Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເມືອງແກ່ນທ້າວ ມອບ-ຮັບ ສິນເຊື່ອກອງທຶນລ້ຽງງົວ ເພື່ອຊ່ວຍເຫຼືອຄອບຄົວທຸກຍາກ

Posted on 09/10/202009/10/2020 By News No Comments on ເມືອງແກ່ນທ້າວ ມອບ-ຮັບ ສິນເຊື່ອກອງທຶນລ້ຽງງົວ ເພື່ອຊ່ວຍເຫຼືອຄອບຄົວທຸກຍາກ

ພິທີມອບ-ຮັບສິນເຊື້ອກອງທຶນລ້ຽງງົວ ເພື່ອຊວ່ຍເຫຼືອຄອບຄົວທຸກຍາກ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2020 ນີ້, ຢູ່ທີ່ຫ້ອງປະຊຸມຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ຮອງເຈົ້າເມືອງໆແກ່ນທ້າວ, ທ່ານ ຄໍາເກິ່ງ ພັນລັກ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງໄຊຍະບູລີ, ມີຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານຫ້ອງການທີ່ກ່ຽວຂ້ອງ ແລະ ຄອບຄົວເປົ້າໝາຍຮັບສິນເຊື້ອເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ສົມພານ ຫານສົງຄາມ ຮອງຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງແກ່ນທ້າວ ໄດ້ລາຍງານວ່າ: ກອງທຶນດັ່ງກ່າວ ໄດ້ຮັບທຶນຈາກຫ້ອງການກໍ່ສ້າງຮາກຖານການເມືອງຂອງແຂວງ ເປັນກອງທຶນສົ່ງເສີມການລ້ຽງສັດໂດຍສະເພາະ ຈໍານວນ 50.000.000ກີບ. ໃນປີ 2010 ໄດ້ປ່ອຍກູ້ກອງທຶນດັ່ງກ່າວ ໃຫ້ປະຊາຊົນຜູ້ມີເງື່ອນໄຂຢູ່ບ້ານດອນເມນກໍານົດສັນຍາ 5 ປີ.

ຫຼັງຈາກໝົດສັນຍາໄດ້ນໍາເອົາເງິນກອງທຶນດັ່ງກ່າວ ໃຫ້ທ້າວ ລ້ອຍ ສະຖິຕັນປະຊາຊົນບ້ານວັງປາ ແລະ ທ້າວ ວົງ ວິຊຽນ ປະຊາຊົນບ້ານຫົວຂົວ ກູ້ຢືມຊື້ງົວມາລ້ຽງ ຄອບຄົວລະ 25.000.000 ກີບ ດອກເບ້ຍ 5% ຕໍ່ປີ ກໍານົດສັນຍາ 5 ປີ. ຜ່ານການລົງຕິດຕາມເຫັນວ່າທ້າວ ລ້ອຍ ສະຖິຕັນ ເມື່ອກ່ອນມີງົວ 5 ໂຕ, ເພີ່ມຂຶ້ນ 11 ໂຕ ເປັນ 16 ໂຕ ແລະ ທ້າວ ວົງ ວິຊຽນ ເມື່ອກ່ອນມີງົວ 3 ໂຕ ເພີ່ມຂຶ້ນ 9 ໂຕ ເປັນ 12 ໂຕ ມາຮອດປັດຈຸບັນແມ່ນໝົດສັນຍາແລ້ວ.

ຈາກນັ້ນ, ທ້າວ ລ້ອຍ ສະຖິຕັນ ແລະ ທ້າວ ວົງ ວິຊຽນ ໄດ້ມອບເງິນສິນເຊື່ອຄືນໃຫ້ກອງທຶນ ເປັນກຽດຮັບໂດຍທ່ານ ສີຄານ ແກ່ນມະນີ ຮອງເຈົ້າເມືອງໆແກ່ນທ້າວ ແລະ ໄດ້ມອບສິນເຊື່ອດັ່ງກ່າວໃຫ້ປະຊາຊົນບ້ານຫ້ວຍຫຼອດ ແລະ ບ້ານນາຫີນ ກູ້ຢືມຕໍ່ ຈໍານວນ 2 ຄອບຄົວ ຄອບຄົວລະ 25.000.000 ກີບ ສັນຍາ 3 ປີ ດອກເບ້ຍ 5%ຕໍ່ປີ.

(ຂ່າວ: ຖວທ ແກ່ນທ້າວ)

ຂ່າວສານບ້ານເມືອງ

Post navigation

Previous Post: ລາວ ກະກຽມທົດລອງສັກວັກແຊັງ ຕ້ານໄວຣັດໂຄວິດ-19 ໄລຍະທີ 3 ກັບ ສະຫະພັນຣັດເຊຍ
Next Post: ລັດຖະມົນຕີກະຊວງ ຍທຂ ລົງໄປຊີ້ນຳດ້ວຍຕົນເອງເພື່ອແກ້ໄຂບາງເສັ້ນທາງທີ່ເປ່ເພຢູ່ນະຄອນຫລວງວຽງຈັນ ແລະ ແຂວງວຽງຈັນ

Related Posts

ດ່ວນ! ລັດຖະມົນຕີ ສສກ ຢືນຢັນ ຊຽງຂວາງ ເກມ ຈະເລື່ອນໄປແບບບໍ່ມີກຳນົດ ເພື່ອປ້ອງກັນ Covid-19 ຂ່າວສານບ້ານເມືອງ
Update ໄວຣັສໂຄໂຣນາ ເວລາ 21:30 ວັນທີ່ 5/2/2020 – ປົວຫາຍດີ 1001 ຄົນ ຫຼາຍປະເທດພົບຜູ່ຕິດເຊື່ອເພີ່ມຂຶ້ນ ຂ່າວສານບ້ານເມືອງ
ຊ້າງສາມໂຕຕົກໜອງເລິກທີ່ບ້ານວັງເງືອກໄດ້ຮັບການຊ່ວຍເຫຼືອຢ່າງປອດໄພ (ມີຄລິບ) ຂ່າວສານບ້ານເມືອງ
ດ່ວນ! ແຈ້ງການປັບຂຶ້ນລາຄານໍ້າມັນ ເລີ່ມມື້ອື່ນເວລາ 06:00 ໂມງ ໃນຂອບເຂດທົ່ວປະເທດ ຂ່າວສານບ້ານເມືອງ
ລັດແຕ່ງຕັ້ງຄະນະສະເພາະກິດຮັບມືໂຄໂຣນາພ້ອມວາງ 8 ມາດຕະການຮັບມື ຂ່າວສານບ້ານເມືອງ
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ລົງຊຸກຍູ້ ແລະ ຊີ້ນໍາການກະກຽມປ່ອນບັດ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ຢູ່ແຂວງອັດຕະປື ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme