Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລັດຖະມົນຕີກະຊວງ ຍທຂ ລົງໄປຊີ້ນຳດ້ວຍຕົນເອງເພື່ອແກ້ໄຂບາງເສັ້ນທາງທີ່ເປ່ເພຢູ່ນະຄອນຫລວງວຽງຈັນ ແລະ ແຂວງວຽງຈັນ

Posted on 09/10/202009/10/2020 By News No Comments on ລັດຖະມົນຕີກະຊວງ ຍທຂ ລົງໄປຊີ້ນຳດ້ວຍຕົນເອງເພື່ອແກ້ໄຂບາງເສັ້ນທາງທີ່ເປ່ເພຢູ່ນະຄອນຫລວງວຽງຈັນ ແລະ ແຂວງວຽງຈັນ

ວັນທີ 6 ຕຸລາ 2020 ທ່ານ ບຸນຈັນ ສິນທະວົງ ລັດຖະ ມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມສະພາບການສ້ອມ ແປງທາງ 13 ເໜືອ ໂດຍສະເພາະແມ່ນໄລຍະສີເກີດ-ໂພນໂຮງ ທີ່ມີຫາງສຽງຈົ່ມວ່າຂອງປະຊາຊົນ ກ່ຽວກັບສະພາບຄວາມຫຍຸ້ງຍາກໃນການສັນຈອນໄປມາ ແລະ ການເປ່ເພຂອງເສັ້ນທາງດັ່ງກ່າວ.

.

.

ໃນໂອກາດດຽວກັນນີ້ ທ່ານລັດຖະມົນຕີກໍໄດ້ມີຄໍາເຫັນ ແລະ ໃຫ້ທິດຊີ້ນໍາຕໍ່ໂຄງການ ເຊິ່ງໄດ້ເນັ້ນໃຫ້ໂຄງ ການສືບຕໍ່ແກ້ໄຂການສ້ອມແປງທາງໃນລະດູແລ້ງຕາມແຜນການສ້ອມແປງທາງປີ 2020-2021 ໂດຍໃຫ້ແບ່ງເສັ້ນທາງອອກເປັນ 3 ໄລຍະເພື່ອແກ້ໄຂ ຄື: ໄລຍະທີ 1 ແຕ່ສີໄຄ-ສີເກີດ ໄລຍະທີ 2 ແຕ່ສີເກີດ-ໂພນໂຮງ ແລະ ໄລຍະທີ 3 ແຕ່ໂພນໂຮງ-ວັງວຽງ ພ້ອມນັ້ນ ກໍໃຫ້ມີລະບົບບໍລິ ການລະບາຍການສັນຈອນໃນໄລຍະທີ່ກໍາລັງດໍາເນີນການກໍ່ສ້າງ ເພື່ອໃຫ້ພາຫະນະຜ່ານໄປ-ມາໄດ້ສະດວກຂຶ້ນ.

.

.

ຫຼັງຈາກນັ້ນ ທ່ານລັດຖະມົນຕີ ແລະ ຄະນະ ໄດ້ເຄື່ອນ ໄຫວເພື່ອສໍາຫຼວດເບິ່ງສະພາບທາງເລກ 13 ເໜືອ ທີ່ມີຈຸດເປ່ເພ ເພື່ອແກ້ໄຂໃຫ້ມີຄວາມສະດວກໃນການສັນຈອນ ພ້ອມດຽວກັນນັ້ນ ຍັງໄດ້ໄປຕິດຕາມເບິ່ງສະພາບໂຄງການກໍ່ສ້າງທາງດ່ວນ ວຽງຈັນ-ວັງວຽງ ໃນນັ້ນ ທ່ານໄດ້ຊີ້ນໍາໃຫ້ໂຄງການປັບປຸງແກ້ໄຂແຍກແຕ່ເມືອງຫີນເຫີບເຂົ້າໄປເມືອງເຟືອງ ແຂວງວຽງຈັນ ເນື່ອງຈາກວ່າຈຸດດັ່ງກ່າວມີນໍ້າຂັງ ເປັນຕົມ ເຮັດການສັນຈອນໄປມາບໍ່ສະດວກ ແລະ ໃຫ້ໂຄງ ການແກ້ໄລຍະທີ່ບໍ່ໄດ້ມາດຕະຖານທີ່ນໍ້າຖ້ວມເມື່ອຝົນຕົກ ແລະ ຈຸດອື່ນໆ ອີກຈໍານວນໜຶ່ງ.

Cr: ເສດຖະກິດການຄ້າ

ຂ່າວສານບ້ານເມືອງ

Post navigation

Previous Post: ເມືອງແກ່ນທ້າວ ມອບ-ຮັບ ສິນເຊື່ອກອງທຶນລ້ຽງງົວ ເພື່ອຊ່ວຍເຫຼືອຄອບຄົວທຸກຍາກ
Next Post: ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຢ້ຽມຢາມກອງພັນ 19 ທະຫານແຂວງຜົ້ງສາລີ

Related Posts

ອົງການກາແດງສະວິດສ໌ ມອບອຸປະກອນຊ່ວຍເຫລືອໃຫ້ກັບຫນ່ວຍກູ້ຊີບອົງການກາແດງ ຫຼວງພະບາງ ຂ່າວສານບ້ານເມືອງ
ເມືອງແກ່ນທ້າວ ເປີດຕະຫລາດນັດສັດປະເພດ ງົວ-ຄວາຍ ຂ່າວສານບ້ານເມືອງ
​ຄບຕ.ນວ ແຈ້ງຫ້າມຈອດລົດທຸກຊະນິດ ຢູ່ເສັ້ນທາງໜອງບອນແຕ່ໄຟແດງ ສະຖານີລົດເມຫາໄຟແດງວັດທາດຝຸ່ນ ຂ່າວສານບ້ານເມືອງ
ເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ ມີຈຳນວນຜູ້ສະໝັກ 12 ທ່ານ, ເລືອກເອົາ 09 ທ່ານ ຂ່າວສານບ້ານເມືອງ
ລີງໃຫຍ່ ໄດ້ຮັບການຊ່ວຍເຫຼືອຈາກພົນລະເມືອງດີ ຂ່າວສານບ້ານເມືອງ
ໄປບໍ່ຫຼອດ! ຍ້ ອ ນ ລັ ກ ຂ າ ຍ ຢ າ ເ ສ ບ ຕິ ດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme