News No Comments on ນະຄອນຫລວງວຽງຈັນ ທຳລາຍສິ່ງຜິດກົດໜາຍ 600 ກວ່າກິໂລກຣາມ

ກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫລວງວຽງຈັນ ຈັດພິທີ່ທໍາລາຍຢາເສບຕິດ 600 ກວ່າກິໂລກຣາມໃນວັນທີ 10 ຕຸລາ 2020 ທີ່ບ້ານໂຊກນ້ອຍ, ເມືອງໄຊເສດຖາ ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດ ວັນທີ 12 ຕຸລາ ຄົບຮອບ 19 ປີ ໂດຍການເຂົ້າຮ່ວມຂອງ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ.

.

.

ພັອ ສຸກພະຈັນ ບຸດດາຄໍາ ຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ລາຍງານໃຫ້ຮູ້ວ່າ: ໃນ 1 ປີຜ່ານມາ ນະຄອນຫລວງວຽງຈັນ ສາມາດມ້າງຄະດີຢາເສບຕິດໄດ້ 951 ຄັ້ງ, ກັກຕົວຜູ້ກະທໍາຜິດໄດ້ 1.291 ຄົນ ຍິງ 147 ຄົນ ມີຄົນຕ່າງປະເທດ 24 ຄົນ ຍິງ 1 ແລະ ຄະດີທີ່ໄດ້ດໍາເນີນສໍາເລັດ 632 ເລື່ອງ ຍັງສືບຕໍ່ດໍາເນີນ 319 ເລື່ອງ ພ້ອມທັງຢຶດຂອງກາງຄະດີປະເພດຕ່າງໆໄດ້ເຊັ່ນ: ຢາບ້າ ຈໍານວນ 2.662.498 ເມັດ, ຮີໂຣອິນ 1 ກີໂລ 992 ກຣາມ, ຢາໄອສ໌ 846 ກີໂລ 644 ກຣາມ, ກັນຊາ 51,6 ກຣາມ, ຢາອີ 10 ເມັດ; ຢຶດລົດໃຫຍ່ 8 ຄັນ, ລົດຈັກ 38 ຄັນ, ປືນສັ້ນ 2 ກະບອກ, ໂທລະສັບ 40 ໜ່ວຍ, ທີ່ດິນພ້ອມເຮືອນ 8 ຕອນ ແລະ ປະເພດວັດຖຸມີຄ່າ: ຄໍາ 1,934 ກຣາມ, ເງິນ 6.921 ໂດລາສະຫະລັດ, 267.130 ບາດ, 1.234.000 ກີບ.

.

ສໍາລັບຢາເສບຕິດທີ່ສານຕັດສິນທີ່ນໍາໄປທໍາລາຍຖິ້ມ ໃນຄັ້ງນີ້ ໄດ້ມາຈາກກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດຄື: ເຮໂລອິນ 2 ກີໂລ 741 ກຣາມ, ຢາບ້າ 152 ກີໂລ, ຢາໄອສ໌ 16 ກີໂລ, ໂຄເຄນ 3 ກີໂລ, ຝິ່ນ 19 ກຣາມ, ນໍ້າຢາຝິ່ນ 539 ກຣາມ, ກັນຊາແຫ້ງ 484 ກິໂລ 40 ກຣາມ, ຢາເມັດສີຂາວ 8 ກຣາມ, ແປ້ງຝຸ່ນສີຂາວ 1 ກຣາມ, ແປ້ງຝຸ່ນສີແດງ 173 ກຣາມ, ສີປະສົມອາຫານ 37 ກຣາມ ແລະ ນໍ້າເຄມີ 2 ແກ້ວ ລວມທັງໝົດ 659 ກວ່າກິໂລກຣາມ ແລະ ນໍ້າເຄມີ 2 ແກ້ວ.

.

Cr: ຂັນທະວີ

ຂ່າວສານບ້ານເມືອງ

Post navigation

Previous Post: ນະຄອນຫລວງວຽງຈັນ ​ທຳລາຍຢານະລົກ 600 ກວ່າກິໂລກຣາມ
Next Post: ເລີ່ມລົງມືເຮັດເເລ້ວ! ເສັ້ນທາງຫີນເຫີບໄປຫາເມືອງເຟືອງ

Related Posts

ແຈ້ງການ! ທິດຊີ້ນຳຕໍ່ການປະຕິບັດນະໂຍບາຍ ຫລຸດລາຄາໄຟຟ້າໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ຂ່າວສານບ້ານເມືອງ
ຊາຍປິດຊີບຕົນເອງແຂວນຄໍຂ້າງປ່ອງຢ້ຽມ ເຂດບ້ານໂຊກໃຫຍ່ ຂ່າວສານບ້ານເມືອງ
ຂ່າວດີເດີ້! ພິຈາລະນາ ລຸດຄ່ານໍ້າປະປາ ໄລຍະ ວິກິດ ໂຄວິດ ຂ່າວສານບ້ານເມືອງ
ເກີດເຫດ! ຄົນນອນ ເ ສ ຍ ຊີ ວິ ດ ບໍ່ຮູ້ສາເຫດ ຂ່າວສານບ້ານເມືອງ
ສອງພໍ່ລູກຮ່ວມຫົວກັນລັກຄໍາ 11 ບາດ ຖືກຈັບມາລົງໂທດ ຂ່າວສານບ້ານເມືອງ
ສີ່ສະຫາຍ ຮ່ວມຫົວລັກເງິນກອງທຶນສະຫະພັນແມ່ຍິງ ເມືອງທ່າພະບາດ ມູນຄ່າ ເກືອບ 74 ລ້ານກີບ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme