Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລັກລົດຕູ້ ຂີ່ໄປຕໍາລົດ 4 ຄັນ ຢູ່ໄຟແດງດົງປ່າແຫຼບ

Posted on 08/10/202008/10/2020 By All in LAOS No Comments on ລັກລົດຕູ້ ຂີ່ໄປຕໍາລົດ 4 ຄັນ ຢູ່ໄຟແດງດົງປ່າແຫຼບ

ກໍ່ເຫດລັກລົດຕູ້ ຂີ່ໄປຕໍາລົດ 4 ຄັນ ຢູ່ໄຟແດງດົງປ່າແຫຼບ


ເຈົ້າໜ້າທີ່ໜ່ວຍງານສືບສວນ-ສອບສວນຄະດີອາຍາ-ເສດຖະກິດ ກອງບັນຊາການ ປກສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຈາກ ປກສ ບ້ານດົງປ່າແຫຼບ ເມືອງຈັນທະບູລີ ໃນວັນທີ 30 ກັນຍາ 2020 ວ່າ: ມີເຫດການຄົນຮ້າຍລັກລົດໃຫຍ່ ແລ້ວພະຍາຍາມຫຼົບໜີ, ແຕ່ລົດເກີດອຸບັດຕິເຫດໄປຕໍາກັບລົດອີກ 4 ຄັນ ຢູ່ໄຟອໍານາດ ( ໄຟແດງ ) ບ້ານດົງປ່າແຫຼບ. ດັ່ງນັ້ນ, ຈຶ່ງໄດ້ແຕ່ງຕັ້ງກໍາລັງວິຊາສະເພາະລົງກວດກາສະຖານທີ່ເກີດເຫດ ສາມາດກັກຕົວຜູ້ກໍ່ເຫດໄດ້ 1 ຄົນຄື: ທ້າວ ລິງ ອາຍຸ 25 ປີ, ປະຊາຊົນ ຢູ່ບ້ານກະລາງ ເມືອງຈໍາພອນ ແຂວງສະຫວັນນະເຂດ ມາດໍາເນີນຄະດີ

ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ ຄະດີອາຍາ-ເສດຖະກິດ ກອງບັນຊາການ ປກສ ເມືອງຈັນທະບູລີ, ທ້າວ ລິງ ໄດ້ໃຫ້ການສາລະພາບວ່າ: ຕົນເອງໄດ້ມາເຮັດວຽກເປັນກໍາມະກອນ ຢູ່ເຂດບ້ານດອນໜູນ ໂດຍພັກເຊົາຢູ່ບ້ານດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ 4 ມື້ກໍໄດ້ລາອອກຈາກວຽກ ແລ້ວມາຮອດວັນທີ 30 ກັນຍາ 2020 ແມ່ນໄດ້ອອກຈາກຫ້ອງເຊົ່າ ແລະ ຍ່າງຕາມແຄມທາງ ເພື່ອຊອກວຽກ ຢູ່ເຂດບ້ານດົງປ່າແຫຼບ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.

ພໍມາຮອດວັດບ້ານດົງປ່າແຫຼບ ຕົນຈິ່ງໄດ້ເຂົ້າໄປຫຼີ້ນຢູ່ວັດດັ່ງກ່າວ, ຈົນຮອດເວລາ 21:00 ໂມງຂອງວັນດຽວກັນ ຕົນເອງໄດ້ຍ່າງເລາະຕາມແຄມທາງ ຮອດຮ້ານຂາຍໝາກໄມ້ ໃນເຂດບ້ານດົງປ່າແຫຼບ ໄດ້ສັງເກດເຫັນລົດຕູ້ ສີປອນ ເລກທະບຽນ ກສ 2594 ກໍາແພງນະຄອນ ຈອດປະໄວ້ ຢູ່ໜ້າຮ້ານຂາຍໝາກໄມ້ ໂດຍບໍ່ມອດຈັກແຕ່ບໍ່ມີຄົນຢູ່ໃນລົດ, ຈຶ່ງໄດ້ລົງມືລັກເອົາ ແລ້ວພະຍາຍາມຂັບຂີ່ຫຼົບໜີ ມຸ່ງໜ້າໄປເສັ້ນທາງໜອງບົວທອງ ແຕ່ໜີບໍ່ລອດ ຍ້ອນເຈົ້າຂອງລົດ ແລະ ພົນລະເມືອງດີຂີ່ລົດໄລ່ນໍາ ເຮັດໃຫ້ຕົນເອງຂັບຂີ່ລົດໄປຕໍາກັບລົດ 4 ຄັນ; ໃນນັ້ນ ມີລົດໃຫຍ່ 3 ຄັນ ແລະ ລົດຈັກ 1 ຄັນ ທີ່ຈອດລໍຖ້າໄຟອໍານາດຢູ່ໜ້າປໍ້ານໍ້າມັນ ບ້ານດົງປ່າແຫຼບ. ຫຼັງຈາກນັ້ນ ປກສ ບ້ານດົງປ່າແຫຼບ ກໍ່ໄດ້ແຈ້ງໃຫ້ເຈົ້າໜ້າທີ່ຕໍາຫຼວດ ກອງບັນຊາການ ປກສ ເມືອງຈັນທະບູລີ ນໍາຕົວໄປດໍາເນີນຄະດີ.

ຄລິບຕອນລັກ

ປັດຈຸບັນຄະດີດັ່ງກ່າວ ຢູ່ໃນຂັ້ນຕອນສືບສວນ-ສອບສວນສະຫຼຸບສໍານວນຄະດີ ສົ່ງໃຫ້ໄອຍະການ ເພື່ອສັ່ງຟ້ອງສານຕັດສີນຕາມລະບຽບກົດໝາຍ.

ຂ່າວສານບ້ານເມືອງ

Post navigation

Previous Post: ພະທາດນາງລາວ ເມືອງວິລະບູລີ ກໍາລັງປະເຊີນໄພນໍ້າຖ້ວມ
Next Post: ໜີທັນ 2 ຄົນ ຖືກໄມ້ຄ້ອນຕີເສຍຊີວິດ 1 ຄົນ

Related Posts

ກັກໂຕ ແມ່ ຕູ້ ພ້ອມສຸມລຸ້ນຫຼານພາກັນ ເ ສ ບ ຢ າ ເ ສ ບ ຕ ິ ດ ຂ່າວສານບ້ານເມືອງ
ເປີດນິທັດສະການດອກຄາຍປ່າ ແລະ ຊາກຸຣະ ຫົວພັນ ຂ່າວສານບ້ານເມືອງ
ສານປະຊາຊົນສູງສຸດ ໄດ້ຈັດພິທີສອບເສັງເປັນຜູ້ພິພາກສາຊັ້ນ 4 ຂອງສານປະຊາຊົນທົ່ວປະທດ ຂ່າວສານບ້ານເມືອງ
ເກີດອຸປະຕິເຫດ! ລົດກະບະເສຍຫຼັກຕຳປ້ອມຕຳຫຼວດ ຂ່າວສານບ້ານເມືອງ
ຄວາມອົດທົນພະຍາຍາມຄືບໍ່ເກີດຂອງຄວາມສໍາເລັດ ຂ່າວສານບ້ານເມືອງ
ປກສ ເມືອງໜອງບົກ ຕັ້ງໜ້າເສີມຂະຫຍາຍວາລະແຫ່ງຊາດ ມ້າງຄະດີໄດ້ 195 ເລື່ອງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme