Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຄອບຄົວທຸກຍາກຂອງບ້ານຫີນແຮ່ ເມືອງໂພນທອງ ໄດ້ຮັບເຄື່ອງຊ່ວຍເຫຼືອບັນເທົາທຸກ

Posted on 09/10/202009/10/2020 By News No Comments on ຄອບຄົວທຸກຍາກຂອງບ້ານຫີນແຮ່ ເມືອງໂພນທອງ ໄດ້ຮັບເຄື່ອງຊ່ວຍເຫຼືອບັນເທົາທຸກ

ໃນວັນທີ 28 ກັນຍາປີ 2020 ຜ່ານມາ ທ່ານ ພູມີ ແກ້ວວັນດີ, ຫົວຫນ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງໂພນທອງ, ແຂວງຫຼວງພະບາງ, ຕາງຫນ້າຫ້ອງວ່າການເມືອງ, ພ້ອມດ້ວຍທິມງານ ທລຍ ແຂວງ ແລະ ທລຍ ປະຈຳເມືອງໂພນທອງ ຕະຫຼອດຮອດຂະແໜງການທີ່ກ່ຽວຂ້ອງຂອງເມືອງເຂົ້າຮ່ວມ

ເປັນສັກຂີພິຍານ ໄດ້ມອບເຄື່ອງຊວ່ຍເຫຼືອບັນເທົາທຸກ ໃຫ້ປະຊາຊົນຄອບຄົວທຸກຍາກຈຳນວນ 35 ຄອບຄົວ, ນັກຮຽນໃນຮຽນປະຖົມສົມບູນພາຍໃນບ້ານ 42 ຄົນ, ຍິງ 25 ຄົນ ແລະ ຄູ 2 ຄົນ ຂອງບ້ານຫີນແຮ່ ເມືອງໂພນທອງ ແຂວງຫຼວງພະບາງ

ເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີ ເຄື່ອງນຸ່ງຫົ່ມຈໍານວນ 35 ຖົງ, ປື້ມຂຽນ 100 ຫົວ, ບິກ 50 ກ້ານ, ສໍດຳ 144 ກ້ານ ລວມມູນຄ່າທັງໝົດ 3,500,000 ກີບ.

ຂ່າວສານບ້ານເມືອງ

Post navigation

Previous Post: ສະຫາຍ ຄຳຜອຍ ວັນນະສານ ເປັນເລຂາຄະນະບໍລິຫານງານພັກແຂວງຜົ້ງສາລີ
Next Post: ແຂວງຫຼວງນໍ້າທາຈູດທຳລາຍຢາເສບຕິດຜິດກົດໜາຍ

Related Posts

ຂັ້ນຕອນລະອຽດ ໃນການປະກອບເອກະສານ ຂໍອະນຸຍາດ ເຂົ້າ-ອອກ ສປປ ລາວ ຂ່າວສານບ້ານເມືອງ
ລົດໂມ້ປູນເບກແຕກຕໍາລົດຈັກ ເສຍຊີວິດຄາທີ່ 1 ຄົນ ທີ່ສີ່ແຍກໄຟແດງທາດຫຼວງ ຂ່າວສານບ້ານເມືອງ
ກົມອຸຕຸນິຍົມເຕືອນ! ພາກກາງ ແລະ ໃຕ້ ກຽມຮັບມື 4 ຫາ 8 ມິຖຸນານີ້ ຈະມີຝົນຕົກໜັກ ຂ່າວສານບ້ານເມືອງ
ລັດຖະບານ ຊຸດທີ VIII ທ້າຍສະໄໝ ຂ່າວສານບ້ານເມືອງ
ເລື່ອງລາວ ວັນກໍາມະກອນສາກົນ 1 ພຶດສະພາ ຂ່າວສານບ້ານເມືອງ
ມະຫາກໍາບຸນຊ້າງ ໄຊຍະບູລີ 13-20 ກຸມພາ 2023 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme