Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ແຂວງຫຼວງນໍ້າທາຈູດທຳລາຍຢາເສບຕິດຜິດກົດໜາຍ

Posted on 09/10/202009/10/2020 By News No Comments on ແຂວງຫຼວງນໍ້າທາຈູດທຳລາຍຢາເສບຕິດຜິດກົດໜາຍ

ໃນວັນທີ 8 ຕຸລາ 2020 ແຂວງຫຼວງນໍ້າທາຈູດທຳລາຍຢາເສບຕິດ ເຊິ່ງຈັດຂື້ນຢູ່ທີເດີນກິລາໃໝ່ຂອງແຂວງໂດຍການເປັນປະທານຂອງພັນໂທ ອຳໄພ ສໍສະຫວັນແສງ, ຄະນະພັກກອງບັນຊາການ, ຮັກສາການຫົວໜ້າຫ້ອງຕໍາຫຼວດ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳໄຫຼ ສີປະເສີດ ເລຂາພັກແຂວງ, ມີຫົວໜ້າພະແນກການ, ອົງການທຽບເທົ່າ, ພະນັກງານ, ທະຫານ, ຕໍາຫຼວດ, ລັດວີສາຫະກິດ, ໂຮງຮຽນ, ໂຮງໝໍ, ບັນດາບໍລິສັດພັກລັດ ແລະ ເອກະຊົນ, ປະຊາຊົນບັນດາເຜົ່າ, ຕະຫຼອດຮອດນັກຮຽນເທດສະບານແຂວງເຂົ້າຮ່ວມ.

ໃນພິທີໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງໆຫຼວງນໍ້າທາວ່າດ້ວຍອະນຸມັດໃຫ້ກອງບັນຊາການ ປກສ ແຂວງຈູດທຳລາຍຢາເສບຕິດທີສານຕັດສີນໃຊ້ໄດ້ຢ່າງເດັດຂາດ,ຈາກນັ້ນທ່ານ ພົນຈັດຕະວາ ອີນແກ້ວ ມະນີຈັນ ກຳມະການປະຈຳພັກແຂວງ,ຫົວໜ້າກອງບັນຊາການທະຫານແຂວງຫຼວງນໍ້າທາໃຫ້ຮູ້ສະພາບການຈັດຕັ້ງປະຕິບັດວຽກງານການສະກັດກັ້ນຕ້ານ ແລະ ແກ້ໄຂບັນຫາຢາເສບຕິດໃນໄລຍະຜ່ານມາ

ເຊິ່ງແຂວງຫຼວງນໍ້າທາເວົ້າສະເພາະກໍ່ຄືເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງໄດ້ເຜີຍແຜຜົນຮ້າຍຂອງຢາເສບຕິດ,ໂຄສະນາຢູ່ບັນດາບ້ານເປົ້າໝາຍ ແລະ ບໍລິສັດທີມາລົງທືນປູກພືດທົດແທນການປູກຝິ່ນ 5 ຄັ້ງ,ທໍາລາຍສ່ວນຝິ່ນທີ່ປະຊາຊົນລັກລອບປູກໄດ້ 106 ແຮັກຕາ,ກວດນໍ້າປັດສະວະໃຫ້ນັກຮຽ-ນັກສຶກສາ,ພະນັກງານທົ່ວແຂວງ 95 ຄົນ,ຍີງ 44 ຄົນ,ປະເມີນໂຮງຮຽນປອດຢາເສບຕິດໄດ້ 64 ແຫ່ງ, ປີ 2019 ມີຄະດີຄ້າງ 87 ເລື່ອງ,ປີ 2020 ມ້າງຄະດີໄດ້ 70 ເລື່ອງ,ຜູ້ຖືກຫາ 95 ຄົນ,ຍີງ 7 ຄົນ,ຕ່າງປະເທດ 2 ຄົນ,ຍຶດຂອງກາງປະເພດຢາບ້າໄດ້ 4 ໝືນ 536 ເມັດ,ເຮໂລອີນ 90 ກຣາມ,ຢາໄອ 38 ກຣາມ,ຢາຝິ່ນ 67,3 ກິໂລກຣາມ, ຢາທີນໍາມາທໍາລາຍໃນຄັ້ງນີ້ປະກອບມີຢາບ້າ 57 ພັນ 681 ເມັດ,ເຮໂລອິ່ນ 75 ກຣາມ,ຢາໄອ 23,57 ກຣາມ,ຢາຝິ່ນ 1,3 ກິໂລກຣາມ,ແປ້ງຝຸ່ນທີບໍ່ມີເຊື້ອຢາເສບຕິດເຈື້ອປົນ 103,8 ກິໂລກຣາມ,ແປ້ງທີມີເຊື້ອຢາເສບຕິດປົນ 7,5 ກຣາມ, ໂອກາດດັ່ງກ່າວທ່ານ ຄຳໄຫຼ ສີປະເສີດ ພ້ອມດ້ວຍແຂກຖືກເຊີນ ຮ່ວມຈູດທຳລາຍຢາເສບຕິດຢ່າງເປັນທາງການ.

ພາບ-ຂ່າວ ບຸນຈັນ ອີນດວງລື

ຂ່າວສານບ້ານເມືອງ

Post navigation

Previous Post: ຄອບຄົວທຸກຍາກຂອງບ້ານຫີນແຮ່ ເມືອງໂພນທອງ ໄດ້ຮັບເຄື່ອງຊ່ວຍເຫຼືອບັນເທົາທຸກ
Next Post: ເມືອງອາດສະພອນນໍ້າໄຫຼຖ້ວມຫຼາຍເຂດແລ້ວ

Related Posts

ຣັດເຊຍ ມີຄົນຕິດເຊື້ອ ເປັນ ອັນດັບທີ 5 ເກືອບ 2 ແສນຄົນແລ້ວ! ຂ່າວສານບ້ານເມືອງ
ສຸດລະທຶກ! ຊິ້ງໜີຕໍາຫຼວດ ແຫກໂຄ້ງ ຕໍາເອົາລົດຂ້າງທາງ ແລ້ວ ພະຍາຍາມລົບໜີ (ມີຄລິບ) ຂ່າວສານບ້ານເມືອງ
ເກີດເຫດ! ຟ້ າ ຜ່ າ ຢູ່ ອິນເດຍ ເ ສ ຍ ຊີ ວິ ດເກືອບ 70 ຄົນ ຂ່າວສານບ້ານເມືອງ
ບອກຕໍ່ໃຫ້ແດ່! ຂໍໃຫ້ລີກເວັ້ນເສັ້ນທາງ ກາສີ-ເມືອງນານ (ພູເກົ້າຫຼັກ) ນັບຕັ້ງແຕ່ ວັນທີ 18 -25 ພຶດສະພາ 2021 ຂ່າວສານບ້ານເມືອງ
ປກສ ເມືອງຍົມມະລາດ ເອົາໃຈໃສ່ໃນການຈັດຕັ້ງປະຕິບັດກ່ຽວກັບ 02 ວາລະແຫ່ງຊາດ  ແກ້ໄຂບັນຫາ ຢ າ ເ ສ ບ ຕິ ດ ຂ່າວສານບ້ານເມືອງ
ສະເຫລີມສະຫລອງວັນສໍາຄັນຂອງພັກ-ຂອງຊາດປະຈຳປີ 2020 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme