Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ແຂວງຈໍາປາສັກສໍາເລັດການທາບທາມໂຄງປະກອບບຸກຄະລາກອນອົງຄະນະພັກແຂວງສະໄໝທີ VIII ຮອບທີ 3

Posted on 09/10/202009/10/2020 By News No Comments on ແຂວງຈໍາປາສັກສໍາເລັດການທາບທາມໂຄງປະກອບບຸກຄະລາກອນອົງຄະນະພັກແຂວງສະໄໝທີ VIII ຮອບທີ 3

ກອງປະຊຸມທາບທາມໂຄງປະກອບບຸກຄະລາກອນເຂົ້າໃນຜູ້ສະໝັກອົງຄະນະພັກແຂວງຈໍາປາສັກສະໄໝທີ VIII ຮອບທີ 3 ຈັດຂຶ້ນວັນທີ 8 ຕຸລາ 2020 ຢູ່ທີ່ສະໂມສອນຫຼັກສີ່ ພາຍໃຕ້ການເປັນປະທານຂອງສະຫາຍ ປອ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ,ສະຫາຍ ວັນໄຊ ພອງສະຫວັນ ຮອງຫົວໜ້າຄະນະຈັດຕັ້ວງສູນກາງພັກ,ສະຫາຍ ເມກສະຫວັນ ພົມພິທັກ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ,ມີຄະນະຮັບຜິດຊອບບຸກຄະລາກອນກະກຽມກອງປະຊຸມໃຫຍ່ຂັ້ນສູນກາງ,ຂັ້ນແຂວງ,ບັນດາຄະນະປະຈໍາພັກແຂວງ,ກໍາມະການພັກແຂວງ,ຜູ້ແທນສົມບູນທີ່ຈະເຂົ້າຮ່ວມກອງປະຊຸມໃຫຍ່ອົງຄະນະພັກແຂວງເຂົ້າຮ່ວມ.

ໃນກອງປະຊຸມຄັ້ງນີ້ ສະຫາຍ ປອ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຈໍາປາສັກ ໄດ້ກ່າວໄຂກອງປະຊຸມ ແລະ ລາຍງານສະພາບການດໍາເນີນຊີວິດການເມືອງຂອງຄະນະບໍລິຫານງານພັກແຂວງສະໄໝທີ VII ໃນໄລຍະ 2 ວັນ ວັນທີ 5-6 ຕຸລາ ທີ່ຜ່ານມາ,ຍົກໃຫ້ເຫັນຄວາມຮັຍຜິດຊອບຕໍ່ໜ້າທີ່ການເມືອງຂອງບັນດາສະຫາຍໃນຄະນະບໍລິຫານງາຍພັກແຂວງ ໃນແຕ່ລະດ້ານ ນັບແຕ່ດ້ານການເມືອງແນວຄິດ,ຕະຫຼອດຮອດການນໍາພາພັດທະນາເສດຖະກິດ-ສັງຄົມ,ການແກ້ໄຂຄວາມທຸກຍາກ,ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະອື່ນໆ.ໃນກອງປະຊຸມຍັງໄດ້ຜ່ານມາດຖານເງື່ອນໄຂຜູ້ສະໜັກເຂົ້າໃນໂຄງປະກອບຄະນະບໍລິຫານງານພັກແຂວງສະໄໜທີVIII.

ຮອບທີ III ແລະມາດຖານເງື່ອນໄຂຂອງຄະນະປະຈຳພັກແຂວງ,ເລຂາ,ຮອງເລຂາ,ປະທານ ແລະ ຮອງປະທານຄະນະກວດກາພັກແຂວງ,ຜ່ານຮ່າງລາຍງານການເມືອງ,ຮ່າງແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະ 5 ປີທີ່ຜ່ານມາ ແລະ 5 ປີຕໍ່ໜ້າ ແລະ ຮ່າງບົດສຳຫຼວດການນ້ຳພາລວມຂອງຄະນະບໍລິຫານວານພັກແຂວງ

ຈາກນັ້ນໃນກອງປະຊຸມບັນດາຜູ້ແທນສົມບູນທີ່ເຂົ້າຮ່ວມຍັງໄດ້ປະກອບຄໍາເຫັນໃສ່ບາງເນື້ອໃນຂອງຮ່າງບົດລາຍງານການເມືອງເພືອແນໃສ່ເຮັດໃຫ້ມີເນື້ອໃນສົມບູນຮັດກຸມ ແລະຄົບຖ້ວນ ຖືກຕ້ອງສອດຄ່ອງ.ພິເສດກໍ່ໄດ້ມີການປອ່ນບັດທາບທາມເອົາໂຄງປະກອບຄະນະບໍລິຫານງານພັກແຂວງສະໄໜທີ VIII ຮອຍທີ 3 ສໍາເລັດຕາມລະດັບຄາດໝາຍ.

ເກດສະໜາ ແກ້ວສຸວັນນະແສງ

ຂ່າວສານບ້ານເມືອງ

Post navigation

Previous Post: ເມືອງອາດສະພອນນໍ້າໄຫຼຖ້ວມຫຼາຍເຂດແລ້ວ
Next Post: ຈຸດຂົວຫ້ວຍເດື່ອໃກ້ຊິຮອດຈຸດສຸມເມືອງວັງ ທາງຂາດແລ້ວ

Related Posts

ລັດຖະມົນຕີຕ່າງປະເທດ ແຫ່ງ ຣາຊະອານາຈັກ ຊາອຸດິ ອາຣັບບີ ຢ້ຽມຢາມເຮັດວຽກຢູ່ ສປປ ລາວ ຂ່າວສານບ້ານເມືອງ
35% ຂອງລາຍຮັບຊຽງຂວາງແມ່ນມາຈາກກະສິກຳ ຂ່າວສານບ້ານເມືອງ
ໄວລຸ້ນ 16 ປີ ຊິ້ງກະບະ ປີ້ນເຈັບສາຫັດ ລົດເພໜັກໜ່ວງ ຂ່າວສານບ້ານເມືອງ
ຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນກໍລະກົດ 2021 ຂ່າວສານບ້ານເມືອງ
ງານວາງສະແດງແນວທາງການພັດທະນາການທ່ອງທ່ຽວແບບຍືນຍົງອາຊຽນ ຂ່າວສານບ້ານເມືອງ
ລົດໃຫຍ່ເສຍຫຼັກຕຳຮ້ານປີ້ງ ທີ່ເຂດຕະຫຼາດຊັ່ງຈ່ຽງ ເຈັບ 2 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme