Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ງາມແທ້! ໄດ້ໄປອຸດົມໄຊ ຢ່າລືມໄປກາບໄຫວ້ ພະທາດໄຊມຸງຄຸນ ຣັດຕະນະມິ່ງເມືອງ

Posted on 10/10/202010/10/2020 By News No Comments on ງາມແທ້! ໄດ້ໄປອຸດົມໄຊ ຢ່າລືມໄປກາບໄຫວ້ ພະທາດໄຊມຸງຄຸນ ຣັດຕະນະມິ່ງເມືອງ

ພະທາດໄຊມຸງຄຸນ ຣັດຕະນະມິ່ງເມືອງ ຕັ້ງຢູ່ບ້ານນາຫວານນ້ອຍ ໃຈກາງເທດສະບານເມືອງໄຊ ກໍຄືເທດສະ ບານແຂວງອຸດົມໄຊ ເປັນພະທາດທີ່ສວຍງາມ ແລະ ເປັນທີ່ສັກກະລະບູຊາຂອງຊາວພຸດ ໂດຍສະເພາະແມ່ນຊາວແຂວງອຸດົມໄຊ ແລະ ສາສະນິກະຊົນທົ່ວໄປ ກໍຄື ນັກທ່ອງ ທ່ຽວທັງພາຍໃນ ແລະຕ່າງປະເທດທີ່ເຂົ້າໄປທ່ອງທ່ຽວແຂວງອຸດົມໄຊ.

ພະທາດດັ່ງກ່າວ ຖືເປັນສູນກາງ ທາງດ້ານວັດທະນະ ທຳ, ເປັນທີ່ເພິ່ງທາງຈິດໃຈ, ສະຖານທີ່ສັກກາລະບູຊາກາບໄຫວ້, ເປັນສະຖານພັກຜ່ອນຍາມແລງ ແລະ ເປັນຂວັນບ້ານມິ່ງເມືອງຂອງແຂວງອຸດົມໄຊ. ຜູ້ໃດໄດ້ໄປແຂວງອຸດົມໄຊ ຖ້າບໍ່ໄດ້ຂຶ້ນວັດພູທາດ ກໍ່ຊໍ່າກັບວ່າບໍ່ໄດ້ໄປຮອດແຂວງອຸດົມໄຊ.

ວັດພູທາດໄຊມຸງຄຸນ ຣັດຕະນະມິ່ງເມືອງ ເປັນພະທາດເກົ່າແກ່ ສັນນິຖານວ່າໄດ້ຮັບການສ້າງຕັ້ງຂຶ້ນໃນສັດຕະວັດທີ 14 ສະໄຫມພະເຈົ້າໄຊເສດຖາທິລາດແຫ່ງອານາຈັກລ້ານຊ້າງ. ຊາວອຸດົມໄຊ ເອີ້ນວ່າ: ພູທາດ ເພາະພະທາດຕັ້ງຢູ່ເທີງພູນ້ອຍກາງໃຈເມືອງ.

ພະທາດດັ່ງກ່າວ ໄດ້ຊຸດໂຊມເປ່ເພຕາມການເວລາຈາກສົງຄາມທໍາລາຍ ແລະ ຄົນບໍ່ດີມ້າງເພທໍາລາຍຈົນເຫລືອແຕ່ພື້ນຖານຂອງອົງທາດ. ມາຮອດປີ ຄສ 1995 ອົງການປົກຄອງແຂວງໄດ້ປະຕິສັງຂອນຂຶ້ນໃຫມ່ຕາມຮູບ ແບບສິລະປະລ້ານຊ້າງປະສົມທ້ອງຖິ່ນ ໂດຍໄດ້ສ້າງທາດຂຶ້ນໃໝ່ ເຊີ່ງກວມເອົາທາດເກົ່າ ມີລວງສູງ 18 ແມັດ, ກວ້າງ 18 ຄູນ 18 ແມັດ ແລະ ເປີດບໍລິການໃນປີ ຄສ 1997 ແລ້ວໄດ້ປ່ຽນຊື່ໃໝ່ ເອີ້ນວ່າ “ພະທາດໄຊມຸງຄຸນ ຣັດຕະນະມິ່ງເມືອງ” ແລະ ໄດ້ຈັດພິທີສະຫຼອງໃນເດືອນ 3 ເພັງຂອງທຸກໆປີ.

Source: ຖວທ ແຂວງອຸດົມໄຊ

ຂ່າວສານບ້ານເມືອງ

Post navigation

Previous Post: ທາງ 28A ຂາດຫຼາຍຈຸດ ບ້ານອຸດົມສຸກຖ້ວມໝົດບ້ານ ສະພາບອຸທົກກະໄພທີ່ເມືອງເຊໂປນ (ມີຄລິບ)
Next Post: ນະຄອນຫລວງວຽງຈັນ ​ທຳລາຍຢານະລົກ 600 ກວ່າກິໂລກຣາມ

Related Posts

ລົດຈັກຕໍາກັບລົດໃຫຍ່ ທາງຕັດໃໝ່ບຶງທາດຫຼວງ ເສຍຊີວິດ 1 ຂ່າວສານບ້ານເມືອງ
ແຈ້ງການດ່ວນທີ່ສຸດ! ມາດຕະການຜ່ອນຜັນ ໂຄວິດ-19 ວັນທີ່ 2-30 ມິຖຸນາ ຂ່າວສານບ້ານເມືອງ
ໄພສັງຄົມ! ຈັບຄາລົດປາຣາໂດ້ ພົບຢາໄອສ໌ 72 ກິໂລ – ເຮໂຣອິນ 2 ແທ່ງ ຂ່າວສານບ້ານເມືອງ
ເປັນຫຍັງການຮຽນໃນແຖວເອເຊຍຈຶ່ງມີຄວາມກົດດັນຫຼາຍກວ່າເອີຣົບ ແລະ ອາເມລິກາ ຂ່າວສານບ້ານເມືອງ
ສປປ ລາວ ໄດ້ຮັບການຊ່ວຍເຫຼືອດ້ານວິຊາການ ແລະ ວັກແຊັງປ້ອງກັນໂຄວິດ ຈາກລັດຖະບານ ອົດສະຕຣາລີ ຈຳນວນ 1 ລ້ານໂດສ ຂ່າວສານບ້ານເມືອງ
ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອເພີ່ມ 169ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme